ວັນທີ 23 ກັນຍານີ້, ໂຮງຮຽນ 11 ແຫ່ງໃນເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວໄດ້ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາພ້ອມໆກັນເພື່ອສະແດງຄວາມຮັກຊາດແລະສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີ.
ເວລາ 8 ໂມງຂອງວັນທີ 23 ກັນຍານີ້, ກອງທັບປົດປ່ອຍປະຊາຊົນປະຈຳຮົງກົງໄດ້ຮັບການເຊື້ອເຊີນໃຫ້ເປັນຜູ້ຊັກທຸງຊາດຂຶ້ນສູ່ຍອດເສົາໃນໂຮງຮຽນມັດທະຍົມຕົ້ນໂຜຍກິວຮົງກົງ. ໃນຂະນະດຽວກັນ, ໂມງຮຽນມັດທະຍົມຕົ້ນກາວຢິບ ແລະໂຮງຮຽນຫຼາຍແຫ່ງຂອງແຂວງກວາງຕຸ້ງໄດ້ຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາເຊັ່ນດຽວກັນ.
ທ່ານອູວຸນກິດ ຜູ້ອຳນວຍການໂຮງຮຽນມັດທະຍົມຕົ້ນໂຜຍກິວໃຫ້ຮູ້ວ່າ: ເພື່ອສະເຫຼີມສະຫຼອງວັນສະຖາປະນາສປຈີນຄົບຮອບ 70 ປີ, ໂຮງຮຽນຕົນໄດ້ເຊີນຊວນໃຫ້ໂຮງຮຽນແຮກສ່ຽວ 10 ແຫ່ງໃນເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາພ້ອມໆກັນ ເຊິ່ງແນວຄິດລິເລີ່ມນີ້ໄດ້ຮັບສຽງຕອບຮັບຢ່າງຟົດຟື້ນ. ພວກເຮົາຫວັງວ່າ ຜ່ານການຈັດພິທີຊັກທຸງຊາດຂຶ້ນສູ່ຍອດເສົາຢ່າງຍິ່ງໃຫຍ່ເພື່ອສະເຫຼີມສະຫຼອງວັນຊາດຄືແນວນີ້ຈະເຮັດໃຫ້ເດັກນ້ອຍຮົງກົງແລະມາກາວເຫັນໄດ້ໂອກາດແຫ່ງການພັດທະນາທີ່ປະເທດຊາດມອບໝາຍໃຫ້ໃນອະນາຄົດ.
ທ່ານຮອກແຊັງ ຜູ້ອຳນວຍການໂຮງຮຽນມັດທະຍົມຕົ້ນກາວຢິບມາກາວ ກ່າວວ່າ: ຄວນໃຫ້ພວກເດັກນ້ອຍກະກຽມໃຫ້ດີຕັ້ງແຕ່ດຽວນີ້ເລີຍ ເພື່ອຈະໄດ້ປະກອບສ່ວນເຂົ້າໃນການພັດທະນາເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວດ້ວຍສະຕິປັນຍາແຫ່ງໄວໜຸ່ມຂອງຕົນໃນອະນາຄົດ.
ຄຳເຫັນ
0