ສິ່ງທຳອິດຂອງ ສປ ຈີນ, ມື້ນີ້ຈະພາທ່ານໄປຮູ້ຈັກກັບຜົນສຳເລັດໃນການພັດທະນາຂອງ ສປ ຈີນໃນຮອບ 70 ປີ. ຄຳສັບສຳຄັນໃນມື້ນີ້ຄື: ຂົວແມ່ນ້ຳຢາງຊີກຽງນານກິ່ງ.
ຂົວແມ່ນ້ຳຢາງຊີກຽງນານກິ່ງ ໄດ້ເລີ່ມສ້າງຂຶ້ນຢ່າງເປັນທາງການໃນປີ 1960 ແລະສ້າງສຳເລັດໃນສ່ວນທີ່ເປີດບໍລິການເສັ້ນທາງລົດໄຟສາກ່ອນໃນວັນທີ 30 ກັນຍາປີ 1968. ມາຮອດວັນທີ 29 ທັນວາປີດຽວກັນ, ໃນສ່ວນຂອງເສັ້ນທາງຫຼວງກໍໄດ້ເປີດບໍລິການເຊັ່ນກັນ.
ຂົວແມ່ນ້ຳຢາງຊີກຽງນານກິ່ງ ແມ່ນຂົວທາງຫຼວງແລະທາງລົດໄຟໃຫຍ່ເປັນພິເສດທີ່ຈີນອອກແບບແລະກໍ່ສ້າງດ້ວຍຕົນເອງແຫ່ງທຳອິດ ທັງໄດ້ນຳໃຊ້ວັດສະດຸທີ່ຈີນຜະລິດເອງທັງໝົດ. ການສ້າງຂົວດັ່ງກ່າວໃຫ້ສຳເລັດ ໄດ້ລົບລ້າງຄຳເວົ້າແບບປະໝາດຂອງຜູ້ຊ່ຽວຊານຕ່າງປະເທດທີ່ເວົ້າວ່າ “ສ້າງຂົວຢູ່ເທິງແມ່ນ້ຳຢາງຊີກຽງຕອນນານກິ່ງບໍ່ໄດ້ດອກ”, ແລະເປັນການເປີດສັງກາດໃໝ່ແຫ່ງການສ້າງຂົວໃຫຍ່ດ້ວຍກຳລັງແຮງຂອງຈີນເອງ ແລະກາຍເປັນຂີດໝາຍສຳຄັນໃນປະຫວັດສາດການສ້າງຂົວຂອງຈີນ.
ການສ້າງຂົວຂອງ ສປ ຈີນໄດ້ຮັບການປະດິດສ້າງໃໝ່ແລະບຸກທະລຸຢ່າງບໍ່ຢຸດຢັ້ງ. ຕາມສະຖິຕິ, ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ຂົວຍາວຫຼາຍກວ່າເຄິ່ງໜຶ່ງໃນໂລກ ລ້ວນແຕ່ຖືກສ້າງຂຶ້ນຢູ່ຈີນ, ສ່ວນຂົວຊະນິດຕ່າງໆທີ່ຢູ່ໃນ 10 ອັນດັບຂອງໂລກນັ້ນ, ມີຫຼາຍກວ່າເຄິ່ງໜຶ່ງແມ່ນສ້າງຂຶ້ນໂດຍຈີນ.
ຄຳເຫັນ
0