ແນະນຳສິ່ງທຳອິດຂອງຈີນໃນມື້ນີ້ພາທ່ານໄປຮູ້ຈັກກັບຜົນສຳເລັດການພັດທະນາຂອງ ສປ ຈີນໃນຮອບ 70 ປີ, ຄຳສັບສຳຄັນຂອງມື້ນີ້ແມ່ນ “ໂຄງການຊາງເອີ”
ນາງຊາງເອີແມ່ນເທວະດາໃນວັງດວງຈັນໃນເທບນິຍາຍໃນສະໄໝບູຮານຂອງຈີນ. ປີ 2004, ຈີນໄດ້ສ້າງຕັ້ງໂຄງການສຳຫຼວດດວງຈັນຢ່າງເປັນທາງການ ແລະ ຕັ້ງຊື່ໂຄງການດັ່ງກ່າວວ່າ “ໂຄງການຊາງເອີ”. 18 ໂມງຂອງວັນທີ 24 ຕຸລາປີ 2007, ຈີນໄດ້ສົ່ງດາວທຽມຊາງເອີ 1 ຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນ ເຊິ່ງແມ່ນດາວທຽມໂຄຈອນອ້ອມດວງຈັນດວງທຳອິດຂອງຈີນ.
ປີ 2010, ຈີນໄດ້ສົ່ງດາວທຽມຊາງເອີ 2 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ແລະ ໄດ້ຖ່າຍຮູບດວງຈັນຢ່າງຄົບຖ້ວນແລະຊັດເຈນທີ່ສຸດຂອງມວນມະນຸດດ້ວຍຂະໜາດຄວາມຄົມຊັດ 7M. ປີ 2013, ຈີນໄດ້ສົ່ງຍານສຳຫຼວດດວງຈັນຊາງເອີ 3 ພ້ອມທັງປະສົບຜົນສຳເລັດໃນການຫຼີກລຽງສິ່ງກີດຂວາງດ້ວຍໂຕມັນເອງ ແລະ ລົງຈອດຢູ່ດວງຈັນຢ່າງຖືກຕ້ອງແໝ່ນຢຳຕາມເປົ້າໝາຍ ເຊິ່ງເປັນຄັ້ງທຳອິດຂອງໂລກ. ປີ 2019, ຍານສຳຫຼວດດວງຈັນຊາງເອີ 4 ຂອງຈີນໄດ້ລົງຈອດຢູ່ດ້ານໄກຂອງດວງຈັນຢ່າງສຳເລັດຜົນ ເຊິ່ງແມ່ນຍານອະວະກາດທີ່ມວນມະນຸດໄດ້ລົງຈອດ ແລະ ລາດຕະເວນສຳຫຼວດເບິ່ງດ້ານໄກຂອງດວງຈັນເປັນຄັ້ງທຳອິດ.
ຄຳເຫັນ
0