ໃນຂະນະທີ່ປະຊາຄົມໂລກຕົກຕະລຶງນຳຜົນສຳເລັດອັນຍິ່ງໃຫຍ່ທີ່ຈີນຍາດມາໄດ້ ຕະຫຼອດໄລຍະ 70 ປີນັບແຕ່ ສປຈີນສະຖາປະນາເປັນຕົ້ນມາ, ຊາວໂລກກໍອົດສົນໃຈບໍ່ໄດ້ແລະຢາກຊອກຮູ້ວ່າ ຈີນມາຈາກໃສ, ຈະໄປທາງທິດໃດ? ຈີນກຳລັງຊຸກຍູ້ການສ້າງສາໂລກໜຶ່ງທີ່ຄືແນວໃດ? ຈີນຈະຢູ່ຮ່ວມກັນກັບໂລກແນວໃດ? ສຳລັບບັນຫາເຫຼົ່ານີ້, ວັນທີ 27 ກັນຍານີ້, ລັດຖະບານຈີນໄດ້ອອກປຶ້ມປົກຂາວສັງລວມທີ່ພາດຫົວເລື່ອງວ່າ: ຈີນແລະໂລກໃນຍຸກໃໝ່ ໂດຍໄດ້ຍົກໃຫ້ເຫັນເຫດການແລະຂໍ້ມູນຕ່າງໆເຊິ່ງເປັນການທົບທວນຄືນຮອບດ້ານກ່ຽວກັບຜົນສຳເລັດດ້ານການພັດທະນາ, ບົດຮຽນທີ່ຖອດຖອນໄດ້ຈາກການພັດທະນາຂອງປະເທດຈີນໃໝ່ກໍຄືສ່ວນປະກອບອັນສຳຄັນຂອງຈີນຕໍ່ໂລກ ແລະຍັງໄດ້ຊີ້ໃຫ້ເຫັນຢ່າງຮອບດ້ານແລະເປັນລະບົບກ່ຽວກັບສາຍພົວພັນລະຫວ່າງຈີນກັບໂລກ, ໃຫ້ຄຳຕອບກ່ຽວກັບຄວາມສົນໃຈຕົ້ນຕໍຂອງປະຊາຄົມໂລກ ທັງປະກາດຢ່າງຈະແຈ້ງວ່າ ຈີນເປັນຜູ້ສ້າງສັນຕິພາບໂລກ,ເປັນຜູ້ປະກອບສ່ວນເຂົ້າໃນການພັດທະນາຂອງໂລກແລະເປັນຜູ້ປົກປ້ອງລະບຽບການສາກົນຢ່າງເດັດດ່ຽວໜຽວແໜ້ນສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈ,ຄວາມຕັດສິນໃຈແລະຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ.
ຄັນຊັ້ນ, ເປັນຫຍັງຈີນມີຄວາມສາມາດຄືແນວນີ້? ເວົ້າສຳລັບ ຫົວຂໍ້ທີ່ປະຊາຄົມໂລກມີຄວາມສົນໃຈຢ່າງສູງນັ້ນ, ປຶ້ມປົກຂາວດັ່ງກ່າວໄດ້ໃຫ້ຄຳອະທິບາຍຢ່າງເລິກເຊິ່ງ ໃນນີ້ ມີຈຸດສຳຄັນສອງຈຸດຄືໜຶ່ງ: ຈີນໄດ້ບຸກເບີກເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ. ການເລືອກເສັ້ນທາງພັດທະນາແມ່ນມີຄວາມສຳຄັນຫຼາຍທີ່ສຸດຕໍ່ປະເທດໃດໜຶ່ງວ່າຈະມີຄວາມຈະເລີນຮຸ່ງເຮືອງຫຼືຊຸດໂຊມ, ຂໍ້ທີສອງທີ່ໄດ້ມາຈາກການພັດທະນາຂອງຈີນນັ້ນຄື: ຄຳວ່າ“ເມື່ອປະເທດເຂັ້ມແຂງແລ້ວຈະຕ້ອງເປັນເຈົ້າມະຫາອຳນາດ”ມັນບໍ່ແມ່ນກົດເກນປະຫວັດສາດທີ່ຕ້ອງເປັນໄປ. ຕະຫຼອດໄລຍະ 70 ປີນັບຕັ້ງແຕ່ສປຈີນສະຖາປະນາເປັນຕົ້ນມາ, ຈີນໄດ້ບຸກເບີກເສັ້ນທາງໃໝ່ແຫ່ງການພັດທະນາໂດຍສັນຕິແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ແນ່ນອນຈະກາຍເປັນໂອກາດສຳລັບໂລກ. ຕໍ່ກັບເລື່ອງນີ້, ທ່ານຟຣານໂຊວາ ຕາເຕນ ເຂລາທິການໃຫຍ່ເວທີປຶກສາຫາລືບັນດາປະເທດໝູ່ເກາະໃນມະຫາສະໝຸດປາຊີຟິກ ໄດ້ຕີລາຄາວ່າ: ທຸກສິ່ງທຸກຢ່າງທີ່ຈີນເຮັດມານັ້ນລ້ວນແຕ່ມີຈຸດປະສົງເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນ, ຫາກບໍ່ໄດ້ບັງຄັບໃຫ້ຜູ້ອື່ນຮັບເອົາເຈດຕະນາຂອງຕົນ.
ເມື່ອກ້າວເຂົ້າສູ່ຍຸກໃໝ່, ຈີນຈະຮັບມືກັບສະຖານະການທີ່ຜັນແປໄປນັ້ນຄືແນວໃດ?ຈີນຈະນຳເອົາສິ່ງຫຍັງມາໃຫ້ໂລກ? ກ່ຽວກັບບັນຫານີ້, ປຶ້ມປົກຂາວໄດ້ລະບຸໃຫ້ເຫັນຢ່າງຈະແຈ້ງວ່າ ຈີນຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະພັດທະນາຮ່ວມກັນ, ຍຶດໝັ້ນໃນການປົກປັກຮັກສາແລະຊຸກຍູ້ເສດຖະກິດໂລກາພິວັດ, ຕັ້ງໜ້າເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືໃນໂລກ, ສະໜັບສະໜູນລັດທິຫຼາຍຝ່າຍຢ່າງເດັດດ່ຽວໜຽວແໜ້ນ, ປົກປ້ອງຄວາມຍຸຕິທຳແລະຄວາມເປັນທຳຂອງໂລກ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ຕັ້ງໜ້າເຂົ້າຮ່ວມໃນການນຳພາການປະຕິຮູບແລະການສ້າງລະບົບບໍລິຫານໂລກ. ນີ້ຄືຄຳໝັ້ສັນຍາຂອງຈີນທີ່ໃຫ້ໄວ້ກັບໂລກ ເຊິ່ງສະແດງໃຫ້ເຫັນວ່າ ຈີນຈະ ແລກປ່ຽນກັບບັນດາປະເທດໃນໂລກໃຫ້ດີກວ່າເກົ່າດ້ວຍທ່າທີເປີດປະຕູແລະກວມລວມຫຼາຍກວ່າເກົ່າ ເພື່ອສ້າງໂອກາດແຫ່ງການພັດທະນາໃຫ້ແກ່ກັນແລະກັນຫຼາຍຂຶ້ນກວ່າເກົ່າ.
ຄຳເຫັນ
0