吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ງໍ​ຈົກ​ຕົງ: ການ​ພັດທະນາ​ຂອງ​ຈີນ​ແມ່ນ​ເລື່ອງ​ມະຫັດສະຈັນ​ທີ່ບໍ່​ເຄີຍມີ​ມາ​ກ່ອນໃນ​ປະຫວັດສາດ

2019-10-07 16:06:27 cri

ຕາມ​ຂ່າວ CRI: ວັນ​ທີ 3 ຕຸລາ​ນີ້, ທ່ານ​ງໍ​ຈົກ​ຕົງ ອະດີດ​ນາຍົກລັດຖະມົນຕີສິງກະ​​ໂປ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ພັດທະນາ​ຂອງ​ຈີນ​ໃນ​ໄລຍະ 70 ປີຜ່ານມາ​ໂດຍ​ເຫັນ​ວ່າ: ພາຍ​ໃຕ້​ສະຖານະ​ການ​ໂລກ​ໃນ​ປັດຈຸບັນ​ນີ້, ຈີນ ​ແລະ​ສິງກະ​ໂປ​ຄວນ​ຮ່ວມ​ມື​ກັນ​ໃນ​ຂອບ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເພື່ອປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ພາກ​ພື້ນ.

ທ່ານ​ໄດ້​ໃຫ້​ຄຳ​ເຫັນ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ທາງ​ລາຍ​ລັກ​ອັກສອນ​ແກ່​ນັກ​ຂ່າວ CRI, ຈີນ​ໄດ້​ບັນລຸການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ​ການ​ພັດທະນາ​​ເປັນ​ຢ່າງ​ຍິ່ງ​ໃນ 70 ປີຜ່ານມາ, ຈີນ​ໃນ​ປັດຈຸບັນ​ແມ່ນ​ກຸ່ມ​ເສດຖະກິດ​ທັນ​ສະ​ໄໝ​ທີ່​ຂັບ​​ເຄື່ອນ​ໂດຍ​ວິທະຍາສາດ​ເຕັກນິກ ​ແລະ​ການ​ປະດິດ​ສ້າງ​ໃໝ່, ​​ທັງ​ສຸ​ມ​ໃສ່​ການ​ເຜີຍ​ແຜ່​ການ​ສຶກສາ. ການ​ທີ່ຈີນ​ໄດ້​ຊ່ວຍ​ເຫຼືອ​ປະຊາຊົນ​ຫຼາຍ​ກວ່າ 850 ລ້າ​ນຄົນ​ຫຼຸດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ ​ແມ່ນ​ເລື່ອງ​ມະຫັດສະຈັນ​ອັນ​ຍິ່ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ປະຫວັດສາດ.

​ເມື່ອ​​ເວົ້າ​ເຖິງ​ສາຍ​ພົວພັນ​ຈີນ-ສິງກະ​ໂປ, ທ່ານງໍ​ຈົກ​ຕົງ​ເນັ້ນວ່າ: ສິງກະ​ໂປ ​ແລະ​ຈີນ​ມີ​ສາຍ​ພົວພັນ​​ທີ່​ດີ ​ແລະ​ມີ​ລັກ​ສະ​ນະ​ຕົວ​ຈິງ. ພາຍຫຼັງ​​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ໄດ້​ສະ​ເໜີ​ອອກເມື່ອປີ 2013​ ​ເປັນ​ຕົ້ນ​ມາ, ສິງກະ​ໂປ​ຕັ້ງໜ້າ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ເຫັນ​ວ່າ: ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງ​ໜ້າ, ​ເພື່ອ​ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ດ້ານການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ອາຊີ ​ແລະ​​ເຂດອື່ນໆ, ຍັງ​ຈະເພີ່ມ​ທະວີ​ການ​ເຊື່ອມ​ຈອດກັນ​ຂອງ​ພາກ​ພື້ນ.

ທ່າວ​ກ່າວ​ເນັ້ນ​ວ່າ: ບັນດາ​ປະ​ເທດ​ອາຊີ​ຄວນ​ຮ່ວມ​ມື​ເຊິ່ງກັນ ​ແລະ​ກັນ ​ແລະ​ຮ່ວມ​ມື​ກັບ​ປະ​ເທດ​ເພື່ອນ​ມິດ​ພາຍ​ນອກ ​ເພື່ອ​ສ້າງ​ອາຊີທີ່​ມີ​ສັນຕິພາບ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ສ້າງ​ໂລກ​ທີ່​ດີກ​ວ່າ​ເກົ່າ. ທ່ານ​ກ່າວ​ຕື່ມ​ວ່າ: ​ໃນ​ອະນາຄົດ, ເຊື່ອວ່າ​ຈີນ​ຈະ​ສືບ​ຕໍ່​ເຕີບ​​ໃຫຍ່​ຂຶ້ນ, ກຳລັງ​ແຫ່ງ​ຊາດ​ຈະ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ, ​ແລະຈະ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ຄວາມ​ໝັ້ນຄົງ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ການ​ພັດທະນາ​ຂອງ​ທົ່ວ​ໂລກ.

ຄຳ​ເຫັນ

0