ຕາມຂ່າວCRI:ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜີງກ່າວວ່າ, ບັນຫາທີ່ພະເຊີນໜ້າໃນການພັດທະນາດ້ານເສດຖະກິດຂອງໂລກ, ບໍ່ມີປະເທດ
ໃດສາມາດແກ້ໄຂໄດ້ດ້ວຍຕົນເອງ. ບັນດາປະເທດຄວນຍຶດໝັ້ນທັດສະນະໃຫ້ຄວາມສຳຄັນຕໍ່ຄວາມເປັນມະນຸດ, ບໍ່ຄວນເຫັນແກ່ແຕ່ຜົນປະໂຫຍດສ່ວນຕົວຫຼາຍກວ່າຄວາມເປັນມະນຸດ.
ທ່ານກ່າວວ່າ, ເສດຖະກິດໂລກາພິວັດແມ່ນກະແສແຫ່ງປະຫວັດສາດ. ຝ່າຍຕ່າງໆຕ້ອງມີນ້ຳແລະມາດຕະການທີ່ເປີດກວ້າງກວ່າເກົ່າ, ຮ່ວມກັນພັດທະນາໃຫ້ຕະຫຼາດທົ່ວໂລກກວ້າງໃຫຍ່ກວ່າເກົ່າ, ຈັດຕັ້ງປະຕິບັດກົນໄກການຊົມໃຊ້ຮ່ວມກັນຂອງທົ່ວໂລກໃຫ້ເປັນຮູບປະທຳ, ຈັດຕັ້ງປະຕິບັດຮູບແບບການຮ່ວມມືທົ່ວໂລກໃຫ້ຊີວິດຊີວາ, ຮ່ວມກັນເຮັດໃຫ້ພະລັງແມ່ເຮງຂອງການຫັນເປັນເສດຖະກິດໂລກາພິວັດແຫ່ງເຂັ້ມແຂງຂຶ້ນ, ແລະໃຫ້ພະລັງກີດຂວາງແຮ່ງນ້ອຍແຮ່ງດີ.
ຄຳເຫັນ
0