徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຫຼຽນ​ໄຊ​ແຫ່ງ​ຊາດ​ແລະ​ນາ​ມະ​ຍົດ​ແຫ່ງຊາດ​​ແລະ​ກ່າວ​ປາ​ໄສ​​ສຳ​ຄັນ

2019-09-29 18:09:28 cri

图片默认标题_fororder_1125058062_15697763005861n
 

ຕາມ​ຂ່າວCRI:ໃນ​ເວ​ລາ 10 ໂມງຕອນ​ເຊົ້າຂອງວັນ​ທີ 29 ກັນ​ຍາ​ນີ້, ພິ​ທີ​ມອບ​ຫຼຽນ​ໄຊ​ແຫ່ງ​ຊາດ​ແລະ​ນາ​ມະ​ຍົດ​ແຫ່ງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ກຽດ​ປະ​ດັບ “ຫຼຽນ​ໄຊ​ແຫ່ງ​ຊາດ​” “ຫຼຽນ​ໄຊ​ມິດ​ຕະ​ພາບ”ແລະ​ຫຼຽນ​ໄຊນາ​ມະ​ຍົດ​ແຫ່ງ​ຊາດ​ໃຫ້​ແກ່​ບຸກ​ຄົນ​ທີ່​ດີ​ເດັ່ນ ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜີງ​ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງພັກ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ, ຄະ​ນະ​ລັດ​ຖະ​ບານ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ, ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ແລະ ສະ​ແດງຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ສົ່ງຕໍ່​ວີ​ລະ​ຊົນ​ແບບ​ຢ່າງ​ທີ່​ໄດ້​ຮັບ “ຫຼຽນ​ໄຊ​ແຫ່ງ​ຊາດ”ແລະ​ນາ​ມະ​ຍົດ​ແຫ່ງ​ຊາດ, ແລະບຸກ​ຄົນ​ທີ່​ເປັນ​ເພື່ອນ​ມິດ​ໃນສາ​ກົນ​ທີ່​ໄດ້​ຮັບ “ຫຼຽນ​ໄຊ​ມິດ​ຕະ​ພາບ” ໃນ​ຄັ້ງ​ນີ້.

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ວ່າ: ​ແຕ່​ໃດໆ​ມາ, ພັກ​ແລະ​ລັດ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ວິ​ລະ​ຊົນ​ແບບ​ຢ່າງ. ມື້​ນີ້​ພວກ​ເຮົາ​ຈັດ​ພິທີ​ຍ້ອງຍໍຊົມ​ເຊີ​ຍ​ວິລະ​ຊົນ​ແບບ​ຢ່າງ​ດ້ວຍ​ການ​ມອບຫຼຽນ​ໄຊ​ລະດັບ​ສູງ​ສຸດ, ກໍ​ເພື່ອ​ສົ່ງ​ເສີມ​​ຄວາມ​ຈົງ​ຮັກ​ພັກ​ດີ​ແລະຄຸນ​ນະ​ທຳ​ຂອງ​ເຂົາ​ເຈົ້າທີ່​ດຸ່​ໝັ່ນ​ຂະ​ຫຍັນ​ພຽນ​ໃນ​ໜ້າ​ທີ່​ວຽກ​ງານທັງ​ດຳລົງ​ຊີວິດ​ແບບລຽບ​ງ່າຍ. ວິ​ລະ​ຊົນແບບ​ຢ່າງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໃໝ່​ດ້ວຍ​ການ​ກະທຳ​ຂອງ​ຕົນວ່າ, ຄວາມ​ຍິ່ງ​ໃຫຍ່ມາ​ຈາກ​ຄວາມ​ທຳ​ມະ​ດາ​ສາ​ມັນ, ທຳ​ມະ​ດາ​ສາ​ມັນ​ສາມາດບົ່ມສ້າງ​​ຄວາມ​ຍິ່ງ​ໃຫຍ່. ຂໍພຽງ​ແຕ່​ມີ​ອຸດົມ​ການ​​ແລະ​ສັດທາອັນ​ແຮງ​ກ້າ, ມີນ້ຳ​ໃຈ​​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ ​ແລະ ເຮັດ​ວຽກທຳ​ມະ​ດາ​​ໃຫ້​ສຳ​ເລັດ​ຜົນ,  ຄົນ​ທຳ​ມະ​ດາສາ​ມັນທຸກ​ທຸກ​ຄົນ​ກໍ​ສາ​ມາດ​ສ້​າງ​ຊີ​ວິດ​ຂອງ​ຕົນ​​ເປັນ​ທີ່​ເຫຼືອມ​ໃສໄດ້, ​ວຽກ​ງານ​ທຳ​ມະ​ດາ​ທຸກ​ວຽກ​ກໍ​ສາ​ມາດ​ສ້າງ​ຜົນ​ງານ​ທີ່​ໜ້າ​ເຫຼືອມ​ໄສ​ໄດ້​ເຊັ່ນ​ກັນ.

ຫວັງ​ວ່າບັນດາ​ທ່ານທີ່​ໄດ້​ຮັບ​ຫຼຽນຕ່າງໆ​ໃນ​ຄັ້ງນີ້​ຈົ່ງ​ທະນຸ​ຖະ​ໜອມ​​ກຽດ​ສັກ​ສີຂອງ​ຕົນ, ສືບ​ຕໍ່ພະ​ຍາ​ຍາມ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​​ເປັນ​ແບບຢ່າງ​ໃຫ້​ຄົນ​ທັງຫຼາຍ​ ດ້ວຍ​​ຄວາມ​ເຊື່ອ, ຄວາມ​ໝັ້ນ​ໃຈ​ແລະ​ສັດ​ທາ​ອັນ​ແຮງ​ກ້າ​​. ຜົນ​ສຳ​ເລັດອັນ​ຍິ່ງ​ໃຫຍ່​ລ້ວນ​ແຕ່​​​ແມ່ນໝາກ​ຜົນ​ທີ່​ໄດ້ມາ​ຈາກ​ຄວາມ​​ສູ້​ຊົນຜ່ານ​ຜ່າ​ຢ່າງ​ບໍ່​ຮູ້​ອິດ​ເມື່ອຍ​ແລະ​ຕໍ່​ເນື່ອງ, ພາລະກິດ​ທີ່​ຍິ່ງ​ໃຫຍ່​ທຸກ​ຢ່າງ​ລ້ວນ​ແຕ່​ຕ້ອງ​ມີການ​ຊຸກຍູ້​ສົ່ງ​ເສີມ​​ສືບ​ທອດຈາກ​ອັນ​ທີ່​ມີ​ຢູ່​ແລ້ວ​ແລະ​ເສີມ​ຂະ​ຫຍາຍ​ໄປ​ສູ່ອັນ​ໃໝ່. ​ໃນ​ຍຸກ​​ໃໝ່ຍ່ອມ​ຈະ​ເປັນ​ຍຸກ​ສະ​ໄໝ​ທີ່​ມີ​ອະນາຄົດ​​ກວ້າງຂວາງ​ແລະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຍິ່ງ​ໃຫຍ່​. ທົ່ວ​ພັກ​​ແລະ​ປະ​ຊາ​ຊົນ​ບັນດາ​ເຜົ່າ​ໃນທົ່ວ​ປະ​ເທດ​ຕ້ອງ​ມີ​ຄວາມ​ໜັກ​ແໜ້ນ​, ມີ​ຄວາມ​ອົດທົນ​ ​ແລະ ​ສູ້​ຊົນຜ່ານ​ຜ່າ​​ເໝືອນ​ດັ່ງ​ວິລະ​ຊົນ​ແບບ​ຢ່າງ ​ເພື່ອຮ່ວມ​ກັນ​ແຕ່ງ​ເພງແກ່ງ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ມອບ​ໃຫ້​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​​ຈີນໃນ​ສະ​ໄໝ​ໃໝ່.

ຄຳ​ເຫັນ

0