ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: ຈີນຈະສືບຕໍ່ເປີດກວ້າງຕະຫຼາດ. ທ່ານໄດ້ນຳເອົາຄຳເວົ້າຂອງປະຊາຊົນຈີນທີ່ວ່າ“ໂລກກວ້າງໃຫຍ່ໄພສານແທ້ໆ, ຂ້ອຍຢາກໄປທ່ຽວຊົມ”ມາກ່າວໃນພິທີວ່າ: ຕະຫຼາດຂອງຈີນກວ້າງໃຫຍ່ໄພສານ, ຍິນດີຕ້ອນຮັບທ່ານມາຊົມ.
ທ່ານກ່າວວ່າ: ຈີນຈະເພີ່ມທະວີບົດບາດໃນການພັດທະນາເສດຖະກິດໂດຍຖືເອົາການບໍລິໂພກພາຍໃນເປັນພື້ນຖານ, ຕັ້ງໜ້າສ້າງຕະຫຼາດບໍລິໂພກພາຍໃນທີ່ຄຶກຄື້ນກວ່າເກົ່າ, ສະໜອງການຮັບປະກັນໃຫ້ແກ່ການພັດທະນາເສດຖະກິດຈີນ, ແລະເປີດກວ້າງຊ່ອງທາງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ. ຈີນຈະໃຫ້ຄວາມສຳຄັນຫຼາຍກວ່າເກົ່າຕໍ່ບົດບາດຂອງການຄ້ານຳເຂົ້າ, ຫຼຸດພາສີແລະຕົ້ນທຶນດ້ານລະບຽບການຕື່ມອີກ. ຈີນຈະຊຸກຍູ້ການຄ້ານຳເຂົ້າແລະການຄ້າສົ່ງອອກ ການຄ້າສິນຄ້າແລະການຄ້າບໍລິການ ການຄ້າແລະການລົງທຶນສອງຝ່າຍ ເຮັດໃຫ້ການຄ້າແລະອຸດສາຫະກຳພັດທະນາຢ່າງກົມກຽວກັນ, ຊຸກຍູ້ທັງພາຍໃນແລະສາກົນສາມາດຈໍລະຈອນຢ່າງເສລີແລະເປັນລະບຽບຮຽບຮ້ອຍ.
ຄຳເຫັນ
0