覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ: ທ່ານສີຈິ້ນຜິງແລະແມ່

2020-01-05 09:09:43 cri


 

图片默认标题_fororder_习近平母亲3

ທ່ານ​ນາງ​​ຊີ​ຊິນຖ່າຍ​ຮູບ​ຮ່ວມ​ກັບ​ລູກໆ
 

ທ່ານສີຈິ້ຜິງມັກຈະຫວນຄືນອະດີດທີ່ດຳລົງຊີວິດຢູ່ກັບແມ່ຂອງຕົນເອງເລື້ອຍໆ ເຊິ່ງຢູ່ໃນບົດບັນ ທຶກຂອງທ່ານ, ທ່ານໄດ້ຂຽນວ່າ, ເມື່ອຕົນເອງອາຍຸປະ​ມານ 5-6 ປີ ແມ່ເຮັດວຽກຢູ່ໂຮງຮຽນສູນກາງ ພັກ, ຢູ່ກາງທາງທີ່ໄປ ໂຮງຮຽນ ມີຮ້ານຂາຍປື້ມແຫ່ງໜຶ່ງ, “ໃນເວລາຂ້ອຍຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ຈະເຈ່ຍຂ້ອຍ ແລ້ວເຂົ້າຮ້ານ ຂາຍປື້ມແຫ່ງນັ້ນເພື່ອຊື້ປືມປະກອບຮູບ​ແຕ້ມກ່ຽວກັບຢ້ວຍເຟີຍ ໃຫ້ຂ້ອຍອ່ານ.”ເມື່ອຊື້ປື້ມມາແລ້ວ,ແມ່ກໍ່ເລົ່າເລື່ອງ “ແມ່ຂອງຢ້ວຍເຟີຍເອົາ​ເຂັມ​ສັກຕົວໜັງສື ໃສ່ທາງຫຼັງຂອງຢ້ວຍເຟີຍ ເພື່ອໃຫ້ຢ້ວຍເຟີຍຮູ້ບຸນຄຸນແລະຕອບແທນ ປະເທດຊາດ.“ຂ້ອຍວ່າປັກເຂັມໃສ່ທາງຫຼັງ ບໍ່ເຈັບຫຼາຍບໍ! ແມ່ຂ້ອຍວ່າ, ເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈ ໄດ້ດີ.”ຄຳວ່າ“ຕອບບຸນແທນຄຸນປະເທດຊາດກໍ່ໄດ້ເຮັດໃຫ້ທ່ານສີຈິ້ນຜິງຈົດຈຳໄວ້ຈົນກາຍເປັນເປົ້າໝາຍໃນຊີວິດຂອງທ່ານ.
 

ຄຳເຕືອນຂອງແມ່:ຕ້ອງເຂັ້ມງວດຕໍ່ຕົນເອງທ່ານນາງຊີຊິນທີ່ຖືສຳຄັນນຳການສິດສອນທາງຄອບຄົວນັ້ນໄດ້ສົ່ງອິດ​ທິ​ພົນຢ່າງເລິກເຊິ່ງໄປໃຫ້ທ່ານ ສີຈິ້ນຜິງໃນຕະຫຼອດໄລຍະການເຕີບໂຕ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງ ການນຳຢູ່ຕ່າງແຂວງເລື້ອຍໆ ເພື່ອບອກສອນລະບຽບການຂອງຄອບຄົວ ໂດຍກ່າວວ່າ ການມີຕຳແໜ່ງສູງ ຍິງຕ້ອງການມີຄວາມ ເຂັ້ມງວດຕໍ່ຕົນເອງ. ທ່ານນາງຊີຊິນຍັງຕັ້ງໄດ້ຮຽກສະມາຊິກທຸກຄົນໃນຄອບຄົວ​ມາ​ລວມກັນ ເພື່ອກຳນົດວ່າ   ທຸກຄົນບໍ່ໃຫ້ເຄື່ອນໄຫວຫຼືເຮັດທຸລະກິດຢູ່ໃນຂອບເຂດວຽກງານທີ່ທ່ານສີຈິ້ນຜິງຮັບຜິດຊອບ.
 

ໂດຍໄດ້ຮັບອິດ​ທິ​ພົນຈາກພໍ່ແມ່ ທ່ານສີຈິ້ນຜິງກໍ່ໄດ້ສືບທອດແບບແຜນຄອບຄົວທີ່ດີ ມີຄວາມ ເຂັ້ມງວດ ຕໍ່ສະມາຊິກໃນຄອບຄົວ. ທ່ານໄປເຮັດວຽກຢູ່ບ່ອນໃດ ມັກຈະ​ເຕືອນຍາດພີ່ນ້ອງ ແລະໝູ່ເພື່ອນວ່າ: “ຢ່າເຮັດທຸລະກິດຢູ່ໃນຂອບເຂດວຽກງານຂອງຂ້ອຍ,ບໍ່ໃຫ້ຫາ​ຂໍ້ພິເສດແກ່ຕົນ ເອງດ້ວຍຊື່ສຽງຂອງ​ຂ້າ​ພະ​ເຈົ້າ, ​ຖ້າ​ບໍ່​ດັ່ງ​ນັ້ນ ຂ້າ​ພະ​ເຈົ້າຈະປະຕິບັດຕາມລະບຽບການ.”
 

图片默认标题_fororder_习近平母亲2


ທ່າ​ນ​ສີ​ຈິ້ນ​ຜິງ​ຈັບ​ມື​ແມ່​ຍ່າງຫຼິ້ນ​ໃນ​ສວນ​ສາ​ທາ​ລະ​ນະ
 

ທ່ານສີຈິ້ນຜິງ ມີຄວາມກະຕັນຍູຕໍ່ແມ່. ເມື່ອໃດມີເວລາຫວ່າງກິນເຂົ້າກັບແມ່ແລ້ວ,ກໍ່ຈະ​ຈູງ​ມືແມ່ອອກໄປຍ່າງຫຼິ້ນ, ແລະລົມ​ກັນ. ແຕ່ຍ້ອນເປັນການນຳ​ແລະ​ມີ​ວຽກຫຼາຍ,ສະ​ນັ້ນ​ຈິ່ງ​ເປັນ​ເລື່ອງປົກກະຕິ​ທີ່​ທ່ານ​ບໍ່​ສາ​ມາດ​ກັບ​ໄປ​ຢາມ​ບ້ານ​ໃນ​ເວ​ລາ​ວັນ​ບຸນ​ສຳ​ຄັນ​ຕ່າງໆ.
 

图片默认标题_fororder_习近平母亲5
 

ບຸນກຸດຈີນໃນປີ 2001 ທ່ານນາງຊີຊິນໄດ້ໂທລະສັບລົມກັບທ່ານສີຈິ້ນຜິງທີ່ເປັນເຈົ້າແຂວງແຂວງຝູຈ້ຽນ ເຊິ່ງປີ ນັ້ນ ທ່ານບໍ່ສາມາດກັບໄປປັກກິ່ງເພື່ອ​ຮ່ວມ​ສະຫຼອງ​ບຸນ​ກຸດ​ຈີນ​ນຳ.
 

ໃນການລົມໂທລະສັບ, ແມ່ເວົ້າວ່າ:“ແມ່ຮູ້ສຶກດີໃຈທີ່ເຫັນວ່າລູກມີວຽກຫຼາຍ, ສຳຄັນບໍ່ແມ່ນວ່າ ລູກຈະກັບມາຫຼືບໍ, ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍ່ຖືວ່າແມ່ນຄວາມກະດັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດແລ້ວ, ນີ້ຄືຮັບຜິດຊອບຕໍ່ຄອບຄົວແລະຮັບຜິດຊອບຕໍ່ລູກເອງ, ທັງອັນນີ້ເປັນເອກະພາບກັນ.ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄານຳວຽກ, ທ່ານນາງຊີຊິນ ຜູ້ເປັນແມ່ພັດດີໃຈ. ຈາກຄຳເວົ້າດັ່ງກ່າວສາມາດເຫັນໄດ້ວ່າ ແມ່ໄດ້ສະໜັບສະໜູນວຽກຂອງລູກຢ່າງຫຼວງ ຫຼາຍ, ແລະເຂົ້າໃຈຢ່າງເຕັມສ່ວນຕໍ່ການທີ່ບໍ່ສາມາດເຕົ້າໂຮມກັນໃນຍາມບຸນ.
 

ເວົ້າສຳລັບຄອບຄົວທີ່ມີ​ມູນ​ເຊື້ອປະຕິວັດອັນດີງາມນັ້ນ,“ປະເທດ”ແລະ“ປະຊາຊົນແມ່ນຢູ່ໃນຖານະອັນດັບໜຶ່ງຕະຫຼອດມາ,ສ່ວນຄອບຄົວຂອງຕົນເອງແມ່ນຢູ່ທາງຫຼັງ. ທີ່ຈິງແລ້ວ ບໍ່ພຽງແຕ່ປີ 2001 ທໍ່ນັ້ນ,ຕະຫຼອດໄລຍະ 17 ປີແຕ່ປີ 1985-2002 ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ ແຂວງຝູຈ້ຽນແມ່ນໜ້ອຍທີ່ສຸດ​ທີ່​ຈະ​ມີ​ເວ​ລາ​ຢູ່​ຮ່ວມກັບຄອບຄົວ.
 

图片默认标题_fororder_习近平母亲6
 

ວັນ​ທີ 2 ກຸມ​ພາ​ປີ 2016, ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ​ເສິນ​ຊ່ານຕາ​ແສງ​ໝາວ​ຜິງ ນະ​ຄອນ​ຈິງ​ກ່າງ​ຊ່ານແຂວງ​ຈ່ຽງ​ຊີ​ແລະ​ພອຍ​ພອນ​ປີ​ໃໝ່ກຸດ​ຈີນ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ດັ່ງ​ກ່າວ

 

ຄອບຄົວຖືເປັນປະເທດນ້ອຍໆ,ແລະປະເທດປະກອບດ້ວຍຄອບຄົວນັບເປັນໝື່ນເປັນລ້ານ,ຄອບຄົວແລະປະເທດ ຕ່າງຊ່ວຍຊູຍູ້ໜູນກັນ. ການເອົາໃຈໃສ່ຄອບຄົວ, ເອົາໃຈໃສ່ນຳການສິດສອນຂອງຄອບຄົວ, ເອົາໃຈໃສ່ ນຳແບບແຜນຂອງຄອບຄົວ,ແມ່ນຫຼັກການຂອງທ່ານສີຈິ້ນຜິງພ້ອມ ຄອບຄົວຂອງທ່ານ, ແລະກໍ່ໄດ້ຊາບຊືມເຂົ້າໃນແນວຄິດແລະພຶດຕິກຳຂອງທ່ານສີຈິ້ນຜິງກ່ຽວ ກັບການປົກຄອງແລະບໍລິຫານ ປະເທດ. “ຄວນຈົດຈຳໄວ້ຄວາມທຸກຍາກຂອງຜູ້ອອກແຮງງານ, ແລະຟັງສຽງປະຊາຊົນຢູ່ສະເໝີ”. ໃນຫຼາຍ ປີມານີ້, ທ່ານສີຈິ້ນຜິງໄດ້ຈົດຈຳໄວ້ຄຳສອນຂອງແມ່, ແລະໄດ້ຍຶດຖືອຸດົມການຂອງຕົນເອງ. ຕະຫຼອດເວລາ 6 ປີແຕ່ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງ ເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນມານີ້, ທ່ານໄດ້ໄປຢາມທົ່ວທຸກບ່ອນທີ່ທຸກຍາກ ແລະຫ່າງໄກສອກຫຼີກທົ່ວປະເທດຈີນ, ອັນໄດ້ເຮັດໃຫ້ຄຳວ່າ “ຕອບບຸນແທນຄຸນປະເທດຊາດ” ກາຍເປັນພຶດຕິກຳຕົວຈິງເພື່ອປະຊາຊົນແລະເພື່ອປະເທດຊາດ.

ຄຳ​ເຫັນ

0