ແນະນຳສິ່ງທຳອິດຂອງ ສປ ຈີນ, ພາທ່ານໄປຮູ້ຈັກກັບຜົນສຳເລັດການພັດທະນາໃນໄລຍະ 70 ປີຂອງ ສປ ຈີນ. ຄຳສັບຕົ້ນຕໍໃນມື້ນີ້ແມ່ນ: “ລົບລ້າງການກືກໜັງສືແລະການເສັງຂັ້ນມະຫາວິທະຍາໄລເປັນເອກະພາບກັນໃນທົ່ວປະເທດຈີນ”.
ໃນເວລາຫາກໍ່ສະຖາປະນາ ສປ ຈີນ, ປະຊາກອນຈີນຫຼາຍກວ່າ 80% ແມ່ນກືກໜັງສື. ປີ 1952, ວິທີການຮຽນຮູ້ຕົວອັກສອນຈີນຢ່າງວ່ອງໄວ ໄດ້ຮັບການເຜີຍແຜ່ໄປໃນຂອບເຂດທົ່ວປະເທດ. ໂດຍຜ່ານການດຳເນີນກິດຈະກຳລົບລ້າງການກືກໜັງສືທົ່ວປະເທດຂະໜາດໃຫຍ່ 3 ຄັ້ງ, ຮອດທ້າຍຊຸມປີ 1950, ຈີນໄດ້ລົບລ້າງການກືກໜັງສືເກືອບ 30 ລ້ານຄົນ.
ເຊັ່ນດຽວກັນໃນປີ 1952, ໂດຍອີງຕາມຄວາມຕ້ອງການໃນການສ້າງສາອຸດສາຫະກຳແຫ່ງຊາດ, ສປ ຈີນທີ່ທຸກຢ່າງກໍ່ຕ້ອງເລີ່ມສ້າງຂຶ້ນໃໝ່ນັ້ນ ໄດ້ດຳເນີນການປັບປຸງຂະໜາດໃຫຍ່ຕໍ່ມະຫາວິທະຍາໄລແລະສະຖາບັນການສຶກສາຊັ້ນສູງຕ່າງໆ. ເດືອນສິງຫາປີ 1952 ໄດ້ຈັດການເສັງຂັ້ນມະຫາວິທະຍາໄລຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດເປັນຄັ້ງທຳອິດ. ລະບຽບການສອບເສັງຂັ້ນມະຫາວິທະຍາໄລຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດໄດ້ສ້າງຕັ້ງຂຶ້ນໃນເວລານັ້ນ ໄດ້ກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດອອກມາຮັບໃຊ້ການສ້າງສາປະເທດຂອງຈີນຢ່າງບໍ່ຢຸດຢັ້ງ.
ປີ 2001, ຈີນໄດ້ປະກາດວ່າ: ການເຜີຍແຜ່ການສຶກສາພາກບັງຄັບ 9 ປີ ແລະເປົ້າໝາຍລົບລ້າງການກືກໜັງສືໃຫ້ແກ່ຊາວໜຸ່ມແລະໄວກາງຄົນໄດ້ປະສົບຜົນສຳເລັດຢ່າງຮອບດ້ານ. ປີ 2018, ຈີນມີນັກສຶກສາທີ່ກຳລັງຮຽນທຸກລະດັບທຸກປະເພດແລະທຸກປະລິຍາໃນໂຮງຮຽນຊັ້ນສູງ ລວມ 276 ລ້ານຄົນ, ອັດຕາເຂົ້າຮຽນຊັ້ນສູງຂອງຈີນກວມ 48,1%. ສປ ຈີນໄດ້ບັນລຸຜົນສຳເລັດດ້ານການສຶກສາແບບກ້າວກະໂດດຂັ້ນໃນປະຫວັດສາດຈາກປະເທດໃຫຍ່ທີ່ເຄີຍກືກໜັງສືກາຍເປັນປະເທດໃຫຍ່ດ້ານການສຶກສາ.
ຄຳເຫັນ
0