尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​,ຊາວ​ຈີນ​ຢູ່​ລາວ​ແລະ​ຊາວ​ລາວ​ເຊື້ອ​ສາຍ​ຈີນຮ່ວມ​ກັນ​​ຕ້ອນ​ຮັບ​ວັນ​ຊາດ​ຈີນແລະສະ​ຫຼອງ​ບຸນ​ໄຫວ້​ພະ​ຈັນ

2019-09-16 17:18:56 cri

ຕອນ​ຄ່ຳ​ວັນ​ທີ 12 ກັນ​ຍາ​ນີ້,ສະ​ມາ​ຄົມຊາວ​ຈີນ​ຢູ່​ລາວ​ແລະ​ຊາວ​ລາວ​ເຊື້ອ​ສາຍ​ຈີນ​​ແລະວິ​ສາ​ຫະ​ກິດຈີນ​ຢູ່​ລາວ​ໄດ້​ຮ່ວມ​ກັນ​ຈັດງານ​ສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 70 ປີ​ແລະ​ງານບຸນ​ໄຫວ້​ພະ​ຈັນ. ໂດຍ​ມີເຈົ້າ​ໜ້າ​ທີ່​ພັກ​ລັດ​ຂອງ​ຈີນ​ແລະ​ລາວ​ກໍ​ຄື​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ 1 ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ, ທ່ານ ຈ່ຽງ​ໄຈ້​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໃນ​ງານຕາມ​ຄຳເຊີນ.
 

ແຂກ​ຜູ້​ມີ​ກຽດ​ແລະ​ວົງ​ການ​ຕ່າງໆ​ຂອງ​ລາວ​ໄດ້​​ສະ​ແດງ​ຄວາມຍ້ອງ​ຍໍຢ່າງ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ສະ​ຫງ່າ​ລີ​ສີ​ທີ່ຈີນຍາດ​ມາ​ໄດ້​ຕັ້ງ​ແຕ່​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ 70 ປີ​ມາ​ນີ້,ເຊື່​ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ແກນ​​ນຳ,ປະ​ຊາ​ຊົນ​ຈີນ​ຍ່ອມ​ຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາ​ໆ​ໃນ​ເສັ້ນ​ທາງ​​ກ້າວ​ເດີນໄປ​ໜ້າ,​ແລະ​ຈະ​ສາ​ມາດບັນ​ລຸ​ຄວາມ​ຝັນ​ທີ່​​ຈະຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ອັນ​ຍິ່ງ​ໃຫຍ່​ໄດ້​ຢ່າງ​ມີ​ໄຊ. ພັກ​ລັດ​ແລະ​ປະ​ຊາ​ຊົນ​ລາວ​ຍິນ​ດີ​ຮ່ວມ​ຈິດ​ຮ່ວມ​ໃຈ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັບ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ,ເປີດກວ້າງ​ການ​ຮ່ວມ​ມື,ຊຸກ​ຍູ້​ຄູ່​​ຮ່ວມຊາ​ຕາ​ກຳ​ລາວ-ຈີນ​ໃຫ້​​ບັນ​ລຸ​ຜົນ​ເປັນ​ຈິງ​​ແລະແຕກດອກ​ອອກ​ຜົນ.
 

ສື່ມວນ​ຊົນ​ທີ່​ສຳ​ຄັນ​ຫຼາຍ​ແຫ່ງ​ຂອງ​ລາວ​ກໍ​ຄື​ສຳ​ນັກ​ຂ່າວ​ສານ​ຊີນ​ຮ​ວາ,ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI,ຂ່າວ​ສານ​ວ໋າງ​ຢີ້​ແລະ​ສື່ມວນ​ຊົນ​ຈີນ​ແຫ່ງ​ອື່ນ​ໆໄດ້​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0