ເນື່ອງໃນໂອກາດການສະຖາປະນາ ສປ ຈີນຄົບຮອບ 70 ປີ,ທ່ານນາງ ຖູໂຢ່ວໂຢ່ວ ນັກວິທະຍາສາດຍິງຂອງຈີນ,ຜູ້ໄດ້ຮັບລາງວັນໂນເປນສາຂາແພດສາດແລະສະລີລະສາດໄດ້ຮັບ “ຫຼຽນໄຊສາທາລະນະ”. ເຊິ່ງທີມງານຂອງຖູໂຢ່ວໂຢ່ວໄດ້ຊອກຮູ້ຈາກແພດສາດດັ້ງເດີມຂອງຈີນ,ຄົ້ນພົບວິທີການປິ່ນປົວພະຍາດໄຂຍຸງມາລາເລຍດ້ວຍສະໝູນໄພຈີນ,ໄດ້ກອບກູ້ຊີວິດຂອງຜູ້ເປັນພະຍາດມາລາເລຍຫຼາຍລ້ານຄົນຢູ່ໃນໂລກ.ໝາກຜົນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການພັດທະນາວິທະຍາສາດເຕັກນິກຂອງປະເທດຈີນໃນຮອບ 70 ປີຜ່ານມາ.
ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງຈີນໃນ 70 ປີຜ່ານມາໄດ້ຮັບຜົນສຳເລັດຢ່າງໂດດເດັ່ນມີການພົວພັນຢ່າງແໜ້ນແຟ້ນກັບການໃຫ້ຄວາມສຳຄັນຢ່າງສູງຈາກການນຳຂອງປະເທດ. ໃນຊຸມປີມໍ່ໆມານີ້,ລັດຖະບານຈີນໄດ້ຖືຄວາມມຸ່ງມາດປາຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມເປັນຈຸດສຸມໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ,ຍຶດໝັ້ນຊຸກຍູ້ການປະດິດສ້າງໃໝ່ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ,ຊຸກຍູ້ໃຫ້ວິສາຫະກິດກາຍເປັນຕົວຫຼັກຂອງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ. ພ້ອມກັນນັ້ນ,ຈີນໄດ້ເພີ່ມທະວີການປົກປ້ອງສິດຊັບສິນທາງປັນຍາ,ປັບປຸງການອົບຮົມບົ່ມສ້າງ,ນຳໃຊ້ແລະກົນໄກສົ່ງເສີມຜູ້ມີຄວາມຮູ້ຄວາມສາມາດດ້ານການຄົ້ນຄວ້າວິທະຍາສາດໃຫ້ຄົບຖ້ວນສົມບູນຂຶ້ນ,ງົບທີ່ໃຊ້ໃນດ້ານການຄົ້ນຄວ້າແລະການຜະລິດໄດ້ເພີ່ມຂຶ້ນຄູ່ປີ.
ໃນ 70 ປີຜ່ານມາ,ຈີນໄດ້ປະກອບສ່ວນຢ່າງພົ້ນເດັ່ນເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆທີ່ມະນຸດພ້ອມກັນຜະເຊີນໂດຍຜ່ານການຮ່ວມມືດ້ານເຕັກນິກກັບສາກົນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.ໃນດ້ານການຮັບມືກັບຄວາມປອດໄພດ້ານສະບຽງອາຫານ,ຄວາມປອດໄພດ້ານພະລັງງານ,ການປ່ຽນແປງດ້ານດິນຟ້າອາກາດແລະສິ່ງທ້າທາຍອື່ນໆທີ່ເປັນບັນຫາທີ່ທົ່ວມວນມະນຸດຮ່ວມກັນຜະເຊີນໜ້ານັ້ນ, ຈີນກໍ່ໄດ້ອຸທິດກຳລັງຢ່າງຕໍ່ເນື່ອງໃນດ້ານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກເຊັ່ນກັນ.
ໃນອະນາຄົດ,ຈີນຈະເປັນເຈົ້າການເຊື່ອມໂຍງເຂົ້າກັບເຄືອຄ່າຍການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງໂລກ,ລົງເລິກເຂົ້າຮ່ວມການບໍລິຫານໂລກຕາມຫຼັກວິທະຍາສາດເຕັກນິກຢ່າງຮອບດ້ານ,ພະຍາຍາມກາຍເປັນສູນວິທະຍາສາດແລະສູນການປະກິດສ້າງໃໝ່ທີ່ສຳຄັນຂອງໂລກ,ໃນຂະນະທີ່ບັນລຸຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຂອງຕົນຍັງຈະນຳເອົາຜົນປະໂຫຍດໃຫ້ແກ່ປະເທດແລະປະຊາຊົນໃນໂລກຫຼາຍກວ່າເກົ່າ.
ຄຳເຫັນ
0