ວັນທີ 11 ພະຈິກນີ້, CRI ໄດ້ອອກບົດວິເຄາະທີ່ພາດຫົວຂໍ້ວ່າ “ງານວາງສະແດງການນຳເຂົ້າສາກົນຈີນເພີ່ມພະລັງແຮງໃນ 3 ດ້ານເພື່ອຊຸກຍູ້ການເປີດປະຕູສູ່ພາຍນອກແລະການພັດທະນາຮ່ວມກັນ”.
ບົດວິເຄາະລະບຸວ່າ, ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 2 ໄດ້ສິ້ນສຸດລົງຢູ່ນະຄອນຊຽງໄຮ້ໃນວັນທີ 10 ພະຈິກນີ້. ໃນໄລຍະ 6 ວັນຜ່ານມາໄດ້ປະສົບຜົນສຳເລັດຕ່າງໆຢ່າງອຸດົມສົມບູນ, ເປັນການຢືນຢັນໝາກຜົນທີ່ວ່າ “ຈີນເປັນຜູ້ສ້າງເວທີແລະທົ່ວໂລກໃຫ້ການສະໜັບສະໜູນ”, ໄດ້ເພີ່ມພະລັງແຮງໃໝ່ເພື່ອຊຸກຍູ້ເສດຖະກິດໂລກາພິວັດ, ມີຜົນດີຕໍ່ການເປີດປະຕູສູ່ພາຍນອກ, ການຮ່ວມມືແລະການພັດທະນາຮ່ວມກັນຂອງປະຊາຄົມໂລກ.
ບົດວິເຄາະຊີ້ໃຫ້ເຫັນວ່າ, ງານວາງສະແດງການນຳເຂົ້າສາກົນຈີນໄດ້ຊຸກຍູ້ໃຫ້ການຄ້າຫັນເປັນແບບທົ່ວໂລກແລະການເຕີບໂຕຂອງເສດຖະກິດໂລກ. ພາຍໃຕ້ສະພາບການທີ່ລັດທິປົກປ້ອງການຄ້າ, ແລະລັດທິຝ່າຍດຽວຟື້ນຕົວຄືນພ້ອມທັງເສດຖະກິດໂລກປະສົບກັບແຮງກົດດັນດ້ານການພັດທະນາໃນປັດຈຸບັນ, ງານວາງສະແດງການນຳເຂົ້າສາກົນຈີນມີມູນຄ່າຊື້ຂາຍໃນຂໍ້ຜູກພັນເພີ່ມຂຶ້ນຢ່າງຫຼວງຫຼາຍ, ມີລະດັບເປັນສາກົນແລະລະດັບມືອາຊີບສູງກວ່າເກົ່າ, ທັງມີວິທະຍາສາດເຕັກນິກຫຼາຍກວ່າເກົ່າ, ນີ້ສະແດງໃຫ້ເຫັນວ່າງານວາງສະແດງການນຳເຂົ້າພວມກາຍເປັນເຄື່ອງມືຊຸກຍູ້ການພັດທະນາເສດຖະກິດໂລກ. ພ້ອມກັນນັ້ນ, ໂດຍຜ່ານການແລກປ່ຽນວັດທະນະທຳແລະທັດສະນະຄະຕິ, ແລກປ່ຽນແນວຄິດແລະເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນ, ງານວາງສະແດງການນຳເຂົ້າສາກົນຈີນກໍໄດ້ສະແດງໃຫ້ເຫັນພະລັງທີ່ເຂັ້ມແຂງໃນການຕໍ່ຕ້ານລັດທິປົກປ້ອງການຄ້າແລະສະໜັບສະໜູນເສດຖະກິດໂລກາພິວັດ. ງານວາງສະແດງການນຳເຂົ້າສາກົນຈີນໄດ້ສະແດງໃຫ້ເຫັນທັດສະນະ “ຊົມໃຊ້ຮ່ວມກັນ” ຕໍ່ທົ່ວໂລກຢ່າງເຕັມທີ່, ໄດ້ກາຍເປັນພຶດຕິກຳທີ່ມີຊີວິດຊີວາແຫ່ງການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ.
ຄຳເຫັນ
0