ຕາມຂ່າວCRI:ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜີງ, ປະທານປະເທດຈີນກ່າວຄຳປາໄສສຳຄັນໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຄັ້ງທີ 2 ໂດຍ, ຮຽກຮ້ອງໃຫ້ຝ່າຍຕ່າງໆຮ່ວມກັນພັດທະນາເສດຖະກິດໂລກດ້ວຍການເປີດປະຕູສູ່ພາຍນອກແລະຊົມໃຊ້ຮ່ວມກັນ.
ທ່ານສີຈິ້ນຜີງກ່າວວ່າ, ຄວນພະຍາຍາມສະແຫວງຫາອະນາຄົດໃນການພັດທະນາທີ່ມີຄວາມເຂົ້າໃຈກັນແລະມີຜົນປະໂຫຍດຮ່ວມກັນ, ປົກປ້ອງລະບຽບການສາກົນທີ່ຖືວັດຖຸປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດຮ່ວມກັນ, ຍຶດໝັ້ນຄຸນຄ່າແກນກາງແລະຫຼັກການພື້ນຖານຂອງກລະບຽບການຄ້າຫຼາຍຝ່າຍ, ຊຸກຍູ້ການຫັນເປັນເສລີແລະຄວາມສະດວກດ້ານການຄ້າແລະການລົງທຶນ, ຊຸກຍູ້ເສດຖະກິດໂລກາພິວັດທີ່ພັດທະນາໄປຕາມທິດທາງທີ່ມີການເປີດປະຕູສູ່ພາຍນອກ, ມີຄວາມເຂົ້າໃຈກັນ, ໄດ້ຮັບຜົນປະໂຫຍດຢ່າງກວ້າງຂວາງ, ມີຄວາມດຸ່ນດ່ຽງແລະໄດ້ຮັບຜົນປະໂຫຍດຮ່ວມກັນ.
ຄຳເຫັນ
0