ງານສະເຫຼີມສະຫຼອງວັນສະຖາປະນາສປ ຈີນຄົບຮອບ 70 ປີໄດ້ຮັບຄວາມສົນໃຈຈາກສັງຄົມອາເມຣິກາ, ຜູ້ຊ່ຽວຊານຄັງປັນຍາ, ບຸກຄົນອົງການການເມືອງອາເມຣິກາຫຼາຍທ່ານໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ປົດປາໄສສຳຄັນ 3 ຄັ້ງທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງກ່າວໃນໄລຍະຍນີ້ປະທັບໃຈຫຼາຍ ແລະເຮັດໃຫ້ຕົນເອງມີຄວາມເຂົ້າໃຈຕໍ່ການພັດທະນາຂອງຈີນຫຼາຍຂຶ້ນ. ບັນດາທ່ານກໍຄອງຄອຍສາຍພົວພັນອາເມຣິກາ-ຈີນຈະມີການພັດທະນາຢ່າງໝັ້ນຄົງ.
ທ່ານໂຣເປີດ ລາວຣັນສ ຄູນ ປະທານກອງທຶນຄູນອາເມຣິກາກ່າວວ່າ: ຂ້າພະເຈົ້າເຫັນວ່າ ຫົວຂໍ້ຫຼັກຂອງງານສະເຫຼີມສະຫຼອງວັນສະຖາປະນາສປ ຈີນຄົບຮອບ 70 ປີຄັ້ງນີ້ເພື່ອໃຫ້ໂລກຮັບຮູ້ວ່າເປັນຫຍັງລະບອບ ແລະລະບຽບການຂອງຈີນສາມາດດຳເນີນງານເປັນຢ່າງດີຢູ່ຈີນ ແລະລະບອບນີ້ຈະນຳເອົາຜົນປະໂຫຍດແນວໃດໃຫ້ໂລກ. ທ່ານກ່າວຕື່ມວ່າ: ເປົ້າໝາຍສູງສຸດຂອງຈີນແມ່ນຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະແບ່ງປັນໝາກຜົນການພັດທະນາຂອງຈີນໃຫ້ໂລກດ້ວຍວິທີຕ່າງໆ.
ທ່ານບຣັນ ໄພເກີ ຫົວໜ້າສູນກົດໝາຍ ແລະການຄ້າຂ້າມຊາດຂອງມະຫາວິທະຍາໄລກາຣິຟເນຍໃຕ້ອາເມຣິກາເຫັນວ່າ: ຈີນໄດ້ບັນລຸໝາກຜົນອັນຍິ່ງໃຫຍ່ໃນດ້ານການພັດທະນາເສດຖະກິດ ແລະສ້າງສັງຄົມມີຄວາມຈະເລີນຮຸ່ງເຮືອງ ພ້ອມກັນນັ້ນ ເຮັດໃຫ້ຄົນທັງຫຼາຍໄດ້ເຫັນຄວາມຄືບໜ້າຂອງຈີນໃນການເຊື່ອມໂຍງເຂົ້າກັບລະບຽບການສາກົນ.
ທ່ານກ່າວຕື່ມວ່າ: ຄ້າຍຄືກັບປຶ້ມປົກຂາວ “ຈີນ ແລະໂລກໃນຍຸກໃໝ່” ໄດ້ລະບຸໄວ້ນັ້ນ, ຂ້າພະເຈົ້າເຫັນວ່າອາເມຣິກາ ແລະຈີນຄວນແກ້ໄຂບັນຫາລະຫວ່າງສອງຝ່າຍຢ່າງສົມເຫດສົມຜົນດ້ວຍຄວາມເຄົາລົບເຊິ່ງກັນ ແລະກັນ ແລະວິທີທີ່ຍຸດຕິທຳ ແລະສົມເຫັດສົມຜົນ.
ຄຳເຫັນ
0