CRI ລາຍງານວ່າ: ສະຖານທູດຈີນປະຈຳກຳປູເຈຍໄດ້ຈັດງານລ້ຽງຮັບຮອງເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປ ຈີນຄົບຮອບ 70 ປີຂຶ້ນຢ່າງຍິ່ງໃຫຍ່ຢູ່ນະຄອນຫຼວງພະນົມເປັນໃນວັນທີ 25 ກັນຍານີ້. ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ພ້ອມພັນລະຍາ ແລະຮອງນາຍົກລັດຖະມົນຕີ 6 ທ່ານ, ເຈົ້າຍິງອົງໃຫຍ່ ໂນໂລດົມ ບຸບຜາ ເດວີ ພ້ອມດ້ວຍບຸກຄົນໃນວົງການຕ່າງໆ 500 ກວ່າທ່ານໄດ້ເຂົ້າຮ່ວມງານ.
ໃນໂອກາດກ່າວປາໄສໃນພິທີງານລ້ຽງດັ່ງກ່າວ, ທ່ານວາງເວີນທ່ຽນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍກ່າວວ່າ: ນັບແຕ່ ສປ ຈີນສະຖາປະນາ ເປັນເວລາ 70 ປີຜ່ານມາ, ຈີນໄດ້ຍຶດໝັ້ນການນຳພາຂອງພັກກອມມູນິດ, ຍຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໃຊ້ເວລາພຽງຫຼາຍສິບປີກໍສາມາດປະສົບຜົນສຳເລັດໃນການສ້າງສາປະເທດໃຫ້ຫັນເປັນອຸດສາຫະກຳ ເຊິ່ງປະເທດທີ່ພັດທະນາແລ້ວຕ້ອງໃຊ້ເວລາຫຼາຍຮ້ອຍປີຈິ່ງຈະສຳເລັດຂະບວນການດັ່ງກ່າວໄດ້, ຈີນສາມາດບຸກເບີກເສັ້ນທາງຫັນເປັນທັນສະໄໝທີ່ມີເອກະລັກສະເພາະຂອງຕົນ. ສອງຝ່າຍຈີນ-ກຳປູເຈຍໄດ້ເຄົາລົບນັບຖືເຊິ່ງກັນແລະກັນ,ປະຕິບັດຕໍ່ກັນຢ່າງສະເໝີພາບກັນ,ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດຕົ້ນຕໍແລະບັນຫາສຳຄັນທີ່ແຕ່ລະຝ່າຍມີຄວາມສົນໃຈຢ່າງສູງ ເຊິ່ງໄດ້ກາຍເປັນແບບຢ່າງທີ່ດີທີ່ສອງປະເທດນ້ອຍໃຫຍ່ທີ່ມີເງື່ອນໄຂຕາມຄວາມເປັນຈິງແຫ່ງຊາດຂອງຕົນແລະລະບອບສັງຄົມທີ່ແຕກຕ່າງກັນ ແຕ່ຍັງສາມາດຢູ່ຮ່ວມກັນດ້ວຍຄວາມປອງດອງບົນຈິດໃຈມິດຕະພາບແລະການພັດທະນາຮ່ວມກັນ.
ທ່ານຮຸນແຊນໄດ້ຕາງໜ້າລັດຖະບານກຳປູເຈຍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ການສະຖາປະນາ ສປ ຈີນຄົບຮອບ 70 ປີ. ທ່ານກ່າວວ່າ: ການພັດທະນາຂອງຈີນບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນເທົ່ານັ້ນ ຍັງໄດ້ສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດອີກດ້ວຍ. ກຳປູເຈຍເປັນປະເທດທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການຮ່ວມມືໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”. ກຳປູເຈຍ-ຈີນລົງເລິກສາຍພົວພັນມິດຕະພາບແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ ບໍ່ພຽງແຕ່ຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດເທົ່ານັ້ນ, ຍັງຈະປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນກໍຄືຂອງໂລກອີກດ້ວຍ. ກຳປູເຈຍຍິນດີຮ່ວມກັບຈີນຊຸກຍູ້ສາຍພົວພັນລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວກ້າວເຂົ້າສູ່ລ່ວງເລິກແລະໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ກໍຄື ປົກປ້ອງຜົນປະໂຫຍດຮ່ວມກັນຂອງສອງຝ່າຍ.
ຄຳເຫັນ
0