ຕາມຂ່າວCRI:ວັນທີ 5 ພະຈິກນີ້, ກອງປະຊຸມຂັ້ນລັດຖະມົນຕີຂະໜາດນ້ອຍຂອງອົງການການຄ້າໂລກຫຼື WTO ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້. ລັດຖະມົນຕີປະເທດຕ່າງໆທີ່ມາຈາກລາວ,ສະຫະພາບເອີຣົບ, ຣັດເຊຍ, ອິນເດຍ ປະເທດສະມາຊິກ 33 ປະເທດພ້ອມດ້ວຍທ່ານ ໂຣເບີໂຕ ອາເຊເວໂດ, ຜູ້ອຳນວຍການໃຫຍ່ WTO ແລະທ່ານອື່ນໆທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມຕາມຄຳເຊີນເຊີນ. ນີ້ແມ່ນຈີນເປັນເຈົ້າພາບຈັດກອງປະຊຸມຂັ້ນລັດຖະມົນຕີຂະໜາດນ້ອຍຄັ້ງທີ 2 ນັບແຕ່ຈີນໄດ້ເຂົ້າຮ່ວມ WTO ໃນປີ 2001 ເປັນຕົ້ນມາ.
ທ່ານໂຈ່ງ ຊ່ານ, ລັດຖະມົນຕີກະຊວງການຄ້າຈີນກ່າວຄຳປາໄສໃນພິທີໄຂກອງປະຊຸມວ່າ, ປັດຈຸບັນນີ້, ລັດທິຝ່າຍດຽວແລະລັດທິປົກປ້ອງມີທ່າອ່ຽງປະກົດຕົວເພີ່ມຂຶ້ນ, ບົດບາດແລະອິດທິພົນຂອງ WTO ພວມປະເຊີນກັບຄວາມທ້າທາຍ. ກອງປະຊຸມຂັ້ນລັດຖະມົນຕີຂະໜາດນ້ອຍທີ່ຈັດຂຶ້ນໂດຍຝ່າຍຈີນ, ມີຈຸດປະສົງເພື່ອສ້າງໂອກາດການແລກປ່ຽນແລະສົນທະນາກັນຂອງບັນດາຝ່າຍ, ຮ່ວມກັນປຶກສາຫາລືກ່ຽວກັບອະນາຄົດວ່າດ້ວຍລະບຽບການການຄ້າຫຼາຍຝ່າຍ. ຈີນຮຽກຮ້ອງໃຫ້ແຕ່ລະຝ່າຍເດັດດ່ຽວສະໜັບສະໜູນລະບຽບການຄ້າຫຼາຍຝ່າຍ, ເດັດດ່ຽວຄັດຄ້ານລັດທິຝ່າຍດຽວແລະລັດທິປົກປ້ອງ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບທີ່ມີຄວາມຈຳເປັນຂອງ WTO, ປົກປ້ອງອິດທິພົນຂອງ WTO, ເພີ່ມທະວີຄວາມເຊື່ອໝັ້ນຂອງວົງການຕ່າງໆຕໍ່ WTO.
ຄຳເຫັນ
0