“ແນະນຳສິ່ງທຳອິດຂອງສປ ຈີນ” ເພື່ອພາທ່ານໄປຮູ້ຈັກກັບຜົນສຳເລັດແຫ່ງການພັດທະນາຂອງ ສປ ຈີນຕະຫຼອດໄລຍະ 70 ປີຜ່ານມາ. ຄຳສັບຕົ້ນຕໍສຳລັບມື້ນີ້ແມ່ນ: ເຂດເສດຖະກິດພິເສດ.
ປີ 1980, ລັດຖະບານຈີນໄດ້ຕົກລົງກຳນົດເອົາເຂດແຄວ້ນໜຶ່ງຢູ່ນະຄອນເຊີນເຈີ້ນ, ນະຄອນຊົວເຖົາ, ນະຄອນເຊ້ຍເໝີນແລະຕົວເມືອງອື່ນໆເພື່ອສ້າງຕັ້ງເປັນເຂດເສດຖະກິດພິເສດ ໂດຍໃຊ້ຮູບການຕ່າງໆເຊັ່ນ:ຫຼຸດຫຼືຍົກເວັ້ນພາສີ, ດຶງດູດການລົງທຶນຂອງຕ່າງປະເທດເພື່ອເປີດກວ້າງການສົ່ງອອກ, ນຳເຂົ້າເຕັກນິກ,ອຸປະກອນແລະບົດຮຽນການຄຸ້ມຄອງທີ່ກ້າວໜ້າທັນສະໄໝແລະອື່ນໆເພື່ອພັດທະນາເສດຖະກິດ.
ໃນປີ 1984, ນະໂຍບາຍປະຕິຮູບແລະເປີດປະຕູສູ່ພາຍນອກທີ່ຈັດຕັ້ງປະຕິບັດຢູ່ເຂດເສດຖະກິດພິເສດໄດ້ຜັນຂະຫຍາຍໄປຈັດຕັ້ງປະຕິບັດຢູ່ເມືອງທ່າກຳປັ່ນແຄມທະເລ 14 ຕົວເມືອງເຊັ່ນ: ຕ້າລຽນ, ຊິນຮວງຕາວ ແລະອື່ນໆ.
ຈາກການຄົ້ນຄວ້າໃນເບື້ອງຕົ້ນທີ່ກຳນົດເອົາຂອບເຂດໃດໜຶ່ງຂອງຕົວເມືອງໜຶ່ງແລະທ້ອງຖິ່ນໜຶ່ງ ໄດ້ເປີດກວ້າງອອກກາຍເປັນແຜນແມ່ບົດໃນການເປີດປະຕູສູ່ພາຍນອກທີ່ມີວິໄສທັດລະດັບໂລກ, ຕະຫຼອດໄລຍະ 39 ປີຜ່ານມາ, ຄວາມໝາຍແລະເນື້ອໃນຂອງຄຳວ່າ ເຂດພິເສດ ມີຄວາມອຸດົມສົມບູນຂຶ້ນແລະໄດ້ເປີດກວ້າງອອກແລະປ່ຽນແປງຢ່າງບໍ່ຢຸດຢັ້ງ, ບາດກ້າວແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນກໍນັບມື້ນັບໜັກແໜ້ນເຂັ້ມແຂງຂຶ້ນ.
ຄຳເຫັນ
0