ວັນທີ 5 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 2 ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາໄສໃນພິທີເປີດທີ່ມີຫົວຂໍ້ວ່າ“ເປີດປະຕູແລະຮ່ວມມືກັນ ຮ່ວມຊາຕາກຳ”.
ໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດທີ່ຈັດຂຶ້ນປີກາຍນີ້, ທ່ານສີຈິ້ນຜິງໄດ້ປະກາດມາດຕະການ 5 ດ້ານຂອງຈີນໃນການເປີດປະຕູຕໍ່ພາຍນອກ, ແລະໄດ້ສະເໜີຂໍ້ຮຽກຮ້ອງ 3 ຂໍ້ກ່ຽວກັບການໃຫ້ນະຄອນຊຽງໄຮ້ເປີດປະຕູຕື່ມອີກ. ທ່ານກ່າວວ່າ: ໃນ 1 ປີທີ່ຜ່ານມາ, ມາດຕະການເປີດປະຕູຕໍ່ພາຍນອກເຫຼົ່ານີ້ໄດ້ຮັບການຈັດຕັ້ງປະຕິບັດໂດຍພື້ນຖານ.
ທ່ານສີຈິ້ນຜິງກ່າວວ່າ: ປີກາຍ, ໃນກິດຈະກຳແບບສອງຕໍ່ສອງທີ່ຈັດຂຶ້ນໃນໄລຍະງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ຈີນໄດ້ເຊັນສັນຍາຮ່ວມມື 98 ສະບັບກັບປະເທດທີ່ກ່ຽວຂ້ອງ, ໃນນັ້ນ, ມີ 23 ສະບັບໄດ້ສຳເລັດຜົນ, ມີ 47 ສະບັບໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ແລະມີ 28 ສະບັບກຳລັງເລັ່ງລັດຈັດຕັ້ງປະຕິບັດ.
ຄຳເຫັນ
0