黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ສູນ​ທອນ​ພົດຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນພິ​ທີສະ​ເຫຼີມ​​ສະ​ຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ

2019-10-01 13:01:54 cri

图片默认标题_fororder_1125063185_15699001545111n

ພີ່​ນ້ອງ​ຮ່ວມ​ຊາດ​ທົ່ວ​ປະ​ເທດ,

ສະ​ຫາຍ​ທັງ​ຫຼາຍ, ເພື່ອນ​ທັງ​ຫຼາຍ:

ມື້​ນີ້, ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ຢ່າງ​ຄຶກ​ຄື້ນ, ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​​ຈີນ​ຄົບ​ຮອບ 70 ປີ. ໃນ​ຂະ​ນະ​ນີ້, ປະ​ຊາ​ຊົນບັນ​ດາ​ເຜົ່າ​​ໃນ​ທົ່ວ​ປະ​ເທດ​, ລູກ​ຫຼານ​ປະ​ຊາ​ຊາດ​ຢູ່​ພາຍ​ໃນ​ຈີນ​ແລະ​ຢູ່​ຕ່າງ​ປະ​ເທດ, ລ້ວນ​ແຕ່​ປິ​ຕິ​ຊົມ​ຊື່ນທີ່​ສຸດ​ແລະ​ຮູ້​ສຶກ​ພາກ​ພູມ​ໃຈ​ຍ້ອນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ, ແລະ​ອວຍ​ພອນ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ.

ຢູ່​ທີ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ລັດ​ຖະ​ບານ​ຈີນ, ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ, ສະ​ແດງ​ຄວາມ​ຄິດ​ເຖິງ​ຕໍ່​ບັນ​ພະ​​ບຸ​ລຸ​ແລະ​ຜູ້​​ເສຍສະ​ຫຼະ​ຊີ​ວິດ​ທຸກ​ຄົນ​ທີ່​ສ້າງ​ຄຸນ​ງາມ​ຄວາມ​ດີ​ທີ່​ບໍ່​ມີ​ວັນ​ເສົ້າ​ສູນເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ປະ​ຊາ​ຊາດ, ການ​ປົດ​ປ່ອຍ​ຂອງ​ປະ​ຊາ​ຊົນ, ຄວາມ​ຈະ​ເລີນ​ຮັ່ງ​ມີ​ຂອງ​ຊາດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ! ​ສະ​ແດງ​ຄວາມອວຍ​ພອນ​ຢ່າງ​ອົບ​ອຸ່ນ​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ຂອງ​ທົ່ວ​ປະ​ເທດ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ ​ທີ່​ຮັກ​ຊາດ! ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ເພື່ອນ​ມິດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຈີນ.

ວັນ​ທີ 1 ຕຸ​ລາ​ປີ 1949 ຢູ່​ບ່ອນ​ນີ້, ສະ​ຫາຍ​ເໝົາ​​ເຈີ​ຕຸງ​ໄດ້​ປະ​ກາດ​ການ​ສະ​ຖາ​ປະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ ​ຂຶ້ນ​ຕໍ່​ທົ່ວ​ໂລກ, ເລີ່ມ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ຈີນ​ໄດ້​ຢືນ​ຂຶ້ນ​ແລ້ວ. ເຫດ​ການ​ຍິ່ງ​ໃຫຍ່​ດັ່ງ​ກ່າວ​ໄດ້ປ່ຽນ​ແປງ​​ໂສມ​ໜ້າ​ເກົ່າ​ຂອງ​ຈີນ​ທີ່​​ເຄີຍທຸກ​ຍາກ​ແລະ​ອ່ອນ​ແອ​ນັບ​ແຕ່​ປີ 1840 ​ມາ​ນີ້, ປະ​ຊາ​ຊາດ​ຈີນ​ໄດ້​ກ້າວ​ໄປ​ສູ່​ເສັ້ນ​ທາງກວ້າງ​​ໃຫຍ່​ໄພ​ສານ​ທີ່​ເຮັດ​ທີ່ໃຫ້​ປະ​ເທດ​ຈີນບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່.  

ໃນ​ໄລ​ຍະ 70 ປີ​ຜ່ານ​ມາ​ນີ້, ປະ​ຊາ​ຊົນ​ຈີນ​ບັນ​ດາ​ເຜົ່າ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈ, ສູ້​ຊົນ​ຢ່າງ​ຫ້າວ​ຫັນ, ແລະ​ໄດ້​ຮັບ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ. ມື້​ນີ້, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນສັງ​ຄົມ​ນິ​ຍົມ​ຍັງ​ຢືນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ໂລກ, ບໍ່​ມີ​ພະ​ລັງ​ໃດໆ​ສາ​ມາດ​ປ່ຽນ​ແປງ​ຖາ​ນະ​ຂອງ​ຈີນ, ບໍ່​ມີ​ພະ​ລັງ​ໃດໆ​ສາ​ມາດສະ​ກັດ​ກັ້ນ​ບາດ​ກ້າວ​ໄປ​ໜ້າ​ຂອງ​​ປະ​ຊາ​ຊົນ​ແລະ​ປະ​ຊາ​ຊາດຈີນ.

ສະ​ຫາຍ​ທັງ​ຫຼາຍ, ເພື່ອນ​ທັງ​ຫຼາຍ!

ໃນ​ຂະ​ບວນ​ການ​ກ້າວ​ໄປ​ໜ້າ, ຈີນ​ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຍຶດ​ໝັ້ນ​ຖາ​ນະຂອງ​ປະ​ຊາ​ຊົນ​ເປັນ​ຫຼັກ, ຍຶດ​ໝັ້ນ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ທິດ​ສະ​ດີ​ພື້ນ​ຖານ,ແນວ​ທາງ​ພື້ນ​ຖານ ແລະ​ຍຸດ​ທະ​ສາດ​ພື້ນ​ຖານຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ຮອບ​ດ້ານ, ຕອບ​ສະ​ໜອງ​ຄວາມ​ປາ​ຖະ​ໜາຂອງ​ປະ​ຊ​າ​ຊົນ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມຢ່າງ​ບໍ່​ຢຸດຢັ້ງ, ປະ​ດິດ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໃໝ່​ອ່ຽມ​ໃນ​ປະ​ຫວັດ​ສາດ.

ໃນ​ຂະ​ບວນ​ການ​ກ້າວ​ໄປ​ຂ້າງ​ໜ້າ, ຈີນ​ຕ້ອງ​ຍຶດ​ໝັ້ນ​ທິດ​ທາງ “ເຕົ້າ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ, ປະ​ເທດ​ດຽວ​ສອງ​ລະ​ບອບ”, ​ເຮັດ​ໃຫ້ເຂດ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ໝັ້ນ​ຄົງ​ເປັນ​ໄລ​ຍະ​ຍາວ, ຊຸກ​ຍູ້​​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄ​ຕ້​ຫວັນ​​ໃຫ້ຂະ​ຫຍາ​ຍ​ຕົວ​ໂດຍ​ສັນ​ຕິ. ທ່ານ​ຮຽກ​ຮ້ອງ​ໃຫ້​ລູກ​ຫຼານປະ​ຊາ​ຊາດ​ທົ່ວ​ປະ​ເທດ​ຈີນ​ຈົ່ງ​ສາ​ມັກ​ຄີ​ກັນ, ສືບ​ຕໍ່​ສູ້​ຊົນ​ເພື່ອ​​ໃຫ້​ປະ​ເທດ​ຊາດ​ບັນ​ລຸ​ການ​ເຕົ້າ​ໂຮມ​ເປັນ​ເອກ​ພາບ​ກັນ​ຢ່າງ​ເຖິງ​ຖອງ.

ໃນ​ຂະ​ບວນ​ການ​ກ້າວ​ໄປ​ໜ້າ, ​ຈີນ​ຕ້ອງ​ຍຶດ​ໝັ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສືບ​ຕໍ່​ຮ່ວມ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ພ້ອມ​ກັນ​ຊຸກ​ຍູ້​​ສ້າງ​ສາ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈ​ຂອງມວນມະ​ນຸດ.

ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ແລະ​ກອງ​ຕຳ​ຫຼວດ​ປະ​ກອ​ບ​ອາ​ວຸດ​ຈີນ​ຕ້ອງ​ຮັກ​ສາ​ລັກ​ສະ​ນະ​ແລະ​ວັດ​ຖຸ​ປະ​ສົງທີ່​ເປັນ​ກອງ​ທັບ​ຂອງ​ປະ​ຊາ​ຊົນ​ຕະ​ຫຼອດ​ໄປ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ການ​ພັດ​ທະ​ນາ​ຂອງ​ຊາດ​ຢ່າງ​ເດັດ​ດ່ຽວ, ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ຢ່າງ​ເດັດ​ດ່ຽວ.

ສະ​ຫາຍ​ທັງ​ຫຼາຍ, ເພື່ອນ​ທັງ​ຫຼາຍ!

​ມື້​ຜ່ານ​ມາ​ຂອງ​ຈີນ​ໄດ້​ບັນ​ທຶກ​ຢູ່​ປຶ້ມ​ມວນ​ມະ​ນຸດ​ແລ້ວ, ມື້​ນີ້​ຂອງ​ຈີນ​ແມ່ນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ພວມ​ສ້າງ​ຂຶ້ນ, ອະ​ນາ​ຄົດ​ຂອງ​ຈີນ​ຈະ​ງົດ​ງາມກວ່າ​ເກົ່າ​ຢ່າງ​ແນ່ນອນ. ສະ​ມາ​ຊິກ​ທົ່ວ​ພັກ​ ທົ່ວ​ກອງ​ທັບ ແລະ ປະ​ຊ​າ​ຊົນ​ບັນ​ດາ​ເຜົ່າ​ໃນທົ່ວ​ປະ​ເທດ​ຈົ່ງ​ສາ​ມັກ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ, ສືບ​ຕໍ່​ປັບ​ປຸງ​ແລະ​ພັດ​ທະ​ນາສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃຫ້​ດີ, ສືບ​ຕໍ່​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນ​ລຸເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ 2 ເຫດ​ການ ແລະ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່ຂອງ​ປະ​ຊາ​ຊາດ​ຈີນ.

ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ອັນ​ຍິ່ງ​ໃຫຍ່​ໝັ້ນ​ຍືນ!

ພັກ​ກອມ​ມູ​ນິດ​ຈີນ​ອັນ​ຍິ່ງ​ໃຫຍ່​ໝັ້ນ​ຍືນ!

ປະ​ຊາ​ຊົນ​ຈີນ​ອັນ​ຍິ່ງ​ໃຫຍ່​ໝັ້ນ​ຍືນ!

ຄຳ​ເຫັນ

0