尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ກ່າ​ວວ່າ: ຖອດ​ຖອນ​ບົດ​ຮຽນ​ ​ການ​ພັດ​ທະ​ນາ​ຂອງ​ຈີນ ຖະ​ໜຸ​ຖະ​ໜອມ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ມຽ​ນ​ມາ

2019-10-07 17:47:27 cri

图片默认标题_fororder_2

ຕາມ​ຂ່າວCRI: ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ, ທ່ານ ເຊັນ​ວິນ​ອຸງ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບມຽນ​ມາ-​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIໂດ​ຍ​ກ່າ​ວ​ວ່າ: ມຽນ​ມາ​ຄວນ​ຖອດ​ຖອນ​ແລະ​ຮ່ຳ​ຮຽນ​ນຳບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ.
 

ທ່ານເຫັນ​ວ່າ:ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ 70 ປີ​ຜ່ານ​​ມາ​ແມ່ນ​ຍ້ອນອາ​ການ​ນຳ​ພາ​ທີ່​ຖືກ​ຕ້ອງ​​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຕົນ,ຍຶດ​ໝັ້ນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ,ປະ​ເທດ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ໃນ​ດ້ານ​ການ​ພັດ​ທະ​ນາ​ການ​ເມືອງ,ເສດ​ຖະ​ກິດ​ແລະສັງ​ຄົມ​ໃນ​ລະ​ດັບ​ສູງ,ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ເປັນ​​ທີ່​ມຽນ​ມາ​ຄວນ​ຖອດ​ຖອນ​ແລະ​ຮຽນ​ນຳ.
 

ປັດ​ຈຸ​ບັນ,ຈີນ​ແລະ​ມຽນ​ມາ​ພວມ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ແລວ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ຢ່າງ​ຕັ້ງ​ໜ້າ. ທ່ານ ເຊັນ​ວິນ​ອຸງ ກ່າວ​ວ່າ: ຂໍ້​ລິ​ເລີ່ມເສັ້ນ​ທາງ​ສາຍ​ນີ້ບໍ່​ພຽງ​ແຕ່​ສາ​ມາດ​ເຮັດ​ໃຫ້​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ,ແຕ່​ຍັງ​ສາ​ມາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້​ນ​ທາງ”​ອີກ​ດ້ວຍ.ເບິ່ງໄປແລ້ວ​ນີ້​ແມ່ນ​ເສັ້ນ​ທາງ​ແຫ່ງ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ເສັ້ນ​ໜຶ່ງ,ແຕ່​ຖ້າ​​ປະ​ເທດຕ່າງໆ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢູ່​ໃນ​ນີ້,ການ​ຮຸກ​ຮານ​ແລະ​ການ​​ປຸ້ນ​ຈີ້ຢູ່​ໃນ​ໂລກ​ກໍ່​ຈະຫຼຸດ​ໜ້ອຍ​ລົງ,ສະ​ນັ້ນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ບໍ່​ພຽງ​ແຕ່​ແມ່ນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທົ່າ​ເນັ້ນ,ຫາກ​ຍັງ​ເປັນ​ເສັ້ນ​ທາງ​ແຫ່ງ​ສັນ​ຕິ​ພາບ​ອີ​ກ​ດ້ວຍ.
 

ເມື່ອ​ກ່າວ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,ທ່ານ ເຊັນ​ວິນ​ອຸງ ກ່າວ​ອີກວ່າ: ມີ​ແຕ່​ຖະ​​ນຸ​ທະ​ໜອມ​ແລະ​ປົກ​ປັກ​ຮັກ​ສາ​ມິດ​ຕະ​ພາບ​ລະ​ຫວ່າງ​​ມຽນ​ມາ-ຈີນ​ໃຫ້​ດີ,​ຈຶ່ງ​ຈະບັນ​ລຸ​ການ​ໄດ້ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ,ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ສາ​ມາດ​​ຮັບ​ຮູ້ຄຸນ​ຄ່າ​ຂອງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້,ພ້ອມ​ທັງ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​​ໃຫ້​ດີ.

ຄຳ​ເຫັນ

0