覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

​ສີ​ແສງ​ແຫ່ງ​ຍຸກ: ຫຼຽງ​ເຈ່ຍ​ເຫີ 6

2019-10-24 16:57:55 cri

图片默认标题_fororder_slhgljslfjisfjslfse1

 

ຊ​າວບ້ານຫຼຽງ​ເຈ່ຍ​ເຫີ​ຖ່າຍ​ຮູບ​ຮ່ວມ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ເພື່ອ​ໄວ້​ເປັນ​ທີ່​ລະ​ນຶກ​ກ່ອນ​ທ່ານ​ອອກ​ເດີນ​ທາງ​ໄປ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ

 

​ຢູ່​ເທິງ​ຝາ​ໃນ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ບ້ານຫຼຽງ​ເຈ່ຍ​ເຫີ, ມີ​ຮູບ​ຖ່າຍ​ລວມ​ໝູ່​ໃບ​ໜຶ່ງ​ເພື່ອ​​ເກັບ​ໄວ້​ທີ່ລະ​ນຶກ​​ກ່ອນ​ທີ່ທ່ານ​ສີ​ຈິ້ນ​ຜິງ​​ຈະໄປ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ໃນ​ຮູບ​ຖ່າຍ​ດັ່ງ​ກ່າວ, ມີ​ສະ​ມາ​ຊິກ​ຄະ​ນະ​ພັກ​ບ້ານ​, ຍັງ​ມີ​ຊາ​ວ​ບ້ານ​ທີ່​ໄດ້​ຮ່ວມ​ກັນ​ອອກ​ແຮງ​ງານ​ແລະ​ດຳ​ລົງ​ຊີ​ວິດ​ນຳ​ກັນ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ຕອນ​ນັ້ນ. ​ການເວ​ລາ​ຜ່ານ​ໄປ​, ຊາວ​ໜຸ່ມ​ໃນ​ເມື່ອ​ກ່ອນ​ດຽວ​ນີ້​ໄດ້​ກາຍ​ເປັນ​ພໍ່​ເຖົ້າ​ອາ​ຍຸ 60 ປາຍ​ປີ​ແລ້ວ, ສ່ວນ​ລຽງ​ຢູ້​ພູ, ລຽງ​ໂຢ​ຮ​ວາ, ລ​ວີ​ເໜີງ​ເຊິ່ງ, ຂົງ​ເຈິ່ນ​ຈຸ່ນ​ແລະ​ຈ່າງ​ຊິງຢວນ ຕ່າງ​ກໍ​ໄດ້​ເສຍ​​ຊີ​ວິດຈາກ​ໂລກ​ນີ້​ໄປ​ແລ້ວ. ​ເຖິງວ່າເວ​ລາ​ຜ່າ​ນ​ໄປ​40 ປີແລ້ວ​ກໍ່​ຕາມ, ​ບັນ​ດາຊື່​ເຫຼົ່າ​ນີ້​ໄດ້​ປາ​ກົດ​ຂຶ້ນ​ໃນ​ສະ​ໝອງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຫຼາຍໆ​ເທື່ອ. ຕໍ່​ໜ້າ​​ໝູ່​ທີ່​ເຄີຍຫຼິ້ນ​ນຳ​ກັນ​ຕັ້ງ​ແຕ່​ນ້ອຍ​ໃນ​ຫຼຽງ​ເຈ່ຍ​ເຫີ, ທ່ານ​ສີ​ຈິ້ນ​ຜິງ​ບໍ່​ເຄີຍ​ຖື​ຕົນ​ເອງວ່າ​ເປັນ “​ເຈົ້າ​ໜ້າ​ທີ່​ການ​ນຳ”
 

ປີ 1993, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເມື່ອ​ຢາມ​ບ້ານ​ຫຼຽງ​ເຈ່ຍ​ເຫີ. ເວ​ລາ​ນັ້ນ, ຈ່າງ​ເວີ້ຍ​ຜາງ​ກຳ​ລັງ​ປູກ​ເຂົ້າ​ເບຼຢູ່​ເທິງ​ພູ, ເມື່ອ​ໄດ້​ຍິນ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ກັບ​ມາ​ແລ້ວ, ກໍ​ຟ້າວ​ແລ່ນ​ລົງ​ຈາກ​ພູ, ​ຫາ​ກໍ່ຮອດເປີ້ນ​ພູ ​ພໍ​ດີ​ພົບ​ກັບ​ທ່ານ​ສີ​ຈິ້ນ​ຜິງ. ທ່ານ​ຈ່າງ​ເວີ້ຍ​ຜາງບອກວ່າ: “ເມື່ອຈິ້ນ​ຜິງ​ເຫັນ​ຂ້ອຍ, ເພິ່ນ​ບໍ່​ໄດ້​ລັງ​ກຽດ​ຂ້ອຍ​ເລີຍ​ທັງ​ທີ່ໂຕ​​ຂ້ອຍ​ເປີ​ເປື້ອນຈາກ​ການ​ເຮັດ​ນາ​ແລ້ວ​ເພິ່ນ​ໄດ້​​ຈັບ​ມື​ຂ້ອຍ​ໂລດ​ທັງ​ຖາມ​ຂ່າວ​ຄາວ​ທຸກ​ຢ່າງ, ຂ້ອຍ​ຕື້ນ​ຕັນ​ໃຈຫຼາຍ​ຈົນ​ບໍ່​ຮູ້​ຊິ​ເວົ້າ​ຫຍັງ​ດີ. ​”
 

 

ເດືອນ​ພະ​ຈິກ​ປີ 2009,  ທ່ານ​ສີ​ຈິ້ນ​ຜິງ​ ທີ່​ເປັນ​ຮອງ​ປະ​ທານ​ປະ​ເທດ​ຈີນ​ໃນ​ເວ​ລາ​ນັ້ນ​ໄດ້​ລົງ​ເຄື່ອນ​ໄຫວ​​ເຮັດ​ວຽກ​ແລະສຳຫຼວດ​ຄົ້ນ​ຄວ້າ​ຢູ່​ນະ​ຄອນ​ຢຽນ​ອ່ານ,ເມື່ອ​ທ່ານ​ວາງ​ຊ້ຽນ​ຜິງ ທີ່​ມີ​ຊື່ຫຼິ້ນ​ວ່າ  “ໄຮ​ຈື”   ​ໄດ້​ພົບ​ທ່ານ​ສີ​ຈິ້ງ​ຜິງ​ແລ້ວ​ສອງ​ຄົນ​ຈັບ​ມື​ກັນ​ແໜ້ນ​ແໜ້ນ,   ວາງ​​ຊ້ຽນ​ຜິງ​ທີ່​ຕາມ​ປົກ​ກະ​ຕິ​ເປັນ​ຄົນ​ຊ່າງ​ເວົ້າ​ຊ່າງ​ວ່າ ແຕ່​ພັດ​ເວົ້າ​ບໍ່​ອອກ​ເລີຍ,ບໍ່​ຮູ້​ຊິ​ເວົ້າ​ຫຍັງ​ດີ. ເພາະ​ລາວ​ບໍ່​ຮູ້​ຊິ​ເອີ້ນ​ທ່ານ​ສີ​ຈິ້ນ​ຜິງວ່າ ຮອງ​ປະ​ທານ​ສີ ຫຼື​ເອີ້ນ​ວ່າ ຈິ້ນ​ຜິງ. ຍັງ​ແມ່ນ​ທ່ານ​ສີ​ຈິ້ນ​ຜິງ​ເວົ້າ​ກ່ອນ​ວ່າ “ໄຮ​ຈື, ເຈົ້າ​ຕຸ້ຍ​ຂຶ້ນຫຼາຍ​ແລ້ວ​ເນະ​ທຽບ​ໃສ່​ເຮົາ​ພົບ​ກັນ​ຄັ້ງ​ຜ່ານ​ມາ”ສອງ​ຄົນ​ໄດ້​ລົມຫວນ​ຄືນ​ສະ​ພາບ​ທີ່​ເຄີຍ​ຫຼິ້ນ​ນຳ​ກັນໃນຕອນ​ໄວ​ໜຸ່ມ, ເວົ້າ​ເຖິງ​ເລື່ອງ​ທີ່​ຫຼິ້ນມວຍ​ປ້ຳ​ໃນ​ຕອນ​ນັ້ນ. ວາງ​ຊ້ຽນ​ຜິງ​ເວົ້າ​ວ່າ: “ຕອນ​ນັ້ນ​ເຮົາ​ສອງ​ຄົນ​ອາ​ຍຸ​ຍັງ​ນ້ອຍ, ແຕ່​ວ່າ ຖ້າ​ວ່າ​ຕອນ​ນັ້ນ​ຂ້ອຍ​ຮູ້​ວ່າ​ປັດ​ຈຸ​ບັນ​ເຈົ້າ​ເປັນ​ຜູ້​ນຳ​ຕຳ​ແໜ່ງ​ສູງ​ປານ​ນີ້ ກໍ​ບໍ່​ກ້າ​ແຂ່ງ​ມວຍ​ປ້ຳ​ກັບ​ເຈົ້າ​ແລ້ວ”. ທ່ານ​ສີ​ຈິ້ນ​ຜິງ​ຕອບ​ດ້ວຍ​ການ​ຫົວ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ວ່າ : “ໂອ, ເວົ້າ​ໄປ, ເຈົ້າ​ນີ້”
 

ວັນ​ທີ 13 ກຸມ​ພາ​ປີ 2015, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເມືອ​ຢາມ​ບ້ານ​ຫຼຽງ​ເຈ່ຍ​ເຫີ​ອີກ​ຄັ້ງ​ໃໝ່, ເພິ່ນ​ພ້ອມ​ກັບ ໝູ່​ທີ່​ເຄີຍຫຼິ້ນ​ນຳ​ກັນ​ຕັ້ງ​ແຕ່​ນ້ອຍ​ຍ່າງ​ເຂົ້າ​ໄປ​ໃນ​ບ້ານ ທັງ​ລົມ​ກັນ​ທັງ​ເວົ້າ​ນົວ​ຫົວ​ນວນນຳ​ກັນ. ແຕ່​ກ່ອນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ຈ່າງ​ເວີຍ​ເຜິງ​ທຸກ​ຍາກຫຼາຍ. ທ່ານ​ສີ​ຈິ້ນ​​ຜິງ​ຫາ​ກໍ່​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເຂ​ລາ​ຄະ​ນະ​ພັກ​ບ້ານ​ຫຼຽງ​ເຈ່ຍ​ເຫີແລ້ວ​ບໍ່​ດົນ, ເພື່ອ​ຊ່ວຍ​ເຫຼືອ​ຈ່າງ​ເວີຍ​ຜາງ, ເພິ່ນ​ໄດ້​ມອບ​ສະ​ບຽງ​ອາ​ຫານ​ຂອງ​ຕົນ​ໃຫ້​ຈ່າງ​ເວີຍ​ຜາງ ແລະ​ກິນ​ເຂົ້າ​ນຳ​ກັນ​ກັບ​ຄອບ​ຄົວ​ລາວ. ເມື່ອ​ກ່າວ​ເຖິງ​ເລື່ອງ​ນີ້, ທ່ານ​ຈ່າງ​ເວີຍ​ຜາງ​ຫວນ​ຄືນ​ວ່າ: “ຕອນ​ກິນ​ເຂົ້າ​ຢູ່​ເຮືອນ​ຂ້ອຍ, ເມຍ​ຂ້ອຍ​ເຮັດ​ຫຍັງ​ໃຫ້​ກິນ, ເພິ່ນ​ກໍ​ກິນ​ນຳ​ພວກ​ເຮົາ, ເພິ່ນ​ເປັນ​ຄົນ​ແບບ​ນີ້ຫຼະ, ເຖິງວ່າ​ອາ​ຫານ​ບໍ່​ດີກໍ​ຕາມ,ແຕ່​ເພິ່ນ​ກໍ​ກິນ​ໄດ້​ແຊບ​ທຸກ​ຄາບ​ເຂົ້າ, ເຖິງ​ຈະ​ເປັນ​ຄົນ​ທຸກ​ຍາກ​ແນວ​ໃດ​ກໍ​ຕາມ,ລາວ​ກໍບໍ່​ເຄີຍ​ດູ​ຖູກ​,ບໍ່​​ເຄີຍຖື​ວ່າ​​ໃຜ​ສູງຫຼື​​ໃຜ​ຕ່ຳ​ກໍ​ເຄົາ​ລົບ​ນັບ​ຖື​ເທົ່າ​ທຽມ​ກັນ​ໝົດ.”
 

​ເຖິງ​ແມ່ນ​ວ່າ ການ​ເມື່ອ​ຢາມ​ບ້ານ​ຫຼຽງ​ເຈ່ຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຜ່ານ​ໄປ​ເປັນ​ເວ​ລາ​ດົນ​ພໍ​ສົມ​ຄວນ​ກໍ​ຕາມ, ແຕ່​ເລື່ອງ​ລາວ​ຕ່າງໆ​ທີ່​ອົບ​ອຸ່ນຫຼາຍ​ເລື່ອງ​​ເວົ້າ​ສຳ​ລັບ​ຊາວ​ບ້ານຫຼຽງ​ເຈ່ຍ​ເຫີແລ້ວ​ຍັງ​ຈື່​ໄດ້​ດີເໝືອນ​ດັ່ງ​ປາ​ກົດ​ຕົວ​ຢູ່​ຕໍ່​ໜ້າ​ເລີຍ ຈົນ​ມາ​ເຖິງ​ດຽວ​ນີ້​ຍັງ​ຮູ້​ສຶກວ່າ​ອົບ​ອຸ່ນຫຼາຍ.

 

ຄຳ​ເຫັນ

0