ຕາມຂ່າວCRI:ວັນທີ 5 ພະຈິກນີ້, ທ່ານນາງເຜີງ ລີ້ ຢວນ, ພັນລະຍາຂອງທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ເຊື້ອເຊີນໃຫ້ທ່ານນາງ
ບຣີກິເດ ມາຄໂຣນ, ພັນລະຍາຂອງປະທານາທິບໍດີຝຣັ່ງໄດ້ໄປຮ່ວມກັນຢ້ຽມຢາມຢູ່ໂຮງຮຽນພາສາຕ່າງປະເທດທີ່ຂຶ້ນກັບມະຫາວິທະຍາໄລພາສາຕ່າງປະເທດຊຽງໄຮ້.
ທ່ານນາງເຜີງ ລີ້ ຢວນແລະທ່ານນາງ ບຣີກິດາຕ ມາຄຣົງ ໄດ້ຮັບຟັງການ ການດຳເນີນວຽກງານ, ການແລກປ່ຽນກັບສາກົນຂອງໂຮງຮຽນດັ່ງກ່າວ. ບັນດານັກຮຽນໄດ້ສະແດງລາຍການຟ້ອນລຳທຳເພງ, ງິ້ວທ້ອງຖິ່ນແລະລາຍການອື່ນໆເພື່ອເປັນກຽດໃຫ້ແກ່ພັນລະຍາຂອງປະມຸກລັດສອງປະເທດ. ທ່ານນາງເຜີງ ລີ້ ຢວນກ່າວວ່າ, ການແລກປ່ຽນດ້ານວັດທະນະທຳເປັນການແລກປ່ຽນໂດຍປະສະຈາກສິ່ງກີດຂວາງຂອງການເວລາແລະສະຖານທີ່, ແລະແລກປ່ຽນນ້ຳໃຈມິຕະພາບລະຫວ່າງກັນໄດ້, ຫວັງວ່າຊາວໜຸ່ມເຍົາວະຊົນສອງປະເທດຈະສາມາດເຮັດໃຫ້ວັດທະນະທຳລະຫວ່າງສອງປະເທດເຊື່ອມໂຍງເຂົ້າກັນ, ເຮັດໃຫ້ມິດຕະພາບລະຫວ່າງຈີນ-ຝຣັ່ງໄດ້ຮັບການພັດທະນາຢ່າງດີງາມ. ທ່ານນາງ ບຣິກິດາຕ ມາຄຣົງກ່າວວ່າ, ຄວາມຮູ້ຄວາມສາມາດ, ຄວາມສົນໃຈຕໍ່ວັດທະນະທຳຂອງຝຣັ່ງແລະການສືບທອດວັດທະນະທຳຈີນຂອງບັນດານັກຮຽນທັງຫຼາຍເຮັດໃຫ້ເພິ່ນມີຄວາມປະທັບໃຈຢ່າງເລິກເຊິ່ງ, ຄວນສົ່ງເສີມໃຫ້ຊາວໜຸ່ມເຍົາວະຊົນຂອງສອງປະເທດມີການແລກປ່ຽນກັນຫຼາຍກວ່າເກົ່າ, ສ້າງຄວາມເປັນເພື່ອນມິດໃຫ້ຫຼາຍກວ່າເກົ່າ.
ໂຮງຮຽນພາສາຕ່າງປະເທດທີ່ຂຶ້ນກັບມະຫາວິທະຍາໄລພາສາຕ່າງປະເທດຊຽງໄຮ້ແມ່ນສະມາຊິກໃນ “ໂຄງການການແລກປ່ຽນໂຮງຮຽນຮ້ອຍແຫ່ງລະຫ່ວາງຈີນ-ຝຣັ່ງ”.
ຄຳເຫັນ
0