覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ: “ຫຼຽງ​ເຈ່ຍ​ເຫີ ” 8

2019-12-04 15:04:30 cri

 

ເມື່ອ​ຫວນ​ຄືນ​ເຖິງ​ປະ​ສົບ​ການ​ຫິວ​ເຂົ້າ​ໃນຕອນ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “​ຂ້າ​ພະ​ເຈົ້າ​ລົງ​ໄປ​ດຳ​ລົງ​ຊີ​ວິດ​ແລະ​ອອກ​ແຮງ​ງານ​ໃນ​ຊົນ​ນະ​ບົດ, ເຄີຍ​ມີ​ປະ​ສົບ​ການ​ທີ່​ບໍ່​ເຫັນ​ນ້ຳ​ມັນ​ແລະ​ບໍ່​ໄດ້​ກິນ​ຊີ້ນ​​ເປັນ​ເວ​ລາ 3 ເດືອນລຽນ​ຕິດ. ລະ​ດູ​ໜາວ​ປີ​ນັ້ນ, ທາງ​ບ້ານ​ໄດ້​ຝາກ​ເງິນ​ບໍ່​ເທົ່າ​ໃດ​ຢວນ​ມາ​ໃຫ້, ຂ້ອຍ​ພ້ອມ​ໝູ່​ຮຽນ​ທີ່​ຢູ່​ໃນ​ເຮືອນ​ຖ້ຳ​ດຽວ​ກັນ​ນັ້ນ​ໄດ້​ຊື້​ຊີ້ນ​ໝູ​ແຊ່​ເຢັນ​ໃນ​ໄຫ​ຫີນ​2-3ໂລ, ຍັງ​ບໍ່​ທັນ​ແຕ່ງ​ກໍ​ຊອຍ​ຊີ້ນເປັນ​ຕ່ອນ​ບາງໆ​ມາ​ກິນ,ຈັ່ງ​ແມ່ນ​ແຊບ​ອີ່ຫຼີ! ຕໍ່​ມາ​ພວ​ກ​ເຮົາ​ວ່າ ບໍ່​ຕ້ອງ​ກິນ​ອີກ,ຄັນ​ກິນ​ແບບ​ນີ້​ຕໍ່​ໄປ​ຈະ​ບໍ່​ເຫຼືອ​ໃຫ້​ແຕ່ງ​ກິນ​ແລ້ວ. ຊີ​ວິດ​ທີ່​ທຸກ​ຍາກ​ລຳ​ບາກ​ແບບ​ນີ້​ພວກ​ເຮົາ​ກໍ​ເຄີຍ​ໄດ້​ຜ່ານ​ມາ​ແລ້ວ.”
 

ຄົນ​ໄວດຽວ​ກັນ​ຄື​ກັບທ່ານ​ສີ​ຈິ້ນ​ຜິງ ໂດຍ​ສະ​ເພາະ​ແມ່ນ​ຄົນ​ລຸ້​ນ​ທີ່​ເຄີຍ​ລົງ​ໄປ​ດຳ​ລົງ​ຊີ​ວິດ​ແລະອອກ​ແຮງ​ງານ​ຢູ່​ຊົນ​ນະ​ບົດ​ໃນ​​ທ້າຍຊຸມ​ປີ 1960 ນັ້ນ​ໄດ້​ຜ່ານ​ຊີ​ວິດ​ທີ່​ທຸກ​ຍາກ​ລຳ​ບາກ​ຢູ່​ຊົນ​ນະ​ບົດ​ດ້ວຍ​ຕົນ​ເອງ​ມາ​ແລ້ວ, ເຄີຍ​ເຫັນ​ກັບ​ຕາ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ​ແລະ​ປະ​ຖົມ​ປະ​ຖານ​ທີ່​ສຸດ​ຂອງ​ຈີນ.

图片默认标题_fororder_liangjishfhsifsfjoe1

 

ປີ 1973, ທ່ານ​ສີ​ຈິ້ນ​ຜິງ (ຜູ້​ທີ2 ແຕ່​​ຊ້າຍ​ໄປ​ຂວາ) ກັບ​ທ່ານ ເຫຼີຍ​ຜິງ​ເຊິ່ງ  (ຜູ້​ທີ 1 ແຕ່​ຊ້າຍ​ໄປ​ຂວາ) ພ້ອມໄວ​ໜຸ່ມ​ປັນ​ຍາ​ຊົນ​ປັກ​ກິ່ງ​ອີກ​ສອງ​ຄົນ​ໄດ້​ຖ່າຍ​ຮູບ​ຮ່ວມ​ຢູ່​ນະ​ຄອນ​ຢຽນ​ຊວນ.

 

ເຫລີຍ​ຜິງ​ເຊິ່ງ ໄວ​ໜຸ່ມ​ປັນ​ຍາ​ຊົນ​ທີ່​ເຄີຍ​ໄດ້ ​ຮ່ວມ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ລົງ​​ພື້ນ​ຖານ​ ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີໃນ​ເມື່ອ​ກ່ອນ​ເວົ້າ​ວ່າ: “​ປັດ​ຈຸ​ບັນ, ພວກ​ເຮົາ​ໄດ້​ເຫັນ​ໃນ​​ໂທ​ລະ​ພາບ​ເລື້ອຍໆ​ວ່າ ທ່ານ​ສີ​ຈິ້ງ​ຜິງ​ລົງ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ຊົນ​ນະ​ບົດ, ເພິ່ນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ໃນ​ການ​ໄປ​ສຳຫຼວດ​ຮັບ​ຮູ້​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ທຸກ​ຍາກ. ທ່ານ​ຮູ້​ດີ​ກ່ຽວ​ກັບ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໃນ​ທ້ອງ​ຖິ່ນ​ເຫຼົ່າ​ນີ້, ໃນ​ເວ​ລາ​​ຢ້ຽມຢາມ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ເຮືອນ, ທ່ານ​ສີ​ຈິ້ນ​ຜິງ​ມີ​ກິ​ລິ​ຍາ​ວາ​ຈາ​ແບບ​ບໍ່​ຖື​ໂຕ,ເປັນ​ກັນ​ເອງ, ເພິ່ນ​ເປີດ​ຝາ​ອັດ​ໝໍ້​ເບິ່ງວ່າ​ມີ​ອາ​ຫານ​ຍັງ​ເດ່, ຖາມ​ຄວາມ​ທຸກ​ສຸກ​ຕ່າງໆ, ເມື່ອ​ລົມ​ກັບ​ປະ​ຊາ​ຊົນ​ກໍ​ເວົ້າ​ຖືກ​ຈຸດ​ຖືກ​ເປົ້າ​ໝາຍ​ແລະ​ຖືກ​ໃຈ​ປະ​ຊາ​ຊົນ.  ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຄົງ​ສະ​ແດງ​ຄວາມ​ຮັກ​ແພງ​ເຫັນ​ໃຈ​ຕໍ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ດ້ວຍ​ຄວາມ​ຈິງ​ໃຈ ແລະ​ຄວາມ​ຈິງ​ໃຈ​ແບບ​ນີ້​ແມ່ນ​ມາ​ຈາກ​ປະ​ສົບ​ການ​ດຳ​ລົງ​ຊີ​ວິດ​ແລະ​ອອກ​ແຮງ​ງານ​ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ​ໃນ​​ເມື່ອກ່ອນ, ມາ​ຈາກ​ຄວາມ​ດູດ​ດື່ມ​ຄວາມ​ຮັກ​ແພງ​ຕໍ່​ປະ​ຊາ​ຊົນ​ທີ່​ສ້າງ​ຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ​ໃນ​ສະ​ໄໝ​ຕອນ​ເປັນ​ໄວ​ໜຸ່ມ​ປັນ​ຍາ​ຊົນ. ”

 

ພວກ​ໄວ​ໜຸ່ມ​ປັນ​ຍາ​ຊົນ​ຂອງ​ບ້ານຫຼຽງ​ເຈ່ຍ​ເຫີ​ໄດ້​ຮັບ​ຮູ້​ຂໍ້​ມູນ​ວ່າ: ໃນ​ຄາວ​ນັ້ນ, ສະ​ມັດ​ຕະ​ພາບ​ການ​ຜະ​ລິດ​ເຂົ້າ​ເບຼ​ຂອງ​ແຂວງ​ຊ່ານ​ຕຸ່ງ​ແລະ​ແຂວງ​ເຮີ​ເປີຍ​ສາ​ມາດ​ບັນ​ລຸ​ເຖິງ 3000 ກວ່າ​ກິ​ໂລ​ຕໍ່​ເຮັກ​ຕາ, ແຕ່​ວ່າຢູ່​ເຂດ​ເມືອງ​ຢຽນ​ຊວນ ພາກ​ເໜືອ​ສ້ານ​ຊີ່​ມີ​ພຽງ​ປະ​ມານ 500 ກວ່າ​ກິ​ໂລ​ຕໍ່​ເຮັກ​ຕາ​ເທົ່າ​ນັ້ນ. 500 ກວ່າ​ກິ​ໂລ ເຊິ່ງ​​ບໍ່​ກຸ້ມ​ກັບ​ຂະ​ບວນ​ການ​ຜະ​ລິດ​​ໃນ​ຂັ້ນ​ພື້ນ​ຖານຊ້ຳ, ​ຍິ່ງ​ບໍ່​ຕ້ອງ​ເວົ້າ​ເລື່ອງ​ແກ້​ໄຂ​ບັນ​ຫາ​ກິນ​ອິ່ມ​ແລະ​ເປີດກວ້າງ​ການ​ຜະ​ລິດ​ອີກ.
 

   ການ​ສ້າງ​ຄັນ​ຄູ​ເພື່ອ​ສ້າງ​ນາ ແມ່ນ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ທີ່​ຖືກ​ຕ້ອງ​ຕາ​ມ​ສະ​ພາບ​ເງື່ອນ​ໄຂ​ຕົວ​ຈິງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ເພີ່ມ​ຜົນ​ຜະ​ລິດ​ໃນ​ຄາວ​ນັ້ນ. ພາກ​ເໜືອ​ສ້ານ​​ຊີ່ສ່ວນຫຼາຍ​ແມ່ນ​ເຂດ​ພູ​ດອຍ, ດິນ​ປູກ​ຝັງ​ມີ​ໜ້ອຍ, ອາ​ກາດ​ແຫ້ງ​ແລ້ງ,ມີ​ຜົນ​ຕົກ​ໜ້ອຍ, ການ​ສ້າງ​ນາ​ດ້ວຍ​ການ​ສ້າງ​ຄັນ​ຄູ​ແລະ​ສ້າງ​ນາ​ຂັ້ນ​ໄດ ບໍ່​ພຽງ​ແຕ່​ຈະ​ສາ​ມາດ​ບຸກ​ເບີກ​ເນື້ອ​ທີ່​ການ​ຜະ​ລິດ​ເທົ່າ​ນັ້ນ, ຍັງ​ເປັນ​ປະ​ໂຫຍດ​ຕໍ່​ການ​ຮັກ​ສາ​ດິນ​ແລະ​ເພີ່ມ​ຜົນ​ຜະ​ລິດ​ພືດ​ພັນ​ທັນ​ຍາ​ຫານ​ອີ​ກດ້ວຍ.  ຢູ່​ເຂດ​ພາກ​ເໜືອ​ສ້ານ​ຊີ່​ທີ່​ມີ​ຄວາມຫຼ້າຫຼັງ​ໃນ​ດ້ານ​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຊີ​ດ້ານ​ກະ​ສິ​ກຳ​ນັ້ນ, ວິ​ທີ​ດັ່ງ​ກ່າວ​ເປັນ​ວິ​ທີ​ເພີ່ມ​ຜົນ​ຜະ​ລິດ​ກະ​ສິ​ກຳ​ພຽງ​ໜຶ່ງ​ດຽວ​ທີ່​ຊາວ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ສາ​ມາດ​ຄິດ​​ອອກ​ມາໄດ້.



图片默认标题_fororder_liangjishhefse8
 

ດິນ​ປູກ​ຝັງ​ທີ່​ສ້າງ​ຂຶ້ນ​ຈາກ​ການ​ກໍ່​ຄັນ​ຄູ​ກັ້ນ​ນ້ຳ.
 

 ​ຢູ່​ບ້ານຫຼຽງ​ເຈ່ຍ​ເຫີ, ວຽກ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດຫຼາຍກວ່າ​ໝູ່​ກໍ​ຄື​ການ​ສ້າງ​ຄັນ​ຄູ. ພາຍຫຼັງ​ ​ໄດ້​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ບ້ານ​ແລ້ວ, ເລື່ອງ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​ຊາວ​ບ້ານ​ເຮັດ​ນັ້ນ​ກໍ​ຄື​ສ້າ​ງ​ຄັນ​ຄູ​ແຫ່ງ​ໜຶ່ງ​ຢູ່​ປາກ​ຮ່ອມ​ພູ​ໃນ​ບ້ານ ເຊິ່ງ​ເປັນ​ໂຄງ​ການ​ໃຫຍ່​ທີ່​ຕ້ອງ​ການ​ກຳ​ລັງ​ຄົນ​ຈຳ​ນວນຫຼາຍ, ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ໃນ​ບ້ານ​ໄດ້​ອອກ​ແຮງ​ຕາມ​ຄວາມ​ສາ​ມາດ​ຢ່າງ​ເຕັມ​ທີ່​ຈິ່ງ​ສ້າງ​ຄັນ​ຄູ​ແຫ່ງ​ນັ້ນ​ໃຫ້​ສຳ​ເລັດ​ໃນ​ທີ່​ສຸດ. ໃນ​ໄລ​ຍະ​ສ້າງ​ຄັນ​ຄູ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ທຸ້ມ​ເທ​ຄວາມ​ດຸ​ໝັ່ນ​ຫ້າວ​ຫັນ​ແລະ​ເຫື່ອ​ແຮງ​ສະ​ຕິ​ປັນ​ຍາ​ຂອງ​ຕົນ​ຢ່າງ​ສຸດ​ຂີດ. ທ່ານ​ຮຽກ​ຮ້ອງວ່າ ການ​ກໍ່​ສ້າງ​ຕ້ອງ​ໄວ​ແລະ​ມີ​ຄຸນ​ນະ​ພາບ​ດີ, ​ວຽກທຸກ​ຂັນ​ຕອນ ​ຕ້ອງ​ເຮັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ​ແລະ​ມີ​ໝາກ​ມີ​ຜົນ.ເພິ່ນ​ບໍ່​ພຽງ​ແຕ່​ເປັນ​ຜູ້​ຊີ້​ນຳ​ເທົ່າ​ນັ້ນ ຍັງ​ໄດ້​ອອກ​ແຮງ​ງານ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ໂດຍ​ຕະຫຼອດ​ເຊັ່ນ ຊວ້ານ​ດິນ, ຕອກ​ດິນ​ໃຫ້​ແໜ້ນ ​, ​ຫາມ​ກ້ອນ​ຫີນ​ໃຫຍ່​ກໍ່​​ຄັນ​ຄູ, ວຽກ​ເຫຼົ່າ​ນີ້, ເພິ່ນ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ​ເຮັດ​ຮ່ວມ​ກັບ​ຊາວ​ບ້ານ​ທັງຫຼາຍ. ພາຍຫຼັງ​ຄັນ​ຄູ​ດິນ​ນາ​ສ້າງ​ສຳ​ເລັດ​ແລ້ວ, ເມື່ອ​ຮອດ​ລະ​ດູ​ຝົນ​, ທ່ານ​ສີ​ຈິ້ນ​ຜິງ​ກໍ​ເອົາ​ໃຈ​ໃສ່​​ໃນການ​ສ້ອມ​ແປງ​ແລະ​ປ້ອງ​ກັນ​ໃຫ້​ດີ, ທັງ​ຕິດ​ຕາມ​ແລະ​ຊຸກ​ຍູ້​ໃຫ້​ປະ​ຕິ​ບັດ​ວຽກ​ການ​ຄຸ້ມ​ຄອງ​ລະ​ບາຍ​ນ້ຳ​ນອງ​ໃນ​ຍາມນ້ຳ​ຍຶ່ງ​ຂຶ້ນ, ດ້ວຍ​ເຫດ​ນີ້, ຄັນ​ຄູ​ແຫ່ງ​ນີ້​ຈິ່ງ​ໝັ້ນ​ແກ່ນຫຼາຍ, ເນື້ອ​ທີ່​ດິນ​ປູກ​ຝັງ​​ທີ່ກວ້າງ​ຂວາງ​ຢູ່​ເທິງ​ຄັນ​ຄູ​ໄດ້​ກາຍ​ເປັນ​ດິນ​ຮາບ​ພຽງ​ທີ່​ດີ​ທີ່​ສຸດ​ແລະ​ສາ​ມາດ​ລະ​ບາຍ​ນ້ຳ​ເຂົ້າ​ນາ​ໄດ້​ສະ​ດວກ​ທີ່​ສຸດ​ຂອງ​ບ້ານຫຼຽງ​ເຈ່ຍ​ເຫີ.

 

 

 
 

ຄຳ​ເຫັນ

0