吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໃຫ້​ທົ່ວ​ໂລກ​ເລັ່ງສາຍຕາ​ໃສ່​ຈີນ​ພ້ອມ​ກັນ! ການ​ບັນຍາ​ຍ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ

2019-10-06 16:49:26 cri

ວັນ​ທີ 1 ຕຸລາ​ນີ້, ສະຖານີວິທະຍຸໂທລະພາບ​ສູນ​ກາງ​ຈີນ​ໄດ້ຈັດ​ລາຍການ​ສົດ​ທາງ​ວິທະຍຸ ​ແລະ​ໂທລະພາບ​ກ່ຽວ​ກັບ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບ​ຮອບ 70 ປີ​ດ້ວຍຫຼາຍ​ພາສາ​ຕ່າງປະ​ເທດ​ຕ່າງໆ ​ແລະ​ພາສາ​ທ້ອງ​ຖິ່ນ​ຈີນ​ຫຼາຍ​ທ້ອງ​ຖິ່ນ.

“ຍອດ​ຢ້ຽມ​ເລີຍ!” ນີ້​ຄື​ການ​ຕີ​ລາຄາ​ຂອງນັກ​ຂ່າວ​ຕ່າງປະ​ເທດຕໍ່​ການ​ບັນຍາຍ​ສົດກ່ຽກກັບງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ​ຂອງ​ໂຄສົກ​​ສະຖານີ​ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ ​ເຊິ່ງລາຍການ​ສົດ​ຄັ້ງ​ນີ້​ໄດ້​ອອກ​ອາກາດ​ດ້ວຍ​ພາສາ​ຕ່າງປະ​ເທດ 43 ພາສາ, ​​​ພາສາ​ທ້ອງ​ຖິ່ນ 4 ພາສາ ຄື: ພາສາ​ກວາງຕຸ້ງ, ພາສາ​ແຂກ ​ແລະ​ພາສາ​ເຕ້ຈິ​ວ ກໍ​ຄື​ພາສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 5 ພາສາ ຄື: ພາສາ​ເຜົ່າ​ມົງ​ໂກນ​, ​ເຜົ່າ​ຕິ​ເບ​ດ, ​ເຜົ່າ​ອູ​ຍ​ເກີ, ​ເຜົ່າ​ຮາ​ຊັກ ​ແລະ​​ເຜົ່າ​​ເກົ່າ​ຫຼີ, ອັນ​ເປັນ​ການ​ສ້າງ​ສະຖິຕິ​​ໃໝ່​ໃນ​ປະຫວັດສາດ​ການ​ອອກ​ລາຍການ​ສົດ​ທາງ​ວິທະຍຸ ​ແລະ​ໂທລະພາບ​ຈີນ.

图片默认标题_fororder_1

​ເຂດ​ຖ່າຍ​ທອດ​ສົດ​ຂອງ​ສະຖານີ​ວິທະຍຸ​ໂທລະພາບ​ສູ​ນກາງ​ຈີນ​ທີ່​ຕັ້ງ​ຢູ່​​ເບື້ອງຕາ​ເວັນ​ອອກ​ຂອງ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມິ​ນ

图片默认标题_fororder_2

ທ່ານ​​ໂຈ່​ວ​ເຢີ້ ​ແລະ​​ນາງ​ວາງ​ມັງ​ມັງ ​ໂຄສົກ​ຊ່ອງ​ພາສາ​ອັງກິດ​ຂອງ CGTN ທີ່​ບັນຍາຍງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ, ພິທີ​ສວນສະໜາມ ​ແລະ​ການ​ເດີນ​ຂະ​ບວນ​ຂອງ​ປະຊາຊົນ

图片默认标题_fororder_3

ທ່ານຈຸ​ລຽນ ​ແລະ​ນາງ ຫຼີຊິ່ວຢວນ ​ໂຄສົກ​ຊ່ອງ​ພາສາ​ອັງກິດ​ຂອງ CGTN ທີ່​ບັນຍາຍງານສະ​ແດງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ

图片默认标题_fororder_4

ນາງ​ຈ້າວ​ຢີງ ​ແລະທ່ານ​ລົວ​ໄລ​ມິ​ງ ຜູ້​ບັນຍາຍ​ພາສາ​ອັງກິດ​ ກໍ​ຄື​ຜູ້ຮັບຜິດຊອບ​ເຕັກນິກ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ CRI

图片默认标题_fororder_5

ທ່ານ​ລ້ຽວຈີ​ປົ່ວ, ນາງ​​ໂຈ່​ວ​ເຮີ້​ຢັງ ​ແລະ​ທ່ານ​ສູ່​ຢີ້ ທິມງານ​ຖ່າຍ​ທອດ​ສົດ​ຕໍ່ງານ​ສະ​ແດງ​ຂອງ​ປະຊາຊົນ

图片默认标题_fororder_6

ທ່ານ​ຫຼີຈົ່ງ​ຊິ້ງ ​ແລະ​​ນາງ​ເຊີ້ງຈິ່ງ​ຈິ່ງ ຜູ້​ບັນຍາຍ​ພາສາຣັດ​ເຊຍ ກໍ​ຄື​ຜູ້​ຮັບຜິດຊອບ​ເຕັກນິກຂອງ CRI

图片默认标题_fororder_7

ນາງ​ຈາງ​ຊິນ​ຊາງ ​ແລະ​ທ່ານ​ຊີ​ອຽນ​ໝິນ ​ໂຄສົກ​ພາສາຣັດ​ເຊຍ​ຂອງ CRI ກຳລັງ​ກຽມ​ບົດ​ບັນຍາຍ​ຢູ່​ເທິງ​ຫໍ​ທ່ຽນ​ອ່ານ​ເມີນ

图片默认标题_fororder_8

​ນາງ​ລີ​ວຮວາ​ເຈິ່ນ ຜູ້​ບັນຍາຍ​ພາສາ​ຝຣັ່ງຂອງ CRI ພວມ​ຖ່າຍ​ທອດ​ສົດ

ງານ​ສະ​​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ​​ຄັ້ງ​ນີ້​ຍັງ​ຈັດ​ໃຫ້​ມີລາຍການ​ສົດ​ດ້ວຍ​ພາສາ​ກວາງຕຸ້ງ​​ໂດຍ​ຜ່ານ​ຈາກ​ວິທະຍຸ​ສຽງເຂດ​ອ່າວ​ໃຫຍ່ກວາງຕຸ້ງ-ຮົງ​ກົງ-ມາ​ກາວຂອງ​ສະຖານີ​ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ​​ເປັນ​ເທື່ອ​ທຳ​ອິ​ດ.

图片默认标题_fororder_9

​ນາງ​ເຊີນຊີ່​ງ ​ແລະ​ທ່ານ​ຮວງ​ສຽວ​ຕຸ່ງ ຜູ້​ບັນຍາຍ​ພາສາ​ກວາງຕຸ້ງ​ພວມ​ກຽມ​ຈັດ​ລາຍການ​ຢູ່​ຫ້ອງ​ອັດ

图片默认标题_fororder_10

ນາງ​ລ້ຽວ​ໄຫ​ທົງ ​ແລະ​ທ່ານຄ້ວງ​ນີ​ເຊີ່ງ ຜູ້​ບັນຍາຍ​ພາສາ​ກວາງ​ຕຸ້ງຂອງ​ງານ​ສະ​ແດງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ

ຄຳ​ເຫັນ

0