ຕາມຂ່າວCRI: ວັນທີ 20 ກັນຍານີ້, ໃນງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີທີ່ຈັດຂຶ້ນໂດຍຄະນະຜູ້ແທນຈີນປະຈຳອົງການສະຫະປະຊາຊາດ, ເຈົ້າໜ້າທີ່ອົງການສະຫະປະຊາຊາດຫຼາຍທ່ານໄດ້ຕີລາຄາສູງຕໍ່ຜົນງານການພັດທະນາຂອງຈີນແລະສ່ວນປະກອບຂອງຈີນໃນການຮັກສາສັນຕິພາບຂອງໂລກ, ການຊຸກຍູ້ການພັດທະນາຂອງທົ່ວໂລກ.
ທ່ານເຈນ ພີເອນ ລາໂຄຼ, ຮອງເລຂາທິການທີ່ຮັບຜິດຊອບວຽກງານການຮັກສາສັນຕິພາບຂອງອົງການສະຫະປະຊາຊາດກ່າວວ່າ, ໃນໂອກາດທີ່ປະເທດຈີນໃໝ່ໄດ້ສ້າງຕັ້ງຂຶ້ນຄົບຮອບ 70 ປີ, ທ່ານຂໍກ່າວຄຳວ່າ “ຂອບໃຈ”ຕໍ່ພະນັກງານຮັກສາສັນຕິພາບຂອງຈີນທີ່ພວມເຮັດວຽກຢູ່ແຫ່ງຕ່າງໆໃນທົ່ວໂລກ.
ທ່ານເຈນ ພີເອນ ລາໂຄຼກ່າວວ່າ, ຜູ້ຮັກສາສັນຕິພາບຂອງຈີນໄດ້ປົກປ້ອງປະຊາຊົນ, ປົກປັກຮັກສາຄວາມສະຫງົບ, ດຳເນີນການກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັກສາສັນຕິພາບຂອງໂລກ. ຍ້ອນໄດ້ຮັບການຊ່ວຍເຫຼືອຈາກຈີນ, ອົງການສະຫະປະຊາຊາດຈຶ່ງສາມາດດຳເນີນວຽກງານການຮັກສາສັນຕິພາບຢ່າງມີປະສິດທິພາບສູງໃນທົ່ວໂລກ.
ທ່ານອາຕູນ ຫາເຣ, ຮອງເລຂາທິການທີ່ຮັບຜິດຊອບວຽກງານສະໜັບສະໜູນການຮັກສາສັນຕິພາບຂອງອົງການສຫະປະຊາຊາດກ່າວວ່າ, ຈີນແມ່ນປະເທດທີ່ສົ່ງທະຫານເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບຫຼາຍທີ່ສຸດໃນ 5 ປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ອົງການສະຫະປະຊາຊາດສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ປະກອບສ່ວນ, ຫວັງວ່າໃນອະນາຄົດຈີນຈະສືບຕໍ່ເຂົ້າຮ່ວມການເຄື່ອນໄຫວໃນທຸກຂົງເຂດພາຍໃຕ້ຈຂອບອົງການຫະປະຊາຊາດແລະຂອບຫຼາຍຝ່າຍອື່ນໆ.
ທ່ານອາຊິມ ສະເຕນເນີ, ຫົວໜ້າໂຄງການສະຫະປະຊາຊາດເພື່ອການພັດທະນາກ່າວວ່າ, “ຈີນບໍ່ພຽງແຕ່ເຮັດໃຫ້ປະຊາຊົນຈຳນວນຫຼາຍຮ້ອຍລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ແລະໄດ້ສ້າງພື້ນຖານດ້ານອຸດສາຫະກຳແລະຂະແໜງການບໍລິການຢ່າງໜັກແໜ້ນເພື່ອການພັດທະນາໃນອະນາຄົດ”. ທ່ານກ່າວວ່າ, ຄວາມພະຍາຍາມເຂົ້າໃນການອະນຸລັກສິ່ງແວດລ້ອມ, ກາ ່ຮີຶຮນຮັບມືກັບການປ່ຽນແປງດ້ານດິນຟ້າອາກາດແລະການລົງທຶນເຂົ້າໃນການສຶກສາຂອງຈີນໄດ້ກາຍເປັນບົດຮຽນທີ່ມີປະໂຫຍດຕໍ່ປະເທດອື່ນ.
ຄຳເຫັນ
0