黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ: ການ​ຮ່ວມ​ມື​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະ​ຫ​ວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັບ​ຜົນ​ຢ່າງ​ຈະ​ແຈ້ງ

2019-09-05 16:45:30 cri

ຕາມ​ຂ່າວ CRI: ຕອນ​ບ່າຍວັນ​ທີ 4 ກັນ​ຍາ​ນີ້, ງານ​ສຳ​ມະ​ນາ “ການ​ພັດ​ທະ​ນາ​ແລະ​ປະ​ດິດ​ສ້າງ​ໃໝ່​ແບ​ບ​ຍືນ​ຍົງ​ແລະ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ” ທີ່​ຄະ​ນະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​, ກອງ​ເລ​ຂາ​ອາ​ຊຽນ​ແລະ​​ອົງການ​ສະ​ຫະ​ປະ​ຊາ​ຊາດ​ເພື່​ອ​ການ​ພັດ​ທະ​ນາຫຼື UNDP ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ​ປະ​ເທດ​ຫວຽດ​ນາມ. ທ່ານ​ຫວງ​ຊີ​ຫຼຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ກ່າວ​ວ່າ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈະ​ແຈ້ງ, ສອງ​ຝ່າຍ​ໄດ້​ສຸມ​ກຳ​ລັງ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ດ້ານ​ການ​ຮ່ວມ​ມື.

ທ່ານ​​ຫວງ​ຊີ​ຫຼຽນ ກ່າວ​ໃນພິ​ທີ​ໄຂ​ກອງ​ປະ​ຊຸມ​ວ່າ, ນັບ​ແຕ່​ຈີນ​ປະ​ຕິ​ບັດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ໄລ​ຍະ 40 ກວ່າ​ປີ​ມາ​ນີ້, ປະ​ຊາ​ກອນ​ຈີນ 740 ລ້ານ​ຄົນ​ໄດ້​ຫູດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ໄດ້​ກວມ​​ເອົາປະ​ຊາ​ກອນ​ທີ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທົ່ວ​ໂລກ​ຫຼາຍກວ່າ 70%. ນັບ​ແຕ່ ສ​ປ ຈີນໃໝ່​ສ້າງ​ຕັ້ງ​ຂຶ້ນ​ຕະ​ຫຼອດ 70 ປີ​ມາ​ນີ້, ຈີນ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ຫຼາຍກວ່າ 400 ຕື້ຢວນ​ໃຫ້​ແກ່ 170 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ປະ​ເພດ​ຕ່າງໆ 5000 ກວ່າ​ໂຄງ​ການ, ສົ່ງຄົນ​ໄປ​ຊ່ວຍ​ເຫຼືອ​ຢູ່​ຕ່າງ​ປະ​ເທດ​ຫຼາຍກວ່າ 6 ແສນ​ຄົນ​, ອົບ​ຮົມ​ພະ​ນັກ​ງານ​ໃນ​ຂະ​ແໜງ​ການ​ຕ່າງໆ 12 ລ້ານກວ່າ​ເທື່ອ​ຄົນ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ແລະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ 120 ກວ່າ​ປະ​ເທດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ.

ຄຳ​ເຫັນ

0