覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ເລື່ອງ “ຫຼຽງ​ເຈ່ຍ​ເຫີ ” 5

2019-10-23 16:57:50 cri

 

图片默认标题_fororder_zhiqingjisfnsfnse
ນ້ຳ​ສ້າງໄວ​ໜຸ່ມ​ປັນ​ຍາ​ຊົນ
 

 ຍັງ​ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ເຮັດ​ໃຫ້​ຊາວ​ບ້ານຫຼຽງ​ເຈ່ຍ​ເຫີ​ຈື່​ຈຳ​ໂດຍ​ບໍ່​ມີ​ວັນ​ລືມ,ຄື ທ່ານ​ສີ​ຈິ້ນ​ຜິງ​ໄດ້​ນຳ​ພາ​ຊາວ​ບ້ານ​ຂຸດນ້ຳ​ສ້າງໜ່ວຍ​ໜຶ່ງ.
 

ຢູ່​ຊົນ​ນະ​ບົດ​ເຂດ​ພາກ​ເໜືອ​ສ້ານ​ຊີ່, ​​ຕາມທຳ​ມະ​ດາ​ແລ້ວ, ປະ​ຊາ​ຊົນໄດ້​ຂຸດ​ຂຸມ​ແຄມ​ນ້ຳ​ເພື່ອ​ເປັນ​ແຫຼ່ງ​ນ້ຳ​ໃຊ້​ນ້ຳ​ກິນ. ແຕ່​ວ່າ ຂຸມ​ນ້ຳ​ແບບ​ນີ້​ເປັນ​ແຫຼ່ງ​ນ້ຳ​ກິນ​​ຮ່ວມ​ກັນ​ທັງຄົນ​ແລະ​ສັດ​ຕ່າງໆ, ຈິ່ງ​ບໍ່​ມີ​ຄວາມ​ສະ​ອາດຫຼາຍ. ຮ້າຍ​ແຮງກວ່າ​ນັ້ນ​ຄື ເມື່ອ​ເກີດ​ນ້ຳ​ປ່າ​ໄຫຼຫຼາກ, ຂຸມ​ນ້ຳ​ດັ່ງ​ກ່າວ​ຈະ​ຖືກ​ຂີ້​ຕົມ​ຖົມ, ຊາວ​ບ້ານ​ບໍ່​ມີ​ນ້ຳ​ກິນ. ສະ​ນັ້ນ ທ່ານ​ສີ​ຈິ້ນ​ຜິງ​ກໍ​ປຶກ​ສາ​ນຳ​ຊາວ​ບ້ານ​ທັງຫຼາຍ​ວ່າ ຈະ​ຂຸດ​ສ້າງ​ໜ່ວຍ​ໜຶ່ງ​ຢູ່​ບ່ອນ​ອ່າວ​ສູງ​ໃນ​​ໃຈ​ກາງ​ບ້ານ.
 

 ຊາວ​​ບ້ານຫຼຽງ​ເຈ່ຍ​ເຫີ​ຫວນ​ຄືນ​ວ່າ: ໃນ​ເວ​ລາ​ຂຸດ​ສ້າງ​ເມື່ອ​ຂຸດ​ເລິກ​​ເຖິງ 1 ແມັດ ກໍ​ຕ້ອງ​ມີ​ຄົນ​ລົງ​ໄປ​ຂຸດ​ຕໍ່, ທຸກ​ເທື່ອ ທ່ານ​ສີ​ຈິ້ນ​ຜິງ​ກໍ​ຍາດ​ໄປ​ຂຸດ​ໂດຍ​ຢືນ​ຢູ່​ໃນ​ນ້ຳ​ເຢັນ​ຂຸດ​ດິນ​ແລະ​ຫີນ, ກ່ອນ​ຂຸດ​ສ້າງ​ໃຫ້​ສຳ​ເລັດ, ເຄື່ອງ​ນຸ່​ງ​ຂອງ​ເພິ່ນ​ບໍ່​ເຄີຍ​ສະ​ອາດ​ຈັກ​ເທື່ອ.
 

ນ້ຳ​ປະ​ປາ​ທີ່​ຊາວ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ທຸກໆ​ຄອບ​ຄົວ​ໃຊ້​ໃນ​ປັດ​ຈຸ​ບັນ​ແມ່ນ​ມາ​ຈາກ​​ນ້ຳ​ສ້າງໜ່ວຍ​ນີ້.
 

ອູ​ຮຸ່ຍ ຊາວ​ບ້ານຫຼຽງ​ເຈ່ຍ​ເຫີກ່າວ​ວ່າ: “ຈິ້ງ​ຜິງ​ເຮັດ​ຫຍັງ​ກໍ​ເຮັດ​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ອົດ​ທົນ, ບໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແບບ​ງ່າຍ​ດາຍ,ແຕ່ຖ້າ​ຫາກ​ໄດ້ເວົ້າ​ແລ້ວ​, ຂໍ​ແຕ່​ເປັນ​ສິ່ງ​ທີ່​ຕັດ​ສິນ​ໃຈ​ເຮັດ,ເພິ່ນ​ກໍ​ຍຶດ​ໝັ້ນ​ເຮັດ​ຈົນ​ໃຫ້​ໄດ້. ເພິ່ນ​ມາຫຼຽງ​ເຈ່ຍ​ເຫີ​ນຳ​ພາ​ຊາວ​ບ້ານ​ພວກ​ເຮົາ​ສ້າງ​ຄັນ​ຄູ, ​ພັດ​ທະ​ນາແກັ​ສ​ຊີ​ວະ​ພາບ, ສ້າງ​ຮ້ານ​ຄ້າ​ຕົວ​ແທນ​ຈຳ​ໜ່າຍ​ເຊິ່ງ​ລັດ​ເປັນ​ຜູ້​ຄຸ້ມ​ຄອງ, ສ້າງ​ສະ​ຫະ​ກອນ​ຕີ​ເຫຼັກ​ແລະ​ອື່ນໆ, ເຮັດ​ສິ່ງ​ໃດ​ກໍ​​ເຮັດ​ໃຫ້ສຳ​ເລັດ​ສິ່ງ​ນັ້ນ,ບໍ່​ມີ​ສິ່ງ​ໃດ​ທີ່​ເຮັດ​ແບບ​ເຄິ່ງໆ​ກາງໆ​ແລ້ວ​ບໍ່​ເຮັດ​ເລີຍ, ບໍ່​ວ່າ​ຈະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃດ​ແບບ​ກໍ​ຕາມ, ເພິ່ນ​ກໍ​ຕ້ອງ​ຊອກວິ​ທີ​ແກ້​ໄຂ​ໃຫ້​ໄດ້.”
 

ໃນ​ສາຍ​ຕາ​ຂອງ​ຄົນ​ອ້ອມ​ໂຕ, ລິວ​ຢົງ​ຢ້າວ​ເປັນ​ຜູ້​ມີ​ຄວາມ​ສາ​ມາດ, ສະຫຼາດ,ຫົວ​ໄວ. ລາວ​ເອງ​ກໍ​​ຮູ້​ສຶກພາກ​ພູມ​ໃຈ​ໃນ​ຄຳ​ຍ້ອງ​​ຍໍດັ່ງ​ກ່າວ. ລິວ​ຢົງ​ຢ້າວ​ບອກວ່າ: ຕອນ​ໄວໜຸ່ມ, ຜູ້​ທີ່​ລາວ​ເຄົາ​ລົບ​ນັບ​ຖື​ນັ້ນ​ມີ​ໜ້ອຍ​ທີ່​ສຸດ. ແຕ່​ວ່າ ທ່ານ​ສີ​ຈິ້ນ​ຜິງ​ມີ​ສາຍ​ຕາ​ເບິ່ງກວ້າງມອງ​ໄກ,ມັກ​ຄົ້ນ​ຄວ້າ​ເລິກ​ເຊິ່ງ,ມີຫຼາຍ​ວິ​ທີ, ເຊິ່ງ​ລາວຍອມ​ຮັບ​ແລະ​ເຄົາ​ລົບ​ນັບ​ຖື​ເພິ່ນ​ທີ່​ສຸດ.
 

ເດືອ​ນ​ຈຽງ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ​ປີ 1974, ລິວ​ຢົງ​ຢ້າວ​ຖືກ​ຊັບ​ຊ້ອນ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ປະ​ຖົມຫຼຽງ​ເຈ່ຍ​ເຫີ. ເວ​ລາ​ນັ້ນ, ທ່ານ​ສີ​ຈິ້​ນ​ຜິງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ບ້ານ​ຫຼຽງ​ເຈ່ຍ​ເຫີ. ລິວ​ຢົງ​ຢ້າວ​ຈື້​ໄດ້​ວ່າ: ໂຮງ​ຮຽນ​ປ​ະ​ຖົມ​ຫຼຽງ​ເຈ່ຍ​ເຫີມີ​ຄູ​​ທັງ​ໝົດ 4 ຄົນ​ເຊິ່ງໄດ້​ລວມ​ເຖິງ​ລາວ​ເອງ. ເວ​ລາ​ເປີດ​ສົກ​ຮຽນ​ໃໝ່, ທ່ານ​ສີ​ຈິ້ນ​ຜິງ​ກໍ​ຮຽກ​ໂຮມ​ເຂົາ​ເຈົ້າ 4 ຄົນ​ມາ​ລວມ​ກັນ, ໃນ​ການ​ລວມ​ກັນ​ນັ້ນ,  ຢວນ​ຊູ້​ເຊິງ​ເປັນ​ໜຶ່ງ​ໃນ​ຈຳ​ນວນຄູ 4 ຄົນສະ​ເໜີ​ວ່າ: ເຂົາ​ເຈົ້າ​ມາ​ຈາກ​ຕ່າງ​ຖິ່ນ, ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ກິນ​ຜັກ​ພືດ​ຕ່າງໆ, ຂໍ​ໃຫ້​ທາງ​ບ້ານ​ແບ່ງ​ດິນ​ຕອນ​ໜຶ່ງ​ເພື່ອ​ໃຫ້​ຄູ​ທັງຫຼາຍ​ປູກ​ຜັກ​ດ້ວຍ​ຕົນ​ເອງ. ມື້​ຕໍ່​ມາ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ແບ່ງ​ເອົາ​ດິນ​ຕອນ​ໜຶ່ງ​ຢູ່​ຫາດ​ພຽງ​ແຄມ​ນ້ຳ​ທີ່​ຢູ່ນອກ​ໂຮງ​ຮຽນ​ໃຫ້​ພວກ​ຄູ​ທັງຫຼາຍ. ຄູ​ທັງຫຼາຍ​ຮູ້​ສຶກ​ຕື້ນ​ຕັນ​ໃຈຫຼາຍ, ເຂົາ​ເຈົ້າ​ບໍ່​ນຶກ​ເລີຍ​ວ່າ ເລ​ຂາ​ຄະ​ນະ​ພັກ​ບ້ານ​ທີ່​ເປັນ​ຜູ້​ບ່າວ​ອາ​ຍຸ 20 ປີ​ໄດ້​ປະ​ຕິ​ບັດ​ງານ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ປານ​ນີ້.
 

​ຍັງ​ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ເຮັດ​ໃຫ້​ລິວ​ຢົງ​ຢ້າວ​ຈື່​ບໍ່​ລືມ.
 

ຕອນ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ກຳ​ລັງ​ກະ​ກຽມ​ສ້າງ​​ອ່າງ​ແກັ​ສ​ຊີ​ວະ​ພາບ​ໃນ​ບ້ານ, ສຳ​ລັບ​ສິ່ງ​ໃໝ່ໆ​ແບບ​ນີ້, ຊາວ​ບ້ານ​ທັງຫຼາຍ​ບໍ່​ກ້າ​ຄິດ​ເລີຍ, ແນ່ນອນ​ກໍ​ຍາກ​ທີ່​ຈະ​ຮັບ​ເອົາ​ໄດ້. ມື້​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ​​ເວົ້າ​ເຖິງຄວາມ​ບໍ່​ສະ​ດວກໃນ​ການ​ສ້າງ​ອ່າງ​ແກັ​ສ​ຊີ​ວະ​ພາບ​ນຳ​ລິວ​ຢົງ​ຢ້າວ​ວ່າ: ເພິ່ນ​ພຽງ​ແຕ່​ຢາກ​ພັດ​ທະ​ນາ​ແກັ​ສ​ຊີ​ວະ​ພາບ​ເພື່ອ​ແກ້​ໄຂ​ບັນ​ຫາ​ຂາດ​ຟືນ​ໃຫ້​ຊາວ​ບ້ານ, ແລ້ວ​ເອົາ​ນ້ຳໃນ​ອ່າງ​ແກັ​ສ​ຊີ​ວະ​ພາບ​ເປັນ​ຝຸ່ນ​ເພື່ອ​ປັບ​ປຸງ​ຄຸນ​ນະ​ພາບ​​ດິນ​ປູກ​ຝັງ​ໃຫ້​ສູງ​ຂຶ້ນ​​ເຊິ່ງ​ຈະ​ສາ​ມາດ​ເພີ່ມ​ຜົນ​ຜະ​ລິດ​ພືດ​ພັນ​ທັນ​ຍາ​ຫານ.
 

ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ເວົ້າ​ຄຳ​ໜຶ່ງ​ທີ່​ເຮັດ​ໃຫ້​ລິວ​ຢົງ​ຢ້າວ​ຮູ້​ສຶກ​​ງຶດ​ງໍ້ຫຼາຍ, ເພິ່ນ​ວ່າ: “ຄົນ​ເຮົາ​ເກີດ​ມາ​ເປັນ​ຄົນ​ໃນ​ໂລກ​ນີ້​ກໍ​ຕ້ອງ​ເຮັດ​ເລື່ອງ​ທີ່​ດີ​ເພື່ອ​ມະ​ນຸດ.”
 

ຈົນ​ມາ​ເຖິງ​ສູ່​ມື້​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຄື ເຮັດ​ສິ່ງ​ທີ່​ດີ​ເພື່ອ​ມະ​ນຸດ ເຮັດ​ສິ່ງ​ທີ່​ເປັນ​ປະ​ໂຫຍດ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0