ທ່ານຈິ່ນ ລີ້ ຊູນ, ຜູ້ວ່າການທະນາຄານການລົງທຶນພື້ນຖານໂຄງການອາຊີຫຼື AIIB ກ່າວໃນເວລາໃຫ້ສຳພາດຕໍ່ນັກຂ່າວໃນງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 2 ວ່າ, AIIB ຫວັງຢາກໃຫ້ຊຸກຍູ້ການຮ່ວມມືໃນພາກພື້ນອາຊຽນ, ແຕ່ຕ້ອງຮັບປະກັນຄຸນນະພາບ, ເຊິ່ງການລົງທຶນແຕ່ລະງວດລ້ວນແຕ່ຈະບໍ່ກໍ່ໃຫ້ເກີດບັນຫາດ້ານໜີ້ສິນ.
ວັນທີ 4 ພະຈິກນີ້, 15 ປະເທດສະມາຊິກຂອງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນຫຼື RCEP ໄດ້ສິ້ນສຸດການເຈລະຈາໂດຍລວມ, ວົງການຕ່າງປະເທດເຫັນໂດຍທົ່ວໄປວ່າ RCEP ຈະຊຸກຍູ້ການພັດທະນາໃນອະນາຄົດແລະການຮ່ວມມືດ້ານເສດຖະກິດຂອງພາກພື້ນ.
ໃນເວລາທ່ານຈິ່ນ ລີ້ ຊູນກ່າວເຖິງໂອກາດການຮ່ວມມືລະຫວ່າງທະAIIB ແລະອາຊຽນ, ທ່ານກ່າວວ່າ, ອາຊຽນໄດ້ເຂົ້າຮ່ວມການສ້າງສາຕັ້ງ AIIB ກ່ອນໝູ່, ທັງແມ່ນບ້ານໃກ້ເຮືອນຄຽງຂອງຈີນ, ພວກເຮົາຫວັງວ່າສາມາດຊຸກຍູ້ການຮ່ວມມືໃນພາກພື້ນອາຊຽນ. AIIB ມີໂຄງການຢ່າງຫຼວງຫຼາຍໃນອາຊຽນ, ແຕ່ຕ້ອງຮັບປະກັນຄຸນນະພາບ, ໂດຍສະເພາະແມ່ນໃຫ້ມີລັກສະນະຍືນຍົງດ້ານການເງິນ.
ທ່ານຈິ່ນ ລີ້ ຊູນກ່າວວ່າ, ການລົງທຶນແຕ່ລະງວດຂອງພວກເຮົາລ້ວນແຕ່ຈະບໍ່ກໍ່ໃຫ້ເກີດບັນຫາດ້ານໜີ້ສິນທີ່ຮັບການລົງທຶນ , ແຕ່ຄວນເພີ່ມລາຍຮັບແລະຜົນປະໂຫຍດໃຫ້ເຂົາເຈົ້າ, ລວມທັງໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງແວດລ້ອມຂອງທ້ອງຖິ່ນ.
ຄຳເຫັນ
0