覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ: ທ່ານ​ສີ​ຈິ້ນ​ຜິງກວດ​ກາ​ແລະ​ຊີ້​ນຳ​ວຽກ​ງານ​ຕ້ານພະ​ຍາດ​ອັກ​ເສບ​ປອດສາຍ​ພັນ​ໃໝ່​ຢູ່​ນະ​ຄ​ອນຫຼວງ​ປັກ​ກິ່ງ

2020-02-14 11:41:35 cri

 ການ​ສະ​ໜອງ​ສະ​ບຽງ​ອາ​ຫານ ບໍ່​ພຽງ​ແຕ່​ພົວ​ພັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ ຍິ່ງ​ພົວ​ພັນ​ເຖິງ​ປະ​ສິດ​ທິ​ຜົນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ພາຍ​ໃຕ້​ສະ​ພາວະແບບ​ນີ້,ທ່ານ​ສີ​ຈິ້ນ​ຜິງໄດ້​ເອົາ​ໃຈ​ໃສ່​ຕໍ່ລາ​ຄາ​ກໍຄື​ສະ​ພາ​ບ​ການ​ສະ​ໜອງ​​ສະ​ບຽງ​ອາ​ຫານ,ຜັກ​ໝາກໄມ້​ແລະ​ເຄື່ອງ​ໃຊ້​ປະ​ຈຳ​ວັນ, ນີ້​ສະແດງໃຫ້ເຫັນນ້ຳ​ໃຈ​ຮັກ​ແພງ​ປະ​ຊາ​ຊົນ​ຢ່າງ​ເຕັມ​ປ່ຽມ ຍິ່ງ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ກຳ​ລັງ​ໃຈ​ໃຫ້​ແກ່​ປ​ະ​ຊາ​ຊົນ​ໃນ​ການ​ຕ້ານ​ພະ​ຍາດ.
 

ເມື່ອ​ຫວນ​ຄືນ​ເຖິງ​ສະ​ພາບ​ການ​ສຳຫຼວດກວດ​ເບິ່ງ​ເຂດ​ຊຸມ​ຊົນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ໂຮ​ປີ່ງ, ເລ​ຂາ​ຄະ​ນະ​ພັກ​ເຂດ​ຊຸມ​ຊົນ​ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕັ້ງ​ໃຈ​ຮັບ​ຟັງ​ການ​ລາຍ​ງານ​ສະ​ພາບ​ທີ່​ກ່ຽວ​ຂ້ອງ, ທັງ​ສອບ​ຖາມ​ລາຍ​ລະ​​ອຽດ​ຈຳ​ນວນ​ໜຶ່ງ​ອີກ​ດ້ວຍ, ຕົວ​ຢ່າງວ່າ ບັດ​ເຂົ້າ​ອອກ​ເຂດ​ຊຸມ​ຊົນ​ແຈກກັນ​ແນວ​ໃດ​ແລະ​ໃຊ້​ແນວ​ໃດ? ເຂດ​ຊຸມ​ຊົນ​ໄດ້​ລະ​ດົມ​ຂົນ​ຂ​ວາຍ​ສະ​ມາ​ຊິກ​ພັກ​ແນວ​ໃດ? ປະ​ຊາ​ຊົນ​ໃຫ້​ການ​ຮ່ວມ​ມື​ໃນ​ການກວດ​ກາ​ແລະ​ຊອກ​ຫາ​ຜູ້​ຕິດ​ເຊື້ອພະ​ຍາດຫຼື​ບໍ?ເມື່ອ​ໄດ້​ຮັບຊາບການລາຍງານວ່າ​ຄະ​ນະ​ກຳ​ມະ​ການ​ຊຸມ​ຊົນ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ 4 ໜ່ວຍ​ໃນ​ການ​ຮັບ​ຜິ​ດ​ຊອບ​ວຽກ​ງານ​ການ​ບໍ​ລິ​ການ​ຄຸ້ມ​ຄອງ​,ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດໃນ​ເຂດ​ຊຸມ​ຊົນ,ປຸກລະ​ດົມ​ຂົນຂວາຍປະ​ຊາ​ຊົນ ດ້ວຍການໂຄສະນາ,ເຂົ້າ​ເຖິງ​ທຸກໆ​ຄອບ​ຄົວ​ເພື່ອກວດ​ກາ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ຖາມ​ເຖິງ​ລາຍ​ລະ​ອຽດ​ການ​ແບ່ງ​ໜ້າ​ວຽກ​ຂອງ​ແຕ່​ລະ​ໜ່ວຍ​ງານ​ອີກ​ດ້ວຍ.
 

ທ່ານ​ໂຮ​ປີ່ງບອກ​ວ່າ: ເມື່ອ​ຂ້າ​ພະ​ເຈົ້າ​ຊີ້​ໃສ່​ເສັ້ນ​​ປາ​ລາ​ໂບນ​ທີ່ສະ​ແດງ​ເຖິງ​ສະ​ພາບ​ການ​ປ່ຽນ​ແປງ ຂອງຈຳ​ນວນ​ຜູ້​ຕິດ​ຕາມ​ອາ​ການ​ຢູ່​ໃນ​ເຮືອນຕົນເອງແລ້ວໄດ້ລາຍງານຕໍ່ທ່ານ​ສີ​ຈິ້ນ​ຜິງວ່າ: ຈຳນວນຜູ້​ຕິດ​ຕາມ​ອາ​ການ​ຢູ່​ໃນ​ເຮືອນຕົນເອງ​ໄດ້​ຫຼຸດ​ໜ້ອຍ​ລົງ​ຕະຫຼອດ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ງຶກ​ຫົວ​ສະ​ແດງ​ຄວາມ​ໂລ່ງ​ໃຈ​ທັງ​ເວົ້າ​ວ່າ: ພະ​ນັກ​ງານ​ເຂດ​ຊຸມ​ຊົນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ມາ​ຕັ້ງ​ແຕ່​ວັນ​ທີ 24 ມັງ​ກອນ​ຜ່ານ​ມາໂດຍ​ເຮັດ​ວຽກ​ທັງ​ເວັນ​ທັງ​ຄືນ​ຈົນ​ບໍ່​ຮູ້​ວ່າ​ມື້​ໃດເປັນວັນໃດ. ພະ​ນັກ​ງານ​ເຂດ​ຊຸມ​ຊົນ​ຂັ້ນ​ຮາກ​ຖານ​ເປັນ​ຜູ້​ທີ່​ເຮັດ​ວຽກ​ຢ່າງລຳ​ບາກ​ທີ່​ສຸດ,ທົ່ວ​ສັງ​ຄົມ​ລ້ວນ​ແຕ່​ຄວນ​​ເອົາ​ໃຈ​ໃສ່​ຮັກ​ແພງ​ເຂົາ​ເຈົ້າ. ເມື່ອ​ຄົນ​ທັງຫຼາຍ​ໄດ້​ຍິນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ເວົ້າ​ແນວ​ນີ້, ພວກເຮົາຫຼາຍ​ຄົນ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ເກືອບ​ນ້ຳ​ຕາ​ໄຫຼ​ອອກ.
 

图片默认标题_fororder_xijinshofhlsfjisfses3


ຢູ່​ສູນ​ຕິດ​ຕາມ​ຄວບ​ຄຸມ​ທີ່​ຊັ້ນ​ໜຶ່ງ​ຂອງ​ອາ​ຄານກວດ​ກາ​ເຂດນອກ​ໂຮງ​ໝໍ​ຕີ້​ຖານ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກວດເບິ່ງຜ່ານ​ຈາກວິ​ດີ​ໂອກ່ຽວກັບ​ສະ​ພາບ​ການ​ກວດ​ກາ,​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ຄົນ​ເຈັບ ທັງ​ໄດ້​ສົນ​ທະ​ນາ​ທາງ​ວີ​ດີ​ໂອ​ກັບ​ພະ​ນັກ​ງານ​ແພດ​ໝໍ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຫ້ອງນອນ​ຄົນ​ເຈັບ


ນັບ​ແຕ່​ວັນ​ທີ 12 ມັງ​ກອນ​ເປັນ​ຕົ້ນ​ມາ, ໂຮງ​ໝໍ​ຕີ້​ຖານ​ປັກ​ກິ່ງ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຮັບ​ຜິດ​ຊອບ​ໜ້​າ​ທີ່​ປິ່ນ​ປົວ,ກວດ​ກາ​ບົ່ງ​ມະ​ຕິ​ແລະ​ແຍກ​​ຄົນ​ເຈັບ​ທີ່​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ໄວ້ຕ່າງຫາກ, ທາງ​ໂຮງ​ໝໍ​ໄດ້​ຮອງ​ຮັບ​ແລະ​ປິ່ນ​ປົວ​ຜູ້​ຖືກ​ຢັ້ງ​ຢືນວ່າ​ເປັນ​ພະ​ຍາດ​ກໍ​ລະ​ນີ​ທຳ​ອິດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ຢູ່​ສູນ​ຕິດ​ຕາມ​ຄວບ​ຄຸມ​ທີ່​ຊັ້ນ​ໜຶ່ງ​ຂອງ​ອາ​ຄານກວດ​ກາ​ເຂດນອກ​ໂຮງ​ໝໍ​ຕີ້​ຖານ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກວດເບິ່ງຜ່ານ​ຈາກວິ​ດີ​ໂອກ່ຽວກັບ​ສະ​ພາບ​ການ​ກວດ​ກາ,​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ຄົນ​ເຈັບ ທັງ​ໄດ້​ສົນ​ທະ​ນາ​ທາງ​ວີ​ດີ​ໂອ​ກັບ​ພະ​ນັກ​ງານ​ແພດ​ໝໍ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຫ້ອງນອນ​ຄົນ​ເຈັບ ໂດຍ​ໃຫ້​ກຳ​ລັງ​ໃຈ​ແກ່​ເຂົາ​ເຈົ້າ​ສືບ​ຕໍ່​ປັບ​ປຸງ​ແຜນ​ການ​ປິ່ນ​ປົວ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍ​ຂຶ້ນ,ສືບ​ຕໍ່​ອອກ​ແຮງ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ,ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຍົກ​ສູງ​ອັດ​ຕາ​ປິ່ນ​ປົວ​ຄົນ​ເຈັບ​ແລະ​ອັດ​ຕາການປິ່ນ​ປົວ​ໃຫ້ຫາຍ​ ຈາກ​ພະ​ຍາດ, ຫຼຸດ​ອັດ​ຕາ​ຕິ​ດ​ເຊື້ອ​ແລະ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຈາກ​ພະ​ຍາດ ທັງ​ເຕືອນ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ມີ​ສະ​ຕິ​ລະ​ວັງ​ຕົວ​ໃນ​ການ​ປ້ອງ​ກັນ​ຕົວ​ເອງຈາກ​ພະ​ຍາດ.
 

ທ່ານຫຼີວ​ຈິງຢວນ ຫົວ​ໜ້າ​ພະ​ແນກມໍ​ລະ​ສຸມ​ໂຮງ​ໝໍ​ຕີ້​ຖານ​ປັກ​ກິ່ງບອກວ່າ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ໂບກ​ມື​ທັກ​ຖາຍ​ກັບ​ພວກ​ເຮົາ​ທັງ​ໃຫ້​ກຳ​ລັງ​ໃຈ​ແກ່​ພວກ​ເຮົາ​ວ່າ ຕ້ອງ​ໄດ້​ຮັບ​ໄຊ​ຊະ​ນະ​ແນ່ນອນ! ນີ້​ໄດ້ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ມີ​ກຳ​ລັງ​ໃຈຫຼາຍ​ຂຶ້ນ​ແລະ​ມີ​ຄວາມ​ໝັ້ນ​ໃຈຫຼາຍ​ຂຶ້ນ​ໃນ​ການ​ເອົາ​ຊະ​ນະ​ບັ້ນ​ຕ້ານ​ພະ​ຍາດ​ຄັ້ງ​ນີ້.
 

图片默认标题_fororder_xijinshofhlsfjisfses4
 

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ກຳ​ລັງ​ໃຈ​ແກ່​ພະ​ນັກ​ງານ​ແພດ​ໝໍ​ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ໂຮງ​ໝ​ໍ​ຕີ້​ຖານ
 

   ທ່ານ​ຈ່າງ​ໄຫ​ເສຍ ​ພະ​ນັກ​ງານ​ພະ​ຍາ​ບານຫຼັກ​ແຫຼ່ງ​ທີ່​ເຄີຍ​ໄປປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ພະ​ຍາດ​ໂ​ຣກ​ລະ​ບາດ​ຢູ່​ປະ​ເທດ​ມາ​ດາ​ກາ​ສ​ກາ ຢູ່ອາ​ຟ​ຣິກ​ກາ​ນັ້ນ​ໄດ້ຫວນ​ຄືນ​ເຖິງ​ເຫດການສຳຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ມາ​ຢ້ຽມ​ຢາມ​ໂຮງ​ໝໍ​ໃນ​ຕອນ​ບ່າຍ​ວັນ​ທີ 10 ກຸມ​ພາ​ນີ້, ນາງ​ເວົ້າ​ດ້ວຍ​ສຽງ​ແຫ່ງຄວາມ​ຕື້ນ​ຕັນ​ໃຈ​ວ່າ: ​ທ່ານ​ສີ​ຈິ້ນ​ຜິງ​ເຕືອນ​ໃຫ້​ພວກ​ເຮົາ​ຕ້ອງ​ປ້ອງ​ກັນ​ຕົວ​ເອງ​ໃຫ້​ດີ,ພັກ​ຜ່ອນ​ໃຫ້​ດີ,​ເພື່ອຮັບ​ປະ​ກັນຕົນ​ເອງບໍ່​ໃຫ້​ຕິດ​ເຊື້ອ​ພະ​ຍາດ.ໃນ​ເວ​ລາ​ທີ່​ພະ​ຍາດ​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ທີ່​ສຸດ, ທ່ານ​ເລຂາ​ທິ​ການ​ໃຫຍ່​ຍັງມາ​ຢ້ຽມ​ຢາມ​ໂຮງ​ໝໍ​ທີ່​ເປັນ​ແນວ​ໜ້າການ​ຕ້ານ​ພະ​ຍາດ ທັງໄດ້ໃຫ້​ທິດ​ຊີ້​ນຳ​ແລະ​ຄຳ​ແນະນຳ​ດ້ວຍ​ຄວາມ​ເປັນ​ຫ່ວງ,,, ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ອົບ​ອຸ່ນ​ໃຈຫຼາຍ​ແລະ​ມີ​ກຳ​ລັງ​ໃຈ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພວກ​ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ປັດ​ປ່າຍ​ບໍ່​ໄດ້.
 

ໃນ​ບັ້ນ​ຕໍ່​ຕ້ານ​ແລະ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ໂຮງ​ໝໍຄື​ສະ​ໜາມ​ຮົບ, ພະ​ນັກ​ງານ​ແພດ​ໝໍ​ເປັນ​ນັກ​ຮົບ.​ໃນ​ສະຖານະການການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຂ້ຽວ​ຂາດ​ໃນລັກ​ສະ​ນະ​ນີ້, ການ​ມາ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເຮັດ​ໃຫ້​ພະ​ນັກ​ງານ​ແພດ​ໝໍ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ​ໃນການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ນັ້ນ​ຮູ້​ສຶກ​ອົບ​ອຸ່ນ​ໃຈຫຼາຍ​ແລະ​ມີ​ກຳ​ລັງ​ແຮງ​ໃຈ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.
 

​ຈຸດ​ທົດ​ສອບ​ການຜ່ານຜ່າຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈຸດສຳຄັນ​ຕົ້ນຕໍ​ແມ່ນຂື້ນຢູ່​ນຳ​ຂັ້ນ​ຮາກ​ຖານ,ຂໍ້​ຫຍຸ້ງ​ຍາກ​ຢູ່​ນຳ​ຂັ້ນ​ຮາກ​ຖານ. ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ຢ້ຽມ​ຢາມ​ຂັ້ນ​ຮາກ​ຖານ​ເທື່ອ​ນີ້​ໄດ້​ເຈາະ​ຈົງ​ເນັ້ນ​ໜັກ​ບົດ​ບາດ​ສຳ​ຄັນ​ຂອງ​ເຂດ​ຊຸມ​ຊົນ​ໃນ​ສະ​ພາບ​ການ​ລວມ​ຂອງ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ທັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ, ຄວາມ​ເວົ້າ​ທີ່​ອົບ​ອຸ່ນ​ຂອງ​ທ່ານ​ໄດ້​ເຊີດ​ຊູ​ກຳ​ລັງ​ໃຈ​ໃຫ້​ແກ່​ຄົນທັງຫລາຍ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ​ໃນການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ກໍ​ຄື​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ​ຢ່າງຫຼວງຫຼາຍ.
 

  ຄື​ດັ່ງ​ທີ່​ຄົນ​ທັງຫຼາຍ​ໄດ້​ເວົ້າ​ວ່າ: ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ແລະ​ຊີ້​ນຳ​ຈາກ​ທ່ານ​ສີ​ຈິ້ນ​ຜິງ, ພ​ວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ ໃນທີ່ສຸດກໍ​ຈະ​ສາ​ມາດ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ບັ້ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຄັ້ງ​ນີ້​ໄດ້​ຢ່າງ​ແນ່ນອນ.

 

 

ຄຳ​ເຫັນ

0