ສິ່ງທຳອິດຂອງ ສປ ຈີນ, ມື້ນີ້ຈະພາທ່ານໄປຮູ້ຈັກກັບຜົນສຳເລັດໃນການພັດທະນາຂອງ ສປ ຈີນໃນຮອບ 70 ປີ. ຄຳສັບສຳຄັນໃນມື້ນີ້ຄື: ເຮືອບິນໃຫຍ່.
ວັນທີ 26 ກັນຍາປີ 1980, ເຮືອບິນ Y10 ເຊິ່ງເປັນເຮືອບິນໂດຍສານແບບອາຍພົ່ນຂະໜາດໃຫຍ່ທີ່ຈີນຄົ້ນຄວ້າຜະລິດເອງລຳທຳອິດ ໄດ້ຮັບຜົນສຳເລັດໃນການບິນຄັ້ງທຳອິດ. ແຕ່ຫຼັງຈາກນັ້ນ ຍ້ອນສາເຫດຕ່າງໆ, ໂຄງການດັ່ງກ່າວໄດ້ຖືກໂຈະໄວ້.
ເດືອນມິຖຸນາປີ 2016, ເຮືອບິນ ARJ21 ເຊິ່ງເປັນເຮືອບິນໂດຍສານອາຍພົ່ນຂະໜາດນ້ອຍທີ່ຈີນຄົ້ນຄວ້າຜະລິດເອງລຸ້ນທຳອິດ ແລະໄດ້ຮັບໃຊ້ການດຳເນີນທຸລະກິດ, ອັນໄດ້ທັບມ້າງສະຖານະພາບແຫ່ງການຜູກຂາດຂອງໂຮງງານຜະລິດເຮືອບິນຕ່າງປະເທດຢູ່ຕະຫຼາດການບິນພົນລະເຮືອນຈີນ.
ວັນທີ 5 ພຶດສະພາປີ 2017, ເຮືອບິນ C919 ເຊິ່ງເປັນເຮືອບິນໂດຍສານແບບອາຍພົ່ນຂະໜາດໃຫຍ່ທີ່ຈີນຄົ້ນຄວ້າຜະລິດເອງໂດຍນຳໃຊ້ເຕັກນິກທັນສະໄໝຢ່າງຮອບດ້ານແລະມີຊັບສິນທາງປັນຍາເປັນຂອງຕົນເອງລຸ້ນທຳອິດ ໄດ້ປະສົບຜົນສຳເລັດໃນການບິນຄັ້ງທຳອິດ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຈີນໄດ້ມີຄວາມສາມາດຕົ້ນຕໍໃນການຄົ້ນຄວ້າຜະລິດເຮືອບິນສຳລັບເສັ້ນທາງການບິນຕົ້ນຕໍໃນຍຸກໃໝ່ຢ່າງແທ້ຈິງ.
ປັດຈຸບັນ, ເຮືອບິນ C919 ພວມກ້າວໄປສູ່ເປົ້າໝາຍດຳເນີນທຸລະກິດຢູ່ເສັ້ນທາງການບິນ. ຕາມການຄາດຄະເນ, ໃນ 20 ປີຕໍ່ໜ້າ, ຈີນຈະນຳໃຊ້ເຮືອບິນໃໝ່ 9 ພັນກວ່າລຳ ເຊິ່ງຈະກວມ 22% ຂອງໂລກ.
ຄຳເຫັນ
0