ເຈົ້າໜ້າທີ່ສູນຂ່າວກິດຈະກຳສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີແຈ້ງໃຫ້ຮູ້ວ່າ, ເວລາ 23 ໂມງຂອງວັນທີ 7 ຫາ ຕອນເຊົ້າວັນທີ 8 ກັນຍານີ້, ຈີນໄດ້ຈັດການຝຶກຊ້ອມພິທີສະເຫຼີມສະຫຼອງບຸນວັນຊາດຢູ່ສະໜາມຫຼວງທ່ຽນອ່ານເໝິນເປັນຄັ້ງທຳອິດ ໂດຍມີຜູ້ເຂົ້າຮ່ວມການຝຶກຊ້ອມ ແລະ ວຽກງານທີ່ກ່ຽວຂ້ອງອື່ນໆ 90 ພັນຄົນ.
ຂ່າວແຈ້ງຕື່ມວ່າ, ການຝຶກຊ້ອມຄັ້ງທຳອິດລວມມີພິທີສະຫຼອງ, ພິທີສວນສະໜາມ, ການແຫ່ຂະບວນຂອງມວນຊົນ, ກິດຈະກຳສະຫຼອງຂອງມວນຊົນ, ການສັບປ່ຽນກ້ອນກຳລັງຕ່າງໆ ແລະ ການຮັບມືສຸກເສີນ.
ຄຳເຫັນ
0