ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 2 ວ່າ: ຈີນແມ່ນຜູ້ລິເລີ່ມຂອງການຮ່ວມມືສາກົນແລະແມ່ນຜູ້ສະໜັບສະໜູນລັດທິຫຼາຍຝ່າຍ, ຈີນຈະສືບຕໍ່ລົງເລິກການຮ່ວມມືສອງຝ່າຍແລະຫຼາຍຝ່າຍ.
ທ່ານກ່າວວ່າ: ຈີນສະໜັບສະໜູນອົງການການຄ້າໂລກຫຼື WTO ດຳເນີນການປະຕິຮູບທີ່ຈຳເປັນ, ເຮັດໃຫ້ WTO ເສີມຂະຫຍາຍບົດບາດອັນໃຫຍ່ຫຼວງກວ່າເກົ່າໃນດ້ານການເປີດກວ້າງການເປີດປະຕູ ແລະຊຸກຍູ້ການພັດທະນາ, ເພີ່ມອິດທິພົນແລະປະສິດທິຜົນຂອງລະບົບການຄ້າຫຼາຍຝ່າຍ. ຈີນຍິນດີປຶກສາຫາລືກັບບັນດາປະເທດຫຼາຍກວ່າເກົ່າເພື່ອບັນລຸການເຊັນສັນຍາການຄ້າເສລີທີ່ມີມາດຕະຖານສູງ, ຮ່ວມກັນຊຸກຍູ້ຂະບວນການໂລກາພິວັດໃຫ້ຂະຫຍາຍຕົວໄປໜ້າ.
ຄຳເຫັນ
0