ວັນທີ 12 ກັນຍານີ້, ກອງປະຊຸມເວທີປຶກາສາຫາລືຂັ້ນສູງກ່ຽວກັບຍຸດທະສາດແລະການຕັດສິນຊີ້ຂາດຄັ້ງທີ 7 ຂອງສະຖາບັນວິທະຍາສາດຈີນໄດ້ຈັດຂຶ້ນຢູ່ຫໍປະຊຸມວິຊາການຂອງສະຖາບັນວິທະຍາສາດຈີນ. ໂດຍເນັ້ນຫົວຂໍ້ “ວິທະຍາສາດເຕັກນິກຂອງຈີນໃນໄລຍະ 70 ປີ · ເສັ້ນທາງແລະບົດຮຽນ”, ຝ່າຍຕ່າງໆໄດ້ຮ່ວມກັນຄົ້ນຄວ້າແລະປຶກສາຫາລືກ່ຽວກັບຜົນສຳເລັດແລະບົດຮຽນສຳຄັນດ້ານການພັດທະນາວິທະຍາສາດເຕັກນິກຂອງຈີນໃນໄລຍະ 70 ປີຜ່ານມາ, ຄຳນັບຮັບຕ້ອນສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນຄົບຮອບ 70 ປີ, ແລະປະກອບຄຳຄິດເຫັນເພື່ອເລັ່ງລັດພັດທະນາປະເທດຊາດໃຫ້ເຂັ້ມແຂງດ້ານວິທະຍາສາດເຕັກນິກລະດັບໂລກ.
ຄຳເຫັນ
0