莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ສິດ​ທິ​ພາບ​ເສດ​ຖະ​ກິດ​ຈີນ​ໃນ​ຍາມ​ພັກ​ວັນ​ຊາດ​​ພົ້ນ​ເດັ່ນ​ຫຼາຍ

2019-10-09 11:37:16 cri

ໃນ​ໄລ​ຍະ​ພັກ​ວັນ​ຊາດ​ຈີນ​ປີນີ້, ຕະຫຼາດ​ບໍ​ລິ​ໂພກມີ​ຄວາມ​ຄຶກ​ຄັກຫຼາຍ. ການ​ບໍ​ລິ​ໂພກ​ແບບດັ້ງ​ເດີມ​ເຊັ່ນ: ການ​ຊື້​ເຄື່ອງ, ແລະ​ການ​ກິນ​ດື່ມ​ເປັນ​ຕົ້ນ​ຂາຍ​ດີຫຼາຍ, ການ​ບໍ​ລິ​ໂພກ​ແບບ​ຈະ​ເລີນ​ໃໝ່​ເຊັ່ນ: ການ​ທ່ອງ​ທ່ຽວ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ກໍ່​​ຄຶກ​ຄັກ​ເຊັ່ນ​ກັນ, ສະ​ແດງ​ໃຫ້​ເຫັນ​​ເຖິງ​ພະ​ລັງ​ແຮງດ້ານ​ການ​ບໍ​ລິ​ໂພກ​ເຂັ້ມ​ແຂງ​ຂຶ້ນ.

​ຕາມ​ການ​ຕິດ​ຕາມ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ, ແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຕຸ​ລານີ້, ​ວິ​ສາ​ຫະ​ກິດ​ຂາຍ​ຍ່ອຍ​ແລະ​ຮ້ານ​ກິນ​ດື່ມ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ຍອດ​ການ​ຈຳໜ່າຍ 1520 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ 8,5%.

ອົງ​ປະ​ກອບ​ການ​ບໍ​ລິ​ໂພກ​ໃນ​ຍາມ​ພັກ​ວັນ​ຊາດ​ປີນີ້ກໍ່​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ປະ​ຊາ​ຊົນ​ໄດ້​ສຳ​ຜັດ​ແລະ​ຊົມ​ໃຊ້​ໃນການ​ບໍ​ລິ​ໂພກ​ແບບ​ໃໝ່ ແລະ​​ຂະ​ແໜງ​ການ​​ໃໝ່. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ການ​ຄ້າ​ຂາຍ​ທາງ​ອິນ​ເຕີ​ເນັດ, ​ປະ​ລິ​ມານການ​ຈຳ​ໜ່າຍ​ແອ​ເຢັນ, ເຄື່ອງ​ກັ່ນ​ກອງອາ​ກາດ, ແລະ​ກະ​ແຈ​ອະ​ສະ​ລິ​ຍະ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນໜຶ່ງ​ເທົ່າ​ຂຶ້ນ​ໄປ.

ຂະ​ນະ​ດຽວ​ກັນ, ການ​ພັກ​ວັນ​ບຸນ​ໃນ​ຮູບ​ແບບ​ຕ່າງໆເຊັ່ນ: ການ​ທ່ອງ​ທ່ຽວ, ​ການ​ເບິ່ງ​ຮູບ​ເງົາ, ​ຊົມງານ​ວາງ​ສະ​ແດງ, ຫຼີ້ນ​ກິ​ລາ, ແລະ​ອ່ານ​ໜັງ​ສື​ເປັນ​ຕົ້ນ​ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ປະ​ຊາ​ຊົນ​ຈີນ​ນັບ​ມື້​ນັບຫຼາຍຂຶ້ນ, ​ເຊິ່ງການ​ບໍ​ລິ​ໂພກ​ໃນຫຼາຍ​ປະ​ການ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ໃໝ່​ອີກ​ຄັ້ງ​​ໃໝ່​ໃນ​ໄລ​ຍະ​ພັກ​ວັນ​ຊາດ​ຈີນ​ປີນີ້.

ຕາມ​ຂໍ້​ມູນຫຼ້າ​ສຸດ​ຂອງ​ຕະຫຼາດ​ຮູບ​ເງົາ​​ຈີນສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ວັນ​ທີ 8 ຕຸ​ລານີ້, ການ​ຂາຍ​ປີ້​ຮູບ​ເງົາ​ໃນ​ຍາມ​ພັກ​ວັນ​ຊາດ​ຈີນ​ບັນ​ລຸ​ເຖິງ 5,05 ຕື້ຢວນ, ຜູ້​ຊົມ​ຮູບ​ເງົາ​ມີ​ເຖິງ 135 ລ້ານ​ເທື່ອ​ຄົນ, ລ້ວນ​ແຕ່​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ.

ປີນີ້​ແມ່ນ​ປີ​ແຫ່ງການ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ, ຕົວ​ເມືອງ​ທ່ອງ​ທ່ຽວ​ປະ​ຕິ​ວັດ​ເຊັ່ນ: ປັກ​ກິ່ງ, ເຈ່ຍ​ຊີ້ງ, ໜານ​ຊ່າງ, ຈິງ​ກ່າງ​ຊ່ານ, ຈຸ່ນອີ້, ຢຽນ​ອ່ານ​ເປັນ​ຕົ້ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກນັກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ.

ແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຕຸ​ລານີ້, ລາຍ​ໄດ້​​ຈາກການ​ທ່ອ​ງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 649,71 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 8,47%.

​​ໃນ​ດ້ານ​ການ​​ທ່ຽວ​ຕ່າງ​ປະ​ເທດ, ນັກ​ທ່ອງ​ທ່ຽວຈີນ​ທີ່​ເຂົ້າ​ອອກ​ດ່ານ​ບັນ​ລຸ​ເຖິງ 1,98 ລ້ານ​ເທື່ອ​ຄົນຕໍ່​ມື້, ນັບ​ລວມ​ແລ້ວ 7 ມື້​ມີ​ນັກ​ທ່ອງ​ທ່ຽວ​ອອກ​ໄປ​ທ່ຽວ​ຕ່າງ​ປະ​ເທດຫຼາຍກວ່າ 7 ລ້ານ​ເທື່ອ​ຄົນ.

ຜູ້​ຊ່ຽວ​ຊານ​​ຢືນ​ຢັນວ່າ, ຂໍ້​ມູນ​​ບໍ​ລິ​ໂພກທີ່​​ຈະ​ແຈ້ງ​ເຫຼົ່າ​ນີ້​ໃນ​ຍາມ​ພັກ​ວັນ​ຊາດ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນອີກ​ເທື່ອ​ໜຶ່ງວ່າ, ເສດ​ຖະ​ກິດຈີນ​ມີ​ພະ​ລັງ​ແຮງ​ພາຍ​ໃນ​ອັນ​ແຂງ​ແກ່ນ​.

ຄຳ​ເຫັນ

0