ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວາງຊຸ້ຍຢູ້ ໄວໜຸ່ມປັນຍາຊົນປັກກິ່ງທີ່ເຄີຍໄປລົງພື້ນຖານພ້ອມກັນກັບທ່ານສີຈິ້ນຜິງຢູ່ບ້ານຫຼຽງເຈ່ຍເຫີ ຕີລາຄາທ່ານສີຈິ້ນຜິງວ່າ: “ໃນສາຍຕາຂອງທ່ານສີຈິ້ນຜິງ ບໍ່ມີຄວາມສູງຄວາມຕ່ຳ, ບໍ່ເຄີຍເບິ່ງໃຜສູງໃຜຕ່ຳ, ກໍ່ບໍ່ເຄີຍດູຖູກໃຜ. ລາວປະຕິບັດຕໍ່ຄົນແລະການເວົ້າຈາ, ມັກມີຮອຍຍີ້ມຕະຫຼອດ, ແລະເວົ້າແບບເປັນກັນເອງ. ອັນນີ້ບໍ່ແມ່ນເລື້ອງງ່າຍ.”
ຈາກອາຍຸ 15 ປີ ຮອດອາຍຸ 22 ປີ, ທີ່ໄດ້ດຳລົງຊີວິດໃນບ້ານນ້ອຍໆຫຼຽງເຈ່ຍເຫີນີ້, ທ່ານສີຈິ້ນຜິງໄດ້ບັນລຸການເຕີບໃຫຍ່ແບບປ່ຽນແປງຕົນເອງຢ່າງຫຼວງຫຼາຍ, ແລະໄດ້ສຳຜັດກັບຊີວິດຢູ່ຊົນນະບົດຂອງຈີນແທ້ໆ.

ວັນທີ 14 ສິງຫາ 2004, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນຄາວນັ້ນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສະຖານີວິທະຍຸໂທລະພາບຢຽນອ່ານ
ວັນທີ 14 ສິງຫາ 2004, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນຄາວນັ້ນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສະຖານີວິທະຍຸໂທລະພາບຢຽນອ່ານ, ເມື່ອຫວນຄືນເຖິງໄລຍະເວລາທີ່ຢູ່ຢຽນອ່ານ, ທ່ານເວົ້າວ່າ ແມ່ນພູພຽງສານເປີຍພາກເໜືອສ້ານຊີ່ໃຫ້ຄວາມເຊື່ອໝັ້ນແກ່ທ່ານ, ແລະກໍ່ເວົ້າໄດ້ວ່າ ໄດ້ວາງໂຄຈອນຊີວິດອະນາຄົດຂອງທ່ານໄວ້. ເມື່ອໄປຜ່ານຫຼັກສູດຊີວິດຢູ່ເຂດພາກເໜືອສ້ານຊີ່ແລ້ວ, ກໍ່ໄດ້ກຳນົດໃຫ້ທ່ານວ່າ ໃນອະນາຄົດຄວນເຮັດຫຍັງ, ແລະຄວນເຮັດແນວໃດ.
ໃນໄລຍະກອງປະຊຸມ “ສອງສະພາ” ຄືສະພາປະຊາຊົນແຫ່ງຊາດ ແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດທົ່ວປະເທດຈີນປີ 2008, ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ຮອງປະທານປະເທດໃນຄາວນັ້ນ ໄດ້ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນແຂວງຊ່ານຊີພິຈາລະນາບົດລາຍງານວຽກງານຂອງລັດຖະບານຈີນ, ທ່ານເວົ້າວ່າ: “ຂ້າພະເຈົ້າໄປຢູ່ລົງພື້ນຖານແຂວງສ້ານຊີ່ໃນເດືອນມັງກອນປີ 1969, ແລະເດືອນຕຸລາປີ 1975 ໄດ້ຈາກໄປ, ໄລຍະນັ້ນໄດ້ກາຍເປັນຈຸດຫົວລ້ຽວຫົວຕໍ່ໃນຊີວິດຂ້າພະເຈົ້າ, ອາດເວົ້າໄດ້ວ່າ, ແຂວງສ້ານຊີ່ແມ່ນຮາກເຫງົ້າ, ຢຽນອ່ານແມ່ນຂວັນ. ຫຼາຍເລື່ອງລາວທີ່ຜ່ານມາຍັງປະກົດຕົວຂຶ້ນໃນສາຍຕາຂອງຂ້າພະເຈົ້າ, ປະຈຸບັນ ຍັງມີຄວາມຄິດແລະການກະທຳຫຼາຍຢ່າງຂອງຕົນກໍ່ຍັງມີການພົວພັນຄືກັນກັບຄາວນັ້ນ.”
ວັນທີ 21 ເດືອນຕຸລາປີ 2015, ທ່ານສີຈິ້ນຜິງໄປຢ້ຽມຢາມອັງກິດ, ອາຫານຄ່ຳເຊິ່ງຈັດໂດຍສູ້ວ່າການເທດສະບານນະຄອນລອນດອນ, ໃນເວລາເຂົ້າຮ່ວມງານລ້ຽງ ທ່ານສີຈິ້ນຜິງໄດ້ຫວນຄືນເຖິງບ້ານຫຼຽງເຈ່ຍເຫີອີກເທື່ອໜຶ່ງ ທ່ານໄດ້ກ່າວວ່າ: “ຂ້າພະເຈົ້າ ຕອນນັ້ນອາຍຸບໍ່ຮອດ 16 ປີ ກໍ່ຈາກນະຄອນຫຼວງປັກກິ່ງໄປເປັນຊາວນາຢູ່ບ້ານຊົນນະບົດນ້ອຍໆບ້ານໜຶ່ງຂອງພາກເໜືອແຂວງສ້ານຊີ່ຂອງຈີນ, ຢູ່ແຫ່ງນັ້ນ ໄດ້ຜ່ານເວລາຄວາມເປັນໄວໜຸ່ມເປັນເວລາ 7 ປີ. ເຊິ່ງເປັນເຂດດິນສີເຫຼືອງທີ່ທຸກຍາກໃນຄາວນັ້ນ, ຂ້າພະເຈົ້າທີ່ໜຸ່ມນ້ອຍໄດ້ຄິດເຖິງບັນຫາ “ການຢູ່ລອດຫຼືບໍ່”ເລື້ອຍໆ, ສຸດທ້າຍ, ຂ້າພະເຈົ້າໄດ້ຕັ້ງອຸດົມການໃຫ້ແກ່ຕົນເອງວ່າຕ້ອງອຸທິດຕົນເອງເພື່ອປະເທດຊາດແລະເພື່ອປະຊາຊົນ.”

ວັນທີ 22 ກັນຍາ ປີ 2015, ທ່ານສີຈິ້ນຜິງກ່າວປາຖະກະຖາຢູ່ນະຄອນຊີເອະໂຕ ອາເມຣິກາ
ວັນທີ 22 ກັນຍາປີ 2015, ຢູ່ນະຄອນຊີເອະໂທວອາເມຣິກາ, ໃນເວລາເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ອົງການປົກຄອງລັດວໍຊິງຕັນແລະກຸ່ມຄະນະມິດຕະພາບອາເມຣິກາ ຮ່ວມຈັດຂຶ້ນ, ທ່ານສີຈິ້ນຜິງໄດ້ກ່າວເຖິງບ້ານຫຼຽງເຈ່ຍເຫີອີກເທື່ອໜຶ່ງ, ທ່ານເວົ້າວ່າ, ໃນທ້າຍຊຸມປີ 1960, ທ່ານເອງມີອາຍຸພຽງແຕ່ສິບປາຍປີ, ກໍ່ຈາກນະຄອນຫຼວງປັກກິ່ງໄປເປັນຊາວກະສິກອນຢູ່ບ້ານນ້ອຍໆທີ່ຊື່ວ່າ ຫຼຽງເຈ່ຍເຫີ ຂອງເມືອງຢຽນອ່ານແຂວງສ້ານຊີ່ຈີນ, ໄດ້ດຳລົງຊີວິດຢູ່ແຫ່ງນັ້ນເປັນເວລາ 7 ປີ. ໃນເວລານັ້ນ, ທ່ານພັກຢູ່ເຮືອນຖ້ຳ ນອນຢູ່ເທິງຕຽງທີ່ກໍ່ດ້ວຍດິນຄືກັນກັບຊາວບ້ານ, ຊີວິດຂອງຊາວບ້ານແມ່ນທຸກຍາກທີ່ສຸດ, ຫຼາຍເດືອນກໍ່ບໍ່ເຄີຍມີຊີ້ນໃຫ້ກິນຈັກຕ່ອນ. ເພີ່ນຮູ້ດີວ່າຊາວບ້ານມີຄວາມຕ້ອງການຫຍັງຫຼາຍທີ່ສຸດ. ພາຍຫຼັງມາ, ທ່ານໄດ້ເປັນເລຂາຄະນະພັກຂອງບ້ານແຫ່ງນີ້, ທ່ານກໍ່ນຳພາຊາວບ້ານພັນທະນາການຜະລິດ. ເລື່ອງທີ່ທ່ານຄອງຄອຍທີ່ສຸດນັ້ນກໍ່ແມ່ນຢາກໃຫ້ຊາວບ້ານໄດ້ກິນຊີ້ນອີ່ມຄາບໜຶ່ງ, ແລະມີຊີ້ນກິນເລື້ອຍໆ. ແຕ່ວ່າ ຄວາມປາຖະໜານີ້ແມ່ນບັນລຸໄດ້ຍາກຫຼາຍໃນຄາວນັ້ນ.
ປີ 2015, ທ່ານສີຈິ້ນຜິງໄດ້ກັບຄືນບ້ານຫຼຽງເຈ່ຍເຫີອີກເທື່ອໜຶ່ງ. ບ້ານຫຼຽງເຈ່ຍເຫີໄດ້ສ້າງທາງປູຢາງ, ຊາວບ້ານກໍ່ມີເຮືອນກໍ່ດ້ວຍດິນຈີ່ຢູ່, ມີອິນເຕີເນັດໃຊ້, ຜູ້ເຖົ້າມີການປະກັນໃນການໄພລ້ຽງດູເຖົ້າໂດຍພື້ນຖານ, ຊາວບ້ານມີການປະກັນໄພດ້ານການປິ່ນປົວ, ພວກເດັກນ້ອຍກໍ່ສາມາດໄດ້ຮັບການສຶກສາເປັນຢ່າງດີ, ການໄດ້ກິນຊີ້ນກໍ່ບໍ່ເປັນບັນຫາອີກແລ້ວ. ທ່ານເວົ້າວ່າ: “ທັງໝົດນີ້ເຮັດໃຫ້ຂ້າພະເຈົ້າຍິ່ງມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ, ຄວາມໄຝ່ຝັນຂອງຈີນແມ່ນຄວາມໄຝ່ຝັນຂອງປະຊາຊົນ, ຕ້ອງປະສານສົມທົບກັບຄວາມມຸ້ງຫວັງຕໍ່ຊີວິດທີ່ດີງາມຂອງປະຊາຊົນຈີນຈຶ່ງສາມາດບັນລຸຄວາມເປັນຈິງໄດ້. ການປ່ຽນແປງຂອງບ້ານນ້ອຍໆຫຼຽງເຈ່ຍເຫີນີ້, ແມ່ນພາບຫຍໍ້ອັນໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງຄວາມກ້າວໜ້າດ້ານການພັດທະນາສັງຄົມຂອງຈີນຕັ້ງແຕ່ດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກມານີ້. ຈີນໄດ້ໃຊ້ເວລາ 30 ກວ່າປີ ເຮັດໃຫ້ຍອດປະລິມານດ້ານເສດຖະກິດຂອງຈີນກ້າວຂຶ້ນເປັນອັນດັບ 2 ຂອງໂລກ, ປະຊາຊົນ 1,3 ຕື້ກວ່າຄົນໄດ້ພົ້ນອອກຈາກການຂາດເຂີນດ້ານວັດຖຸ, ແລະບັນລຸເຖິງລະດັບອິ່ມໜຳສຳລານໂດຍລວມ, ໄດ້ມີກຽດສັກສີແລະສິດທີ່ບໍ່ເຄີຍມີມາກ່ອນ. ນີ້ບໍ່ພຽງແຕ່ແມ່ນການປ່ຽນແປງອັນໃຫຍ່ຫຼວງໃນຊີວິດການເປັນຢູ່ຂອງປະຊາຊົນຈີນເທົ່ານັ້ນ ມັນຍັງແມ່ນຄວາມກ້າວໜ້າອັນມະຫາສານຂອງອາລະຍະທຳມວນມະນຸດ, ທັງແມ່ນການປະກອບສ່ວນອັນສຳຄັນຂອງຈີນທີ່ມີຕໍ່ພາລະກິດສັນຕິພາບແລະການພັດທະນາຂອງໂລກອີກດ້ວຍ.”
ຄວາມຫ່ວງໄຍຫຼາຍເທົ່າໃດ ກໍ່ມີຄວາມຮັກແພງຫຼາຍເທົ່ານັ້ນ. ໃນຈິດໃຈຂອງທ່ານສີຈິ້ນຜິງ, ບ້ານຫຼຽງເຈ່ຍເຫີແມ່ນຄວາມຜູກພັນທີ່ເລິກເຊິ່ງໂດຍບໍ່ສາມາດລືມໄດ້ຢ່າງເດັດຂາດ, ແມ່ນຈຸດເລີ່ມຕົ້ນໃນການປ່ຽນແປງດ້ານຈິດໃຈຂອງທ່ານ, ແມ່ນຄວາມໝັ້ນໃຈທີ່ທ່ານເຮັດວຽກເພື່ອປະຊາຊົນ ແລະຖືເອົາຄວາມຫມຸ່ງຫວັງຕໍ່ຊີວິດອັນດີງາມຂອງປະຊາຊົນເປັນເປົ້າໝາຍສູ້ຊົນຂອງທ່ານ. ທ່ານສີຈິ້ນຜິງບໍ່ເຄີຍລືມບ້ານຫຼຽງເຈ່ຍເຫີ, ບໍ່ເຄີຍລືມພາກເໜືອສ້ານຊີ່ທີ່ເປັນດິນແດນອັດສະຈັນໃນແຫ່ງນີ້, ບໍ່ເຄີຍລືມຄວາມທຸກຍາກລຳບາກທີ່ພໍ່ແມ່ປະຊາຊົນທີ່ເຄີຍປະສົບຜ່ານມາ, ຍິ່ງບໍ່ເຄີຍລືມຄວາມເຊື່ອຖືແລະຄວາມຮັບຜິດຊອບທີ່ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນຢ່າງແທ້ຈິງ.
ຄຳເຫັນ
0