ວັນທີ 5 ພະຈິກນີ້, ໃນເວລາທ່ານສີຈິ້ນຜິງ ປະທານປະເທດຈີນກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 2 , ທ່ານໄດ້ປະກາດມາດຕະການຂອງຈີນໃນ 5 ດ້ານ ເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກໃຫ້ມີລະດັບສູງກວ່າເກົ່າ, ເຊິ່ງລວມທັງການສືບຕໍ່ເປີດກວ້າງການເປີດປະຕູຂອງຕະຫຼາດຈີນ, ສືບຕໍ່ບູລະນະສະພາບການເປີດປະຕູໃຫ້ສົມບູນຂຶ້ນ, ສືບຕໍ່ສ້າງສະພາບແວດລ້ອມການທຸລະກິດໃຫ້ດີຂຶ້ນ, ສືບຕໍ່ລົງເລິກການຮ່ວມມືຫຼາຍຝ່າຍແລະສອງຝ່າຍ, ສືບຕໍ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ທ່ານສີຈິ້ນຜິງເຊື່ອວ່າ, ອະນາຄົດແຫ່ງການພັດທະນາເສດຖະກິດຂອງຈີນຈະສົດໃສກວ່າເກົ່າ, ແລະຈະສະຫວ່າງສະໄຫວກວ່າເກົ່າຢ່າງແນ່ນອນ.
ຄຳເຫັນ
0