ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ປີ 1999 ເປັນປີໜຶ່ງທີ່ເມືອງຢຽນອ່ານເກີດມີການປ່ຽນແປງຢ່າງໃຫຍ່ໃນດ້ານການພັດທະນາເສດຖະກິດສັງຄົມ. ພາຍໃຕ້ການຊຸກຍູ້ນະໂຍບາຍຂອງລັດຖະບານກ່ຽວກັບການຟື້ນຟູເຂດປ່າໄມ້ທີ່ຖືກທຳລາຍເພື່ອທຳການຜະລິດໃນເມື່ອກ່ອນ ຫັນມາປູກໄມ້ເພື່ອສ້າງປ່າຄືນໃໝ່, ເມືອງຢຽນອ່ານໄດ້ເຊົາປູກຝັງຢູ່ຕາມດິນໂນນທັງໝົດ ແລະກັບມາປູກໄມ້ສ້າງປ່າຄືນ, ໄດ້ກາຍເປັນຂະບວນການປະຕິວັດສີຂຽວຢ່າງຟົດຟື້ນອີກຄັ້ງໃນທົ່ວເມືອງຢຽນອ່ານ.
ນັບແຕ່ຢຸດຕິການປູກຝັງແລະປູກໄມ້ສ້າງປ່າຄືນໃໝ່ເມື່ອປີ 1999 ເປັນຕົ້ນມາ, ເມືອງຢຽນອ່ານໄດ້ເຊົການປູກຝັງຢູ່ຕາມທີ່ເນື້ອທີ່ການຜະລິດ ຫຼາຍ ກວ່າ 6 ແສນ 6 ໝື່ນກວ່າເຮັກຕາ, ເຮັດໃຫ້ແຜ່ນດິນຢຽນອ່ານຈາກສີເຫຼືອງໃນເມື່ອກ່ອນກາຍເປັນແຜ່ນດິນທີ່ຂຽວງາມ.

ທິວທັດຍ່າມເຊົ້າຂອງບ້ານຫຼຽງເຈ່ຍເຫີໃນປັດຈຸບັນ
ວັນທີ 28 ສິງຫາ 2007, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍພໍ່ແມ່ປະຊາຊົນ ໂດຍກ່າວວ່າ, ເພິ່ນຮູ້ສຶກດີໃຈທີ່ສຸດເມື່ອຮູ້ວ່າບ້ານຫຼຽງເຈ່ຍເຫີພູຂຽວງາມຂຶ້ນ ນ້ຳສົດໃສກວ່າເກົ່າ. ໃນຈົດໝາຍ ທ່ານໄດ້ໃຫ້ກຳລັງໃຈປະຊາຊົນວ່າ,ໂດຍພາຍໃຕ້ການຊີ້ນຳທີ່ຖືກຕ້ອງຂອງນະໂຍບາຍພັກກ່ຽວກັບການສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ, ແລະພາຍໃຕ້ການນຳພາຂອງຄະນະພັກບ້ານແລະຄະນະກຳມະການຊາວບ້ານ, ແລະຄວາມພະຍາຍາມຮ່ວມກັນຂອງປະຊາຊົນ, ຊີວິດການເປັນຢູ່ຂອງຊາວບ້ານກໍຈະນັບມື້ນັບດີຂຶ້ນເປັນກ້າວໆ.
ເດືອນກໍລະກົດ 2013, ເມືອງຢຽນອ່ານປະສົບຝົນຕົກໜັກຢ່າງຕໍ່ເນື່ອງທີ່ຮ້າຍແຮງທີ່ສຸດນັບແຕ່ມີການບັນທຶກສະພາບອາກາດເມື່ອປີ 1945 ເປັນຕົ້ນມາ. ປະຊາຊົນຈຳນວນ 1 ລ້ານ 5 ແສນ 4 ໝື່ນ 5 ພັນຄົນຂອງເມືອງຢຽນອ່ານໄດ້ຮັບຜົນກະທົບ, ເຮັດໃຫ້ມີຄວາມເສຍຫາຍໂດຍກົງດ້ານເສດຖະກິດເຖິງ 12 ຕື້ກວ່າຢວນ. ໃນໄພທຳມະຊາດທີ່ໜັກໜ່ວງຄັ້ງນີ້, ເຮັດໃຫ້ເຮືອນຖ້ຳຂອງປະຊາຊົນບ້ານຫຼຽງເຈ່ຍເຫີ 80% ຖືກຜົນເສຍຫາຍ, ບາງແຫ່ງຈົນພັງທະລາຍ.
ຫຼັງໄພພິບັດ, ອົງການປົກຄອງທ້ອງຖີ່ນຕົກລົງດຳເນີນວ່າສ້າງບ້ານຄືນໃໝ່ ໂດຍຍົກຍ້າຍປະຊາຊົນ 100 ກວ່ຄອບຄົວບ້ານຫຼຽງເຈ່ຍເຫີໄປຢູ່ຢູ່ໃນເມືອງນ້ອຍເວີນອ່ານອີ້, ເດັກນ້ອຍທັງໝົດກໍໄດ້ເຂົ້າໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໄດ້ຮັບການສຶກສາກທີ່ດີກວ່າເກົ່າ.
ເດືອນມັງກອນ 2014, ຄະນະກຳມະການຊາວບ້ານຂອງບ້ານຫຼຽງເຈ່ຍເຫີ ໄດ້ຂຽນຈົດໝາຍໄປຍັງທ່ານສີຈິ້ນຜິງ ທີ່ເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໂດຍໄດ້ລາຍງານຢ່າງລະອຽດກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະການກໍ່ສ້າງ ຂອງບ້ານ. ວັນທີ 5 ພຶດສະພາປີດຽວກັນ, ທ່ານສີຈິ້ນຜິງໄດ້ຕອບຈົດໝາຍ ໂດຍກ່າວວ່າ:“ລະດູຮ້ອນປີກາຍ, ເມືອງຢຽນຊວນປະສົບໄພຝົນຕົກໜັກຢ່າງຕໍ່ເນື່ອງ, ຂ້າພະເຈົ້າເປັນຫ່ວງນຳພໍ່ແມ່ປະຊາຊົນຕະຫຼອດ. ພາຍໃຕ້ການສະໜັບສະໜູນຂອງພັກແລະລັດຖະບານ, ຄະນະກຳມະການຊາວບ້ານໄດ້ນຳພາປະຊາຊົນຕັ້ງໜ້າດຳເນີນກູ້ໄພແລະຊ່ວຍເຫຼືອດ້ວຍຕົນເອງ, ພ້ອມທັງດຳເນີນການກໍສ້າງສາຄືນໃໝ່ຢ່າງຮອບດ້ານ, ພັດທະນາການຜະລິດກະສິກຳຢ່າງໜັກແໜ້ນ, ເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນຕື່ມອີກ, ຂ້າພະເຈົ້າປິຕິຍິນດີເປັນຢ່າງຍິ່ງແລະຂໍຊົມເຊີຍຕໍ່ເລື່ອງນີ້. ປີນີ້ ທາງບ້ານໄດ້ວາງແຜນການພັດທະນາອອກມາ, ຫວັງວ່າຄະນະກຳມະການຊາວບ້ານຈະນຳພາປະຊາຊົນເຮັດແທ້ທຳຈິງ, ພະຍາຍາມສ້າງຊີວິດການເປັນຢູ່ໃຫ້ດີກວ່າເກົ່າ, ແລະສ້າງບ້ານໃຫ້ສວຍງາມຂຶ້ນກວ່າເກົ່າ.”
ນາງຫຼິວຈິ່ນຫຼຽນ ເຈົ້າຂອງເຮືອນຖ້ຳທີ່ ທ່ານສີຈິ້ນຜິງເຄີຍອາໄສຢູ່ນັ້ນບອກວ່າ, ດຽວນີ້ ຖ້າວ່າເຈັບເປັນ, ຈະບໍ່ອົດທົນຢູ່ເຮືອນອີກຕໍ່ໄປ. ຕົ້ນປີ 2015 ນາງເຈັບແຂນ, ເມື່ອໄປກວດຢູ່ໂຮງໝໍແລ້ວ ພົບວ່າເປັນຊີ້ນປົ່ງຢູ່ແຂນ, ກໍ່ຜ່າຕັດ. ນາງຫຼິວຈິນຫຼຽນບອກວ່າຄ່າປົວແມ່ນທາງລັດຖະບານໄດ້ຈ່າຍໃຫຍ້ເກືອບ 8 ພັນຢວນ, ຖືວ່າຊ່ວຍຫຼາຍທີ່ສຸດແລ້ວ.
ນອກຈາກລະບຽບການປະກັນໄພປິ່ນປົວພະຍາດແບບຮ່ວມມືກັນແລ້ວ, ພໍ່ແມ່ປະຊາຊົນຢູ່ບ້ານຫຼຽງເຈ່ຍເຫີ ກໍ່ມີປະກັນໄພລ້ຽງຊີບຜູ້ເຖົ້າ ເຊິ່ງຜູ້ເຖົ້າທີ່ອາຍຸ 60 ປີຂຶ້ນໄປ ແຕ່ລະຄົນແຕ່ລະເດືອນຈະໄດ້ຮັບເງິນເບ້ຍລ້ຽງຜູ້ເຖົ້າໃນລະດັບຕ່າງກັນ.
ປະຊາຊົນບ້ານຫຼຽງເຈ່ຍເຫີ ທີ່ຮັ່ງມີຂຶ້ນນັ້ນກໍ່ນັບມື້ນັບໃຫ້ຄວາມສຳຄັນຕໍ່ການສຶສາຂອງລູກ, ເຊິ່ງພາກັນສົ່ງລູກໄປຮັບການສຶກສາທີ່ດີກວ່າຢູ່ໃນໂຮງຮຽນຂອງເມືອງ, ປັດຈຸບັນ ໄດ້ມີສິບກວ່າຄົນເສັງເຂົ້າມະຫາວິທະຍາໄລແລ້ວ.

ປາກຮ່ອມບ້ານຫຼຽງເຈ່ຍເຫີ
ປີ 2017, ສະເລ່ຍລາຍຮັບສຸດທິຂອງປະຊາຊົນບ້ານຫຼຽງເຈ່ຍເຫີບັນລຸ 20826 ຢວນຕໍ່ຄົນ,ເພີ່ມຂຶ້ນຫຼາຍກວ່າປີ 2016 15,7%.
ບໍລິສັດພັດທະນາການທ່ອງທ່ຽວວັດທະນະທຳບ້ານຫຼຽງເຈ່ຍເຫີ, ສະມາຄົມຮ່ວມມືລ້ຽງໝູ, ສະມາຄົມຮ່ວມມື ການປູກໝາກແອບເປີນ, ການຜະລິດຜະລິດຕະພັນຂະໜາດນ້ອຍ, ການສ້າງບ້ານພັກເພື່ອໃຫ້ນັກທ່ອງທ່ຽວ ໄດ້ສຳຜັດກັບວິຖີຊີວິດຂອງທ້ອງຖິ່ນແລະອື່ນໆ ເຊິ່ງການສ້າງຄວາມຮັ່ງມີໃນຮູບແບບຕ່າງໆໂຮມສູນກັນ ໄດ້ນຳພາບ້ານຫຼຽງເຈ່ຍເຫີເຂົ້າສູ່ການພັດທະນາແບບໃໝ່.
ວັນທີ 18 ຕຸລາ 2017, ປະຊາຊົນບ້ານຫຼຽງເຈ່ຍເຫີ ໄດ້ເຕົ້າໂຮມກັນຢູ່ທີ່ຫ້ອງການຄະນະພັກບ້ານ ຄອງຄອຍເບິ່ງການຖ່າຍທອດສົດກ່ຽວກັບການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ.
ເມື່ອໄດ້ຟັງການກ່າວບົດລາຮຍງານຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງແລ້ວ, ປະຊາຊົນຮູ້ສຶກວ່າຄຳເວົ້າຂອງທ່ານໄດ້ໃຈຫຼາຍ, ຄົນທັງຫຼາຍພາກັນລົມກັນຢ່າງຄຶກຄື້ນ, ແລະ ເບິ່ງເຫັນອະນາຄົດທີ່ດີງາມກວ່າເກົ່າດ້ວຍຄວາມໝັ້ນໃຈອັນເຕັມປ່ຽມ.
ບ້ານຫຼຽງເຈ່ຍເຫີ ບ້ານນ້ອຍໆທຳມະດາຢູ່ເຂດພູດອຍ ເຄີຍເປັນບ່ອນທີ່ຝາກຝັງຄວາມຝັນໄວ້ໃນແຕ່ກ່ອນ, ດຽວນີ້ ໄດ້ກາຍເປັນບ່ອນທີ່ເຮັດໃຫ້ຄວາມຝັນບັນລຸຜົນເປັນຈິງແລ້ວ.
ຄຳເຫັນ
0