ວັນທີ 3 ຕຸລານີ້, ວິທະຍຸສາກົນແຫ່ງປະເທດຈີນຫຼືCRI ໄດ້ອອກບົດວິເຄາະຂ່າວພາຍໃຕ້ຫົວຂໍ້ “ເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ ເດັດດ່ຽວຊຸກຍູ້ເສດຖະກິດໂລກາພິວັດ”.
ບົດວິເຄາະຂ່າວເນັ້ນວ່າ:ການເປີດປະຕູສູ່ພາຍນອກພາໃຫ້ມີການພັດທະນາທີ່ຈະເລີນຮຸ່ງເຮືອງ,ການປິດປະຕູຈະເຮັດໃຫ້ການພັດທະນາຊັກຊ້າລົງ,ເຊິ່ງຄົນຈີນແມ່ນຮັບຮູ້ຕໍ່ກົດເກນທາງປະຫວັດສາດນີ້ຢ່າງຈະແຈ້ງ. ໂດຍຜະເຊີນກັບລັດທິປົກປ້ອງການຄ້າແລະລັດທິຝ່າຍດຽວທີ່ກຳລັງມີຂຶ້ນ,ຈີນໄດ້ຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນຄືທີ່ຜ່ານມາ. ລົງເລິກການປະຕິຮູບຢ່າງບໍ່ຢຸດຢັ້ງ,ເປີດກວ້າງການເປີດປະຕູ,ຈຶ່ງແມ່ນຂໍກະແຈທີ່ສຳຄັນໃນການຮັບມືກັບສິ່ງທ້າທາຍແລະຄວາມສ່ຽງຕ່າງໆນາໆ. ຈີນຈະສືບຕໍ່ປະຕິບັດຍຸດທະສາດການເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ພະຍາຍາມຊຸກຍູ້ການສ້າງໂລກທີ່ມີຄວາມກ້າວໜ້າແລະວັດທະນາຖາວອນຍິ່ງຂຶ້ນ.
ບົດວິເຄາະຂ່າວດັ່ງກ່າວຊີ້ໃຫ້ເຫັນວ່າ: ໃນ 70 ປີຜ່ານມາ, ບົນຈິດໃຈເພິ່ງຕົນເອງກຸ້ມຕົນເອງແລະບຸກບືນສູ້ຊົນຢ່າງອົດທົນ,ໂດຍສະເພາະແມ່ນການປະຕິບັດນະໂຍບາຍການປະຕິຮູບແລະເປີດປະຕູສູ່ພາຍນອກ,ຈີນໄດ້ສ້າງຄວາມມະຫະສະຈັນແຫ່ງການພັດທະນາທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມະນຸດ. ໃນ 70 ປີຜ່ານມາ,ຈີນໄດ້ດຳເນີນການເປີດກວ້າງການເປີດປະຕູສູ່ພາຍນອກແບບຄ່ອຍເປັນຄ່ອຍໄປ,ເພີ່ມການຕິດຕໍ່ພົວພັນແລະໄປມາກັນກັບໂລກຢ່າງບໍ່ຢຸດຢັ້ງ,ເສດຖະກິດໄດ້ຮັບການພັດທະນາແບບກ້າວກະໂດດຢ່າງບໍ່ຢຸດຢັ້ງ,ກາຍເປັນກຸ່ມເສດຖະກິດທີ່ໃຫຍ່ອັນດັບທີສອງຂອງໂລກ.ການລົງທຶນຕໍ່ຕ່າງປະເທດໄດ້ບັນລຸການກ້າວກະໂດດຈາກສູນຮອດຮ້ອຍຕື້ໂດລາສະຫະລັດ ເຊິ່ງໄດ້ສ້າງຕຳແໜ່ງວຽກເຮັດງານທຳແລະລາຍໄດ້ຈາກພາສີອາກອນໃຫ້ແກ່ປະເທດທີ່ຮັບການລົງທຶນເປັນຈຳນວນຫຼວງຫຼາຍ. ເລື່ອງຄວາມເປັນຈິງໄດ້ຢືນຢັນຢ່າງເຕັມສ່ວນວ່າ:ການປະຕິຮູບແລະເປີດປະຕູສູ່ພາຍນອກແມ່ນບາດກ້າວທີ່ສຳຄັນໃນການຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ ເຊິ່ງບໍ່ພຽງແຕ່ເຮັດໃຫ້ໂສມໜ້າທາງເສດຖະກິດຂອງຈີນໄດ້ເກີດມີການປ່ຽນແປງເໝືອນໜ້າມືເປັນຫຼັງມືເທົ່ານັ້ນ,ແຕ່ຍັງໄດ້ເຮັດໃຫ້ເສດຖະກິດໂລກໄດ້ຮັບຜົນປະໂຫຍດອີກດ້ວຍ.
ຄຳເຫັນ
0