蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ຮອບ 70 ປິຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕຂຶ້ນ​ຫຼາຍກວ່າ 170 ເທົ່າ

2019-09-22 13:54:08 CRI

     70 ປີ, ເປັນ​ພຽງ​ໄລ​ຍະ​ສັ້ນໆ​ໃນ​ປະ​ຫວັດ​ສາດມວນ​ມະ​ນຸດ​ເທົ່າ​ນັ້ນ, ແຕ່​ຈີນ​ພັດ​ໄດ້​ມີ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ. ຖ້າ​ຄິດ​ໄລ່​ຕາມ​ລາ​ຄາທີ່​ຄົງ​ຕົວ, ຍອດ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ຂອງ​ຈີນ​ໃນ​ປີ 2018 ໄດ້​ເພີ່ມ​ຂຶ້ນ 174 ເທົ່າເມື່ອ​ທຽບ​ໃສ່​ປີ 1952, ຈາກ​ປະ​ເທດ​ທີ່​ທຸກ​ຍາກ​ແລະ​ອ່ອນ​ແອ​ພັດ​ທະ​ນາໃຫ້​ກາຍ​ເປັນ​ກຸ່ມເສດ​ຖະ​ກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ, “ຄວາມມະ​ຫັດ​ສະ​ຈັນ​ຈີນ”ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ທົ່ວໂລກ.

     ໃນ​ຮອບ 70 ປີ, ເສດ​ຖະ​ກິດ​ຈີນ​ໄດ້​ເຂັ້ມ​ແຂງ​ຂຶ້ນເປັນ​ກ້າວໆ. ເມື່ອ​ປີ 1952, GDP ຂອ​ງ​ຈີນ​ມີ​ພຽງ 67 ຕື້ 900 ລ້ານຢວນເທົ່າ​ນັ້ນ, ແຕ່​ຮອດປີ 2010, ໄດ້​ຫຼາຍກວ່າ​ຍີ່​ປຸ່ນ​ແລະຄອງຖາ​ນະ​ອັນ​ດັບ 2 ຂອງ​ໂລກ​ໃນ​ຫຼາຍ​ປີ​ລຽນ​ຕິດ.

     ໃນ​ຮອບ 70 ປີ, ຈີນ​ໄດ້​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້​ນັບ​ກວ້າງ​ອອກ. ເມື່ອ​ປີ 1950, ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ພຽງ 1 ຕື້ 130 ລ້ານ​ໂດ​ລາ​ເທົ່າ​ນັ້ນ, ແຕ່​ຮອດ​ປີ 2018, ຍອດ​ມູນ​ຄ່າ​ສິນ​ຄ້າຂາ​ເຂົ້າ​ຂາ​ອອກໄດ້​ບັນ​ລຸ 4600 ຕື້​ໂດ​ລາ, ເພີ່ມ​ຂຶ້ນ​ຫຼາຍກວ່າ 4000 ເທົ່າ.

     ໃນ​ຮອບ 70 ປີ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ສູງ​ຂຶ້ນ. ເມື່ອ​ປີ 1952, ມູນ​ຄ່າ​ເພີ່ມ​ດ້ານ​ກະ​ສິ​ກຳ​ກວມ GDP ຂອງ​ຈີນສູງ​ເຖິງ 50,5%, ແຕ່​ຮອດປີ 2018, ອັດ​ຕາ​ສ່ວນ​ຂອງມູນ​ຄ່າ​ເພີ່ມ​ດ້ານ​ກະ​ສິ​ກຳໄດ້​ຫຼຸດ​ລົງ​ເປັນ 7,2%​, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ຈາກ​ຮູບ​ແບບ​ຖື​ກະ​ສິ​ກຳ​ເປັນ​ຫຼັກ​ຫັນ​ເປັນຮູບ​ແບບ 3 ຂະ​ແໜງການໃຫຍ່ປະ​ສົມ​ປະ​ສານ​ກັນ.

     ໃນ​ຮອບ 70 ປີ, ກຳ​ລັງ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງວ່ອງ​ໄວ. ມາດ​ຕາ​ສ່ວນ​ຂອງ GDP ຈີນ​ໃນ​ເສດ​ຖະ​ກິດ​ໂລກ​ໄດ້​ເພີ່ມ​ຈາກ 1,8% ໃນ​ປີ 1978 ຂຶ້ນ​ເປັນ​ເກືອບ 16% ໃນ​ປີ 2018. ນັບ​ແຕ່​ປີ 2006 ເປັນ​ຕົ້​ນ​ມາ, ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ໂລກໄດ້​ຄອງ​ຖາ​ນະ​ອັນ​ດັບ 1 ຂອງ​ໂລກ ເຊິ່ງ​ເຮັດ​ໃຫ້​ຈີນ​ໄດ້​ກາຍ​ເປັນ​ພະ​ລັງແມ່​ແຮງ​ອັນ​ດັບ 1 ຂອງ​ໂລກ​ທີ່​ແທ້​ຈິງ.

     ຈີນ​ໃນ​ຍຸກ​ປະ​ຈຸ​ບັນ, ໄດ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໃຫຍ່​ອັນ​ດັບ 1, ປະ​ເທດ​ການ​ຄ້າໃຫຍ່​ອັນ​ດັບ 1, ປະ​ເທດທີ່​ມີ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດຫຼາຍ​ທີ່​ສຸດ ແລະ​ປະ​ເທດ​ທີ່​ຮັບ​ເອົາທຶນ​ຕ່າງ​ປະ​ເທດ​ຫຼາຍອັນ​ດັບ 2 ຂອງ​ໂລກ.

     ທ່ານ​ຕີ​ຈາ​ນີ ມູ​ຮາ​ມັດ ບານ​ເດ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ: ໃນ​ຮອບ 70 ປີ​ຜ່ານ​ມານີ້, ຈີນ​ໄດ້​ພັດ​ທະ​ນາ​ຕົນ​ເອງຈາກ​ປະ​ເທດທີ່​ທຸກ​ຍາກ​ທີ່​ສຸດໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ບໍ​ລິ​ຫານ​ຂອງ​ໂລ​ກ​ນັບ​ມື້​ນັບ​ຫຼາຍ ແລະ​ມີ​ບົດ​ບາດ​ຊຸກ​ຍູ້​ຕໍ່ເສດ​ຖະ​ກິດໂລກ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ນັບ​ມື້​ນັບ​ຫຼາຍ, ນີ້​ເປັນການ​ປະ​ກອບ​ສ່ວນ​ທີ່​ໃຫຍ່​ຫຼວງທີ່​ສຸດຕໍ່​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ທົ່ວ​ສັງ​ຄົມ​ຈີນ​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດຊີ​ວາ, ໂສມ​ໜ້າ​ມີການປ່ຽນ​ແປງໃໝ່​ເລື້ອຍໆ, ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ອະ​ນາ​ຄົດສົດ​ໃສ​ທີ່​ສະ​ຫວ່າງ​ສະ​ໄຫວ.

ຄຳ​ເຫັນ

0