覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ​:​ນ້ຳ​ໃຈ​ຫ່ວງ​ໃຍ​ປະ​ຊາ​ຊົນ​ເຂດ​ພູ​ດອຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2020-04-21 23:06:20 cri

ນັບ​ແຕ່​ປີ 2012 ຈົນ​ມາ​ຮອດ​ປັດ​ຈຸ​ບັນ, ແຕ່​ລະ​ປີ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່ຫຼາຍໆ​ທ້ອງ​ຖິ່ນ, ໃນ​ນັ້ນ ບ່ອນ​ທີ່​ທ່ານ​ໄປຫຼາຍ​ທີ່​ສຸດ​ກໍ​ແມ່ນ​ເຂດ​ພູ​ດອຍ. ທ່ານ​ເຄີຍ​ເດີນ​ທາງ​ທີ່​ຄົດ​ລ້ຽວ​ກ້ຽວກອດ​ໄປຕາມສາຍພູຈົນ​ເຖິງ​ນະ​ຄອນ​ຕິ້ງ​ຊີ່, ກິ່ງ​ແຂວງ​ລິນ​ເຊ້ຍ ຂອງ​ແຂວງ​ກ່ານ​ຊູ້​ທີ່​ຕັ້ງ​ຢູ່​ເຂດ​ຮ່ອມ​ພູ​ໃຫຍ່ທີ່ມີ​ເສັ້ນ​ທາງ​ທຸ​ລະ​ກັນ​ດານ ເພື່ອ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ທ່ານ​ຍັງ​ເຄີຍ​ຜ່ານຜ່າອາ​ກາດ​  ໜາວ​ພີລຶກ​ໃນ​ລະ​ດູ​ໜາວເພື່ອ​ເດີນ​ທາງ​ຂຶ້ນ​ພູ​ຈິ​ງ​ກ່າງເພື່ອ​ໄປຢ້ຽມ​ຊົມ ​​ຕຶກ​ປ່າ​ຈ່ຽວ ​ຮ່ອງ​ຮອຍສະ​ຖານ​ທີ່​ເກົ່າ​ແກ່​ປະ​ຕິ​ວັດ. ໃນ​ຫຼາຍ​ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ຮອດ​ໄປ​ເຖິງ​ເຂດ​ທຸກ​ຍາກ​ພິ​ເສດ 14 ແຫ່ງ​ຂອງ​ຈີນ ເຊິ່ງ​ເຂດ​ທຸກ​ຍາກ​ເຫຼົ່າ​ນີ້​ສ່ວນຫຼາ​ຍຕັ້ງ​ຢູ່​ເຂດ​ພູ​ດອຍ. ຢູ່​ໃນ​ໃຈ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີຄວາມເປັນຫວ່ງເປັນໃຍ​ ພູ​ໃຫຍ່​ທີ່ທຸກຍາກຫລາຍແຫ່ງ​ຂອງ​ປະ​ເທດ​ຊາດ. ​ພູ​ໃຫຍ່​ເຫຼົ່າ​ນີ້​ກໍ​ປຽບ​ເໝືອນ​ປ້ອມ​ຮົບ​ທີ່​ຕ້ອງ​ບຸກ​ຍຶດ​ໃຫ້​ໄດ້​ໃນ​ບັ້ນລຶບ​ລ້າງ​ຄວາມ​ທຸກ​ຍາກ.

 

图片默认标题_fororder_贫困县阜平

ວັນ​ທີ 29 ທັນ​ວາ 2012, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ເມືອງ​ຟູ​ຜິງ
 

 ວັນ​ທີ 29 ທັນ​ວາ 2012, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຜ່ານຜ່າອາ​ກາດ​ໜາວ​ພີລຶກທີ່​ອຸນ​ຫະ​ພູມ​​ລົບ 10 ປາຍ​ອົງ​ສາ ດ້ວຍການຂີ່​ລົດ​ເດີນ​ທາງ​300ກວ່າ​ກິ​ໂລ​ແມັດ​ໄປ​ເຖິງ ເມືອງ​ຟູ​ຜິງ ເມືອງ​ທຸກ​ຍາກ​ຈຸດ​ສຸມ​ລະ​ດັບ​ຊາດ​ທີ່​ຢູ່​ສ່ວນ​ເລິກ​ຂອງ​ເຂດ​ພູ​​ໄທ້​ຫາງ. ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້ເດີນທາງໄປ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ຫຼັງ​ຈາກກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ.
 

 ເດືອນ​ພະ​ຈິກປີ 2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ບ້ານ18​ຖ້ຳ  ກິ່ງ​ແຂວງ​ຊ່ຽງ​ຊີ່​ແຂວງ​ຫູ​ນານ. ຫຼັງຈາກນັ້ນມີ​ໂອ​ກາດ​ສຳ​ຄັນ​ເທື່ອ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຫວນ​ຄືນ​ເຖິງ​ເຫດ​ການ​ຄັ້ງ​ນັ້ນ​ວ່າ: “ໃນ​ການ​ຢ້ຽມ​ຢາມ​ບ້ານ18​ຖ້ຳຊ່ຽງ​ຊີ່​ໃນ​ເທື່ອ​ນັ້ນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງຫຼາຍ, ພວກ​ເຮົາ​ໄດ້​ປີນ​ພູ​ດົນ​ເຕີບ​ຈິ່ງ​ໄປ​ເຖິງ​ບ້ານແຫ່ງ​ນັ້ນ ເຊິ່ງ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ, ເມື່ອ​ເຂົ້າ​ໄປ​ໃນ​ບ້ານແລ້ວ, ມີ​ແມ່​ເຖົ້າ​ຜູ້​ໜຶ່ງ​ຖາມ​ຂ້າ​ພະ​ເຈົ້າ​ວ່າ ຂໍ​ຖາມ​ແດ່ ທ່ານ​ຊື່​ຫຍັງ, ທ່ານ​ມາ​ຈາກ​ໃສ? ແມ່​ເຖົ້າ​ບໍ່​ຮູ້​ຈັກຂ້າ​ພະ​ເຈົ້າ, ເພາະ​ວ່າ​ບ້ານ​ນັ້ນ​ເປັນ​ສະຖານທີ່ທີ່ຕັ້ງຢູ່​ບ່ອນ​ຫ່າງ​ໄກ​ສອກຫຼີກ, ເພິ່ນ​ບໍ່ມັກ​ເບິ່ງໂທ​ລະ​ພາບ, ຮູ້​ໜັງ​ສື​ໜ້ອຍ​ດຽວ ຢາກ​ເຮັດ​ໂຄງ​ການ​ອຸດ​ສາ​ຫະ​ກຳ​ຢູ່​ໃນ​ປ່າ​ດົງ​ໃຫຍ່​ຂອງເຂດຫ່າງ​ໄກ​ສອກຫຼີກ​ແບບ​ນີ້, ​ບໍ່​ມີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,ບໍ່​ມີ​ຕະຫຼາດ ທັງ​ຕ້ອງ​ການ​ຕົ້ນ​ທຶນ​ສູງ, ຈິ່ງ​ຍາກ​ທີ່​ຈະ​ພັດ​ທະ​ນາ​ໄດ້.   ”
 

  ໃນເງື່ອນໄຂຂອງ​ບ້ານ​ທີ່ຢູ່ຫ່າງ​ໄກ​ສອກຫຼີກ​ແຫ່ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ “ລຶບ​ລ້າ​ງ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ແນ່ນອນ”​ເປັນ​ເທື່ອ​ທຳ​ອິດ. ທ່ານ​ກ່າວ​ເນັ້ນ​ວ່າ: ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແມ່ນ​ຕ້ອງ​ແກ້​ໄຂ​ບັນ​ຫາ​ຄວາມທຸກ​ຍາກ​ຢ່າງ​ແທ້​ຈິງ, ນີ້​ຄືຄວາມ​ໝາຍ​ທີ່​ແທ້​ຈິງຂອງ​ການ​ລຶບ​ລ້າງວ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ທີ່​ແນ່ນອນ.
 

图片默认标题_fororder_赵家洼
 

 ເດືອນ​ມິ​ຖຸນາ​ປີ 2017, ທ່ານ​ສີ​ຈິ້ນ​ຜິງໄດ້​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ບ້ານ​ຈ້າວ​ເຈ່ຍ​ວ່າ
 

 ເດືອນ​ມິ​ຖຸນາ​ປີ 2017, ທ່ານ​ສີ​ຈິ້ນ​ຜິງ​ທີ່ເດີນທາງໄປສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ແຂວງ​ຊ່ານ​ຊີ່​ໄດ້​ຂີ່​ລົດ​ຊົ່ວ​ໂມງປາຍໄປ​ເຖິງ ບ້ານ​ຈ້າວ​ເຈ່ຍ​ວ່າ ເມືອງເຂີ້ລານ ​ຢູ່ເຂດ​ພູ​ລ​ວີ​ລຽງ, ​ບ້ານ​ແຫ່ງ​ນີ້​ປະ​ສົບ​ກັບ​ບັນ​ຫາ​ທີ່​ທຸກ​ຍາກ​ທີ່​ສຸດ​ບວກ​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຊຸດໂຊມ, ເປັນ​ເຂດ​ທຸກ​ຍາກ​ທີ່​ສຸດ​ແລະ​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ.
 

图片默认标题_fororder_三河村
 

ເດືອນ​ກຸມ​ພາ ປີ 2018, ທ່ານ​ສີ​ຈິ້ນ​ຜິງ ໄດ້ຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຂອງ​ບ້ານ​ຊ່ານ​ເຫີທີ່​ຢູ່​ພາກ​ກາງ​ຂອງ​ເຂດ​ພູ​ຕ້າ​ລຽງ.
 

ເດືອນ​ກຸມ​ພາ ປີ 2018, ທ່ານ​ສີ​ຈິ້ນ​ຜິງ ໄດ້​ຂີ່​ລົດ​ເດີນ​ທາງ​ເລາະ​ລ້ຽວ​ກ້ຽວກອດໄປຕາມ​ພູ ໄປ​ກັບ​ປະ​ມານ 4 ຊົ່ວ​ໂມງເພື່ອ​ໄປຢ້ຽມ​ຢາມ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່​ບ້ານ​ໂຮ​ຜູ​ຕາ​ແສງ​ເຈຍ​ຟ້າງ​ແລະ​ບ້ານ​ຊ່ານ​ເຫີ ຕາ​ແສງ​ຊ່ານ​ຊ້າ​ເຫີ​ເມືອງ​ຈ່າວ​ເຈ ທີ່​ຢູ່​ພາກ​ກາງ​ຂອງ​ເຂດ​ພູ​ຕ້າ​ລຽງ.
 

ກໍເປັນແບບນີ້ຫຼະ, ຢູ່​ໃນ​ໃຈ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ມີແຕ່ເປັນຫ່ວງເປັນ​ໃຍ​ເຖິງ​ປະ​ຊາ​ຊົນ​ໃນ​ເຂດ​ພູ​ດອຍຫຼາຍໆ​ແຫ່ງ​ເຊັ່ນ: ພູ​ຕ້າ​ລຽງ, ພູ​ລ​ວີ​ລຽງ, ຫຼາຍ​ປີ​ມາ​ນີ້, ທ່ານ​ໄດ້​ບັນ​ຊາ​ການ​ແລະ​ວາງ​ແຜນ​ງານ​ດ້ວຍ​ຕົນ​ເອງ,ນຳ​ພາ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ບຸກ​ບືນ​ສູ້​ຊົນ​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ຢູ່ເຂດ​ພູ​ໃຫຍ່​ແຕ່​ລະ​ແຫ່ງ, ເຊິ່ງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາ​ກ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

 

ປະຊາຊົນຜູ້ທຸກຍາກຂອງ​ຈີນຈາກ98,99ລ້ານຄົນໃນທ້າຍປີ2012ໄດ້ຫຼຸດລົງເຫຼືອ5,51ລ້ານຄົນໃນທ້າຍປີ2019, ອັດຕາການເກີດຄວາມທຸກຍາກຈາກ10.2% ຫຼຸດລົງ​ເຫຼືອ0.6%. ​ຈຳ​ນວນປະ​ຊາ​ກອນ​ຜູ້​ທຸກ​ຍາກ​ໄດ້ຫຼຸດ​ລົງຫຼາຍກວ່າ 10 ລ້ານ​ຄົນ​ຕໍ່​ປີ​ເປັນ7 ປີ​ລຽນ​ຕິດ. ບັນ​ຫາ​ຫຍຸ້ງ​ຍາກ​ຕ່າງໆ​ທີ່ປະ​ຊາ​ຊົນ​ເຂດ​ທຸກ​ຍາກ​ເຄີຍປະ​ສົບ​ໃນ ການ​ເດີ​ນ​ທາງ​,ການ​ໃຊ້ໄຟຟ້າ​, ການ​ໄປໂຮງຮຽນຂ​ອງ​​ເດັກ​ນ້ອຍ, ​ການປິ່ນ​ປົວ​ພະ​ຍາດ, ການ​ສື່​ສານ​ໂທ​ລະ​ຄົມ ແລະ​ບັນ​ຫາ​ອື່ນໆ​ທີ່​ເປັນ​ບັນ​ຫາ​ຄົງ​ຄ້າງ​ມາ​ເປັນ​ເວ​ລາ​ຍາວ​ນານ​ນັ້ນ​ກໍ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ທົ່ວ​ໄປ​. ການ​ສຶກ​ສາ​ພາກ​ບັງ​ຄັບ, ການ​ປິ່ນ​ປົວ​ຂັ້ນ​ພື້ນ​ຖານ, ຄວາມ​ປອດ​ໄພ​ດ້ານທີ່​ຢູ່​ອາ​ໄສ​ໄດ້​ມີ​ການ​ຮັບ​ປະ​ກັນ. ເຂດ​ພູ​ດອຍ​ທີ່​ທຸກ​ຍາກ ເຊິ່ງ​ທ່ານ​ສີ​ຈິ້ນ​ຜິ້ງ​ໄດ້​ເປັນຫວ່ງ​ເປັນໃຍ​ຢູ່​ຕະຫຼອດ​ນັ້ນ​ກຳ​ລັງ​ໄດ້​ປ່ຽນ​ໂສມ​ໜ້າ​ໃໝ່​ຕາມ​ລຳ​ດັບ.
 

  ໃນ​ກອງ​ປະ​ຊຸ​ມສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ງານ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ລຶບ​ລ້າ​ງ​ຄວາມ​ທຸກ​ຍາກ​ທີ່​ຈັດ​ຂຶ້ນ​ໃນ ວັນ​ທີ 6 ມີ​ນາ 2020, ​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມາ, ຂ້າ​ພ​ະ​ເຈົ້າ​ໄດ້ໄປ​ບ້ານ​ທຸກ​ຍາກ​ຈຳ​ນວນ​ໜຶ່ງ​ອີກ​ຄັ້ງ​ໃໝ່ ແລະ ກໍ​ໄດ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ທີ່​ແທ້​ຈິງ, ເສັ້ນ​ທາງ​ຮາບ​ພຽງ​ດີ, ເຮືອນຊານຫຼັງໃໝ່​ໄດ້ປຸກສ້າງຂື້ນເປັນຄຸ້ມ, ​ການ​ກິນ​ອິ່ມ​ນຸ່ງ​ອຸ່ນ​ຂອງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ແມ່ນ​ບໍ່​ມີ​ບັນ​ຫາ​ແລ້ວ. ເມື່ອ​ໄດ້​ເຫັນ​ໃບ​ໜ້າ​ທີ່​ຍີ້ມ​ແຍ້ມ​ແຈ່ມໃສດ້ວຍ​ຄວາມ​ດີ​ໃຈ​ຂອງ​ປະ​ຊາ​ຊົນ, ຂ້າ​ພະ​ເຈົ້າ​ກໍຮູ້​ສຶກ​ດີ​ໃຈ​ທີ່​ສຸດ.
 

ທ່ານ​ຜູ້​ຟັງ, ຈີນ​ມີເນື້ອທີ່​ເຂດ​ພູ​ດອຍ​ທີ່ກວ້າງ​ໃຫຍ່​ໄພ​ສານ, ພູ​ຜາ​ປ່າ​ໄມ້​ເປັນ​ພາກ​ສ່ວນ​ທີ່​ມີ​ສີ​ສັນ​ສົດ​ໃສຂອງ​ດິນ​ແດນ​ເມືອງ​ຈີນ​ທີ່​ສວຍ​ງາມ. ເຂດ​ພູ​ດອຍ​ໄດ້ຫຼໍ່​ລ້ຽງ​ປະ​ຊາ​ຊົນ​ຈີນ ໄດ້​ເປັນ​ແຫຼ່ງ​ກຳ​ເນີດ​ຂອງອາ​ລິ​ຍະ​ທຳ​ຈີນ, ແຕ່​ກໍ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງ​ຍາກ​ອັນ​ໃຫຍ່ຫຼວງ​ມາ​ໃຫ້​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ເຂດ​ພູ​ດອຍ.

 

 ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳຫຼວດ​ຄົ້ນ​ຄວ້າ​ຢູ່​ເຂດ​ພູ​ດອຍ​ທີ່​ທຸກ​ຍາກ​ເປັນຫຼາຍໆ​ຄັ້ງ, ໂດຍ​ໄດ້​ແນະ​ນຳ​ທິດ​ທາງ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໂດຍ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ໃນ​ເວ​ລາ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ນັ້ນ,ທ່ານ​ຍັງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ຫວ່າງ​ເຂດ​ແຂວງ​ໃນຫຼາຍ​ຄັ້ງ, ໂດຍ​ໄດ້​ວາງ​ແຜນຢ່າງ​ລະ​ອຽດ​ແລະ​ຖືກ​ຕ້ອງ​ແມ່ນ​ຢຳ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ເຂດ​ພູ​ດອຍ. ທ່ານ​ໄດ້​ຢືນ​ຢັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ວ່າ: ໜ້າ​ທີ່​ອັນ​ໜັກໜ່ວງ ແລະ ຫຍຸ້ງຍາກລຳບາກ​ທີ່​ສຸດ​ໃນ​ການ​ສ້າ​ງ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຮອບ​ດ້ານ​ແມ່ນ​ຂື້ນຢູ່​ນຳ​ເຂດ​ທຸກ​ຍາກ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ທຸກ​ຍາກ​ທີ່​ສຸດ​, ບໍ່​ວ່າ​​​ວຽກ​ງານອັນ​ນີ້​ຈະ​ຫຍຸ້ງ​ຍາກ​ຫລາຍປານ​ໃດ​ກໍ​ຕ້ອງ​ບຸກ​ບືນ​ສູ້​ຊົນ​ເຮັດ​ໃຫ້​ໄດ້, ບໍ່​ວ່າ​ບັ້ນ​ຮົບ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຄັ້ງ​ນີ້​ຈະ​ຫຍຸ້ງ​ຍາກ​ລຳ​ບາກ​ປານ​ໃດ​ກໍ​ຕ້ອງ​ເອົາ​ຊະ​ນະ​ໃຫ້​ໄດ້.

ຄຳ​ເຫັນ

0