覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ:​ເປັນ​ເຈົ້າ​ໜ້າ​ທີ່​ການ​ນຳ​ຢູ່​ແຂວງ​ສ້າ​ນຊີ່​​ຄວນຕ້ອງ​ຮູ້​ບົດຮຽນ​ນີ້​ສາ​ກ່ອນ

2020-04-21 22:50:06 cri


 

图片默认标题_fororder_qinling2
 

ຕອນ​ບ່າຍ​ວັນ​ທີ 20 ​ເມສາ 2020, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳຫຼວດກວດ​ກາ​ເຂດປ່າ​ສະຫງວນ​ທຳ​ມະ​ຊາດ​ລະດັບ​ຊາດ​ນິວ​ເປີ້ຍ​ຫຼຽງ

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ການ​ກໍ່ສ້າງ​ເຮືອນ​ວິນ​ລາ​ຢ່າງຜິດ​​​ກົດ​ໝາຍ​ຢູ່​ສາຍພູ​ຊິນຫຼິງ​​ເປັນ​ບົດຮຽນ​ດ້ານ​ລົບ​​ທີ່ຮ້າຍແຮງ. ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຜູ້​ໃດ​ທີ່​ເປັນ​ເຈົ້າ​ໜ້າ​ທີ່​ການ​ນຳ​ຢູ່​ແຂວງ​ສ້າ​ນຊີ່​ຄວນຕ້ອງ​​ຮູ້​ບົດຮຽນ​ນີ້​​ສາກ່ອນ, ຢ່າສູ່​ກະທຳ​ຜິດ​​ຊ້ຳ​ຮອຍເກົ່າ, ຕ້ອງ​ເປັນຜູ້​ປ້ອງ​ກັນ​ລະບົບ​ນິ​ເວດ​ຂອງ​ສາຍພູ​ຊິນ​ຫຼິງ​ຢ່າງ​ແທ້​ຈິງ. ທ່ານ​ກ່າວ​ວ່າ:​ເລື່ອງ​ນີ້​ເປັນ​ບົດຮຽນ​ດ້ານ​ລົບ​ທີ່ຮ້າຍແຮງ​ສຳລັບ​ສ້າ​ນຊີ່. ຂ້າພະ​ເຈົ້າ​ເຫັນ​ວ່າ:​ໃນ​​ຕໍ່​ໜ້າ, ຜູ້​ທີ່​ມາ​ເປັນ​ເຈົ້າ​ໜ້າ​ທີ່​ການ​ນຳ​ຢູ່​ສ້າ​ນຊີ່, ຕ້ອງ​ຮຽນ​ຮູ້ບົດຮຽນອັນ​ນີ້​ສາກ່ອນ, ຮຽນຮູ້​ປະຫວັດສາດ​ຂອງເຂດ​ນີ້, ຢ່າ​​ສູ່ກະທຳ​ຜິດ​​ຊ້ຳ​ຮອຍເກົ່າ.​ເຮັດ​ແນວ​ນີ້ຈຶ່ງ​ຈະ​ຮູ້​ວ່າ​ຕົນ​ເອງ​​ຈະປະຕິບັດ​ໜ້າ​ທີ່​ຫຍັງແດ່, ມີ​ຄວາມ​ຮັບຜິດຊອບ​ຫຍັງແດ່​ແລະ​ພວມປ້ອງ​ກັນ​​ຫຍັງແດ່.
 

ສຳ​ລັບ​ການ​ກະ​ທຳ​ທີ່​ແຕະ​ຕ້ອງ​ເສັ້ນ​ເກືອດ​ຫ້າມ​ໃນ​ດ້ານ​ການອະນຸລັກ​ນິ​ເວດ​ທຳ​ມະ​ຊາດ, ທ່ານ​ສີ​ຈິ້ນ​ຜິ​ງໄດ້ມີ​ທ່າ​ທີ​ທີ່​ບໍ່ເຄີຍ​ໂຍະ​ຍານ​ແມ່ນ​ແຕ່​ໜ້ອຍດຽວມາ​ໂດຍ​ຕະຫຼອດ.​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ.​ເມື່ອ​ໃດ​ທ່ານໄປ​ຮອດ​ເຂດ​ພູດ​ອຍ, ທ່ານ​ສີ​ຈິ້ນ​ຜິ​ງກໍ​ໄດ້​ຕັກເຕືອນວ່າ: ​ຕ້ອງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃຫ້​ດີ, ​ເຮັດ​ໃຫ້​ພູ​ຂຽວ​ນໍ້າ​ໃສ​​ຢູ່​ສະ​ເໝີ,​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ມາ​ໃຫ້ປະຊາຊົນ​ຕະຫຼອດ​ໄປ.
 

ສາຍພູ​ຊີ​ລຽນ​ເປັນ​ແຫຼ່ງຂອງຍອດ​ນໍ້າ​ທີ່​ສຳຄັນ​ຢູ່​ລຸ່ມ​ແມ່ນໍ້າ​ເຫຼືອງ,​ແມ່ນ​ເຂດ​ທີ່ໄດ້ກຳນົດໃຫ້ເປັນບູລິ​ມະ​ສິດ​ໃນ​ການ​ອະນຸລັກ​ຄວາມ​ຫຼາກ​ຫຼາຍຂອງ​ຊີວະ​ນານາ​ພັນ​ຂອງ​ຈີນ, ​ແຕ່​ຍ້ອນ​ວ່າ​ໄດ້ມີການບຸກ​ເບີກພັດ​ທະ​ນາ​ຫຼາຍ​ເກີນ​​ໄປ, ​ເຄີຍ​ເກີດ​ມີບັນຫາ​ທີ່​ທຳລາຍ​ລະບົບ​ນິ​ເວດ​ຢ່າງ​ໜັກໜ່ວງ​ຢູ່​ບາງ​ສ່ວນ. ກ່ຽວ​ກັບ​ບັນຫາ​ການ​ທຳລາຍ​ລະບົບ​ນິ​ເວດ​ຢູ່​ສາຍພູ​ຊີ​ລຽນ, ທ່ານ​ສີ​ຈິ້ນ​ຜິ​ງກໍ​ເຄີຍໄດ້​ໃຫ້​ທິດຊີ້​ນຳ​ທີ່​ສຳຄັນ​ມາ​ຫຼາຍ​ເທື່ອແລ້ວ,​ໂດຍ​ສັ່ງ​ໃຫ້ “​ເລັ່ງລັດ​ແກ້​ໄຂ​ບັນຫາ​ທີ່​ພົ້ນ​ເດັ່ນ, ປັບ​ປຸງ​ແກ້​ໄຂ​ບັນ​ຫາ​ການ​ກະ​ທຳ​ຜິດ​ໃນ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ຊຸກ​ຍູ້ການ​ອະນຸລັກ​​ແລະ ຟື້ນ​ຟູ​ສິ່ງ​ແວດ​ລ້ອມ​ຢູ່​ສາຍພູ​ຊີ​ລຽນ.”
 

​ເດືອນ​ກຸມພາ​ປີ 2017, ໜ່ວຍສະ​ເພາະ​ກິດເພື່ອ​ຕິດຕາມ​ກວດກາ​ຂັ້ນ​ສູນກາງ​ໄດ້​ດຳ​ເນີນການ​ຕິດຕາມ​ກວດກາ​. ກອງ​ປະຊຸມ​ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຜົນ​ການ​ຕິດຕາມ​ກວດກາ,​ຄົ້ນ​ຄ​ວ້າຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄະດີ​ທີ່​ກ່ຽວຂ້ອງກັບສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດທີ່ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ຢູ່​ເຂດ​ປ່າສະຫງວນ​ລະດັບ​ຊາດຢູ່​ສາຍພູ​ຊີ​ລຽນ​ແຂວງ​ກ່ານ​ຊູ້​, ທັງ​ໄດ້​ລົງ​ໂທດ​ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຢ່າງ​ເດັດຂາດ.

 

ຈາກບັນ​ຫາ​ການ​ສ້າງ​ເຮືອນ​ວິນ​ລາ​ຢ່າງ​ຜິດ​​​ກົດ​ໝາຍຢູ່​ສາຍພູ​ຊິນ​ຫຼິງ ຈົນຮອດ​ບັນຫາ​ການ​ທຳລາຍ​ລະບົບ​ນິ​ເວດ​ຢູ່​ສາຍພູ​ຊີ​ລຽນ, ຈາກ​ບັນຫາ​ທີ່ສ້າງເຂື່ອນກັ້ນນໍ້າ​ຢ່າງ​ຜິດ​ກົດໝາຍ​ຢູ່ໜອງນ້ອຍເຊ້ຍ​ໄຊ້ຂອງ​ໜອງ​ຕົ້ງຖີງ​ຈົນຮອດ​ມົນ​ລະ​ພິດ​ຢູ່​ທະ​ເລ​ຊາຍ​ເທີ​ງ​ເກີ​ລີ, ຢູ່​ບ່ອນ​ໃດ​ໄດ້​ເກີດ​ມີປະກົດການທຳລາຍ​ລະບົບ​ນິ​ເວດ​ຢ່າງ​ໜັກໜ່ວງ, ທ່ານ​ສີ​ຈິ້ນ​ຜິ​ງກໍ​ໄດ້​ເດີນທາງໄປບ່ອນນັ້ນເພື່ອສອບ​ຖາມ​ດ້ວຍ​ຕົນ​ເອງ, ທັງ​ສັ່ງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​​ສືບ​ສວນ​ແລະ ​​ປະ​ຕິ​ບັດການລົງ​ວິ​ໄນ​ຢ່າງ​ເຂັ້ມ​ງວດ,ທາວ​ຫາຜູ້​​ຮັບຜິດຊອບ​ທີ່ກ່ຽວຂ້ອງ, ​ເຊິ່ງ​ພາ​ໃຫ້​​ເກີດ​ມີ​ສຽງ​ຕອບ​ຮັບ​ຢ່າງ​ຟັດຟື້ນຢູ່​ໃນ​ທົ່ວ​ສັງຄົມ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ສີ​ຈິ້ນ​ຜິ​ງໄດ້ຊຸກຍູ້​ການ​ສ້າງ​ຄວາມ​ສິວິ​ໄລ​ດ້ານ​ນິ​ເວດ​ຢ່າງ​ແຂງ​ແຮງ.

图片默认标题_fororder_山丹马场
 

​ເດືອນ​ສິງຫາ​ປີ 2019, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ລົງ​ໄປ​ສຳ​ຫຼວດກວດ​ເບິ່ງ​ນິຄົມ​ລ້ຽງ​ມ້າ​ສ່າ​ນຕ່າ​ນຢູ່​ຕີນ​ພູ​ຊີ​ລຽນ
 

ນອກຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ຍັງໄດ້​ຍຶດໝັ້ນ​ທ່າ​ທີ​ໃນການແກ້​ໄຂ​ບັນຫາ​ຢ່າງ​ເຖິງ​ກົກ​ເຖິງ​ຮາກ. ຫຼັງ​ຈາກ​ໄດ້ແກ້​ໄຂ​ບັນຫາ​ແລ້ວ, ຍັງ​ຕ້ອງ​ກວດ​ກາ​ຄືນຫຼັງເລື້ອຍໆ ​ແລະ​ ໄປກວດ​ເບິ່ງ​ຢູ່ພື້ນ​ທີ່​ຕົວ​ຈິງ. ຕົວຢ່າງ​ວ່າ,​ໃນ​ເວລາ​ໄປ​ສຳ​ຫຼວດກວດ​ເບິ່ງຢູ່​ແຂວງ​ກ່ານ​ຊູ້​​ເມື່ອ​ເດືອນ​ສິງຫາ​ປີ 2019, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ລົງ​ໄປ​ສຳ​ຫຼວດກວດ​ເບິ່ງ​ນິຄົມ​ລ້ຽງ​ມ້າ​ສ່າ​ນຕ່າ​ນຢູ່​ຕີນ​ພູ​ຊີ​ລຽນ, ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ຟື້ນ​ຟູ​ລະບົບ​ນິ​ເວດ​ຕາມ​ສາຍພູ​ຊີ​ລຽນ;​ກ່ອນບຸນ​ກຸດ​ຈີນ​ປີ 2020​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງວຽກ​ງານ​ຢູ່​ແຂວງ​ຢຸນນານ,​ເດີນ​ທາງ​ໄປ​ຮອດ​ແຄມ​ໜອງ​ຕ່ຽນຊື, ກວດ​ເບິ່ງສະພາບ​ການ​ປັບປຸງ ​​ແລະ ການອະນຸລັກ​ໜອງ​ຕ່ຽນຊື, ​ເຊິ່ງທັງ​ໝົດ​ເຫຼົ່າ​ນີ້​ກໍ​ເປັນການກ​ວດ​ເບິ່ງ​ຄືນຫຼັງ​ຢູ່​​ພື້ນ​ທີ່​ຕົວ​ຈິງ. ​ໃນ​ການ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ແຂວງ​ສ້ານ​ຊີ່​ເທື່ອ​ນີ້​ທ່ານ​ສີ​ຈິ້ນ  ​ຜິ​ງ​ໄດ້​​​ລົງໄປກວດ​​ເບິ່ງຢູ່ສາຍພູ​ຊິນຫຼິງ​ກໍ​ມີ​ຈຸດປະສົງໃນ​​ລັກ​ສະ​ນະ​ດຽວກັນກັບທີ່ໄດ້ກ່າວຜ່ານມາ.
 

图片默认标题_fororder_滇池
 

​ປີ 2020​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງສະພາບ​ການ​ປັບປຸງ ​​ແລະ ການອະນຸລັກ​ໜອງ​ຕ່ຽນຊື
 

ທ່າ​ນສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເນັ້ນ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ: “​​ຢາກເຮັດ​ວຽກ​ທຸກ​ດ້ານ​ໃຫ້​ດີ,​ກໍຕ້ອງ​ສ້າງນິ​ເວດທາງ​ການ​ເມືອງ​ທີ່​ດີ.” ນິ​ເວດທາງ​ການ​ເມືອງ​ຈະດີ ຫຼື ບໍ່ດີ,​ໄດ້​ສະ​ແດງ​ອອກຢູ່​ນຳ​ ​ແນວ​ຄິດ​ຈິດ​ໃຈ​ຂອງ​ພະນັກງານ​ສະມາຊິກ​ພັກ​ໂດຍ​ກົງ.
 

ປີ​ນີ້​ແມ່ນປີ​ສຸດ​ທ້າຍ​ຂອງ​ການ​ສ້າງ​ສັງຄົມ​​ທີ່ອິ່ມ​ໜໍາ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ ​ແລະ​ການ​ປະ​ຕິ​ບັດ​ແຜນພັດທະນາ​ເສດຖະກິດ​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13. ບັ້ນ​ລຶບລ້າງ​ຄວາມທຸກ​ຍາກ​ໄດ້​ເຂົ້າ​ສູ່​ໄລຍະ​ນັບ​ເວລາ​ຖອຍຫຼັງ. ​ແຕ່​ວ່າ​ປະຈຸ​ບັນ, ການພັດທະນາ​ເສດຖະກິດ​ຂອງ​ຈີນ​ພວມ​ຜະ​​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.​ແຕ່​ວ່າ ຍິ່ງ​​ຜະ​ເຊີນ​ໜ້າ​ກັບ​ສະພາບ​ທີ່​ຂ້ຽວຂາດ​ແລະ​ໜ້າ​ທີ່​ອັນ​ໜັກໜ່ວງເທ່ົາໃດ, ກໍຍິ່ງ​ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ, ປຸກລະດົມ​ຄວາມ​ຫ້າວຫັນ, ​ຄວ​າມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ ​ແລະ ຫົວຄິດ​ປະດິດ​ສ້າງ​ຂອງ​ສະມາຊິກ​ພັກ-ພະນັກງານ ​ອັນ​ໄພສານ, ຍິ່ງ​ຕ້ອງ​ມີ​ແບ​ບ​ແຜນ​ທີ່​ເຂັ້ມ​ແຂງ,ມີ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ຄວາມ​ສາ​ມາດຕົວ​ຈິງ​ເພື່ອ​ເອົາ​ຊະນະ​ໃນ​ບັ້ນ​ຮົບ​ຄັ້ງ​ນີ້.

 

 

ຄຳ​ເຫັນ

0