ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ການລຶບລ້າງຄວາມທຸກຍາກຂອງຈີນມີມາດຕະຖານເດັດຖານຢ່າງໜຶ່ງ, ຄືຕ້ອງບັນລຸເປົ້າໝາຍ “2 ບໍ່ກັງວົນ 3 ຮັບປະກັນ” ໃຫ້ຜູ້ທຸກຍາກ, 2 ບໍ່ກັງວົນຄື: ບໍ່ກັງວົນນຳການກິນ ແລະ ການນຸ່ງຖື, 3 ຮັບປະກັນຄື: ການຮັບປະກັນການສຶກສາພາກບັງຄັບ, ການປິ່ນປົວຂັ້ນພື້ນຖານ ແລະ ມີເຮືອນຢູ່ທີ່ປອດໄພ. ໃນກອງປະຊຸມສຳມະນາກ່ຽວກັບການຍາດເອົາໄຊຊະນະໃນໄລຍະສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກທີ່ຈັດຂຶ້ນໃນວັນທີ 6 ມີນາປີ2020, ທ່ານສີຈິ້ນຜິງກ່າວວ່າ: ບັນຫາ “3 ຮັບປະກັນ”ໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ, ແຕ່ການຮັກສາໃຫ້ໝັ້ນຄົງຍືນຍົງ ແລະ ປັບປຸງໃຫ້ໜັກແໜ້ນບໍ່ແມ່ນວຽກງ່າຍດາຍ. ທ່ານກ່າວວ່າ: ເດັກນ້ອຍບາງຄົນບໍ່ໄດ້ເຂົ້າໂຮງຮຽນແລະໂຈະການຮຽນອີກແລ້ວອີກຕື່ມ, ການບໍລິການປິ່ນປົວຢູ່ຊົນນະບົດຫຼາຍບ່ອນຍັງມີລະດັບຕໍ່າຢູ່.

ທ່ານສີຈິ້ນຜິງໄດ້ໄປສຳຫຼວກກວດເບິ່ງໂຮງໝໍ ແລະ ໂຮງຮຽນປະຖົມໃຈກາງຢູ່ຕາແສງລາວຊ້ຽນ
ກໍຍ້ອນມີຄວາມເປັນຫ່ວງແນວນີ້, ທ່ານສີຈິ້ນຜິງໄດ້ເຈາະຈົງໄປສຳຫຼວກກວດເບິ່ງໂຮງໝໍ ແລະ ໂຮງຮຽນປະຖົມໃຈກາງຢູ່ຕາແສງລາວຊ້ຽນເປັນພິເສດ. ໃນເວລາທ່ານໄປຮອດໂຮງຮຽນປະຖົມໃຈກາງຕາແສງລາວຊ້ຽນ, ນັກຮຽນປໍ 5 ຫ້ອງເບີ1 ພວມຮຽນອັກສອນສາດຢູ່. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ຫ້ອງຮຽນ ແລະ ໄດ້ກ່າວທັກທາຍ ແລະ ຖາມເຖິງສະພາບການຮຽນການສອນ ແລະ ການດຳລົງຊີວິດຂອງພວກເດັກນ້ອຍດ້ວຍຄວາມສະໜິດສະໜົມ.

ທ່ານສີຈິ້ນຜິງຢ້ຽມຢາມໂຮງໝໍຕາແສງລາວຊ້ຽນ
ວັນທີ 15 ເມສາປີ 2019, ກ່ອນການຈັດກອງປະຊຸມສຳມະນາລະຫວ່າງແຂວງຕ່າງໆເພື່ອແກ້ໄຂບັນຫາພົ້ນເດັ່ນໃນວຽກ “2 ບໍ່ກັງວົນ 3 ຮັບປະກັນ” ຢູ່ກຳແພງນະຄອນຈຸ່ງກິ່ງ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງບ້ານຮວາຊີ່ເມືອງຊືຈູ້ເປັນພິເສດ, ໃນນັ້ນກໍໄດ້ໄປກວດເບິ່ງໂຮງຮຽນປະຖົມຕາແສງຈົ່ງອີ້. ໃນກອງປະຊຸມສຳມະນາທີ່ຈັດຂຶ້ນຫຼັງຈາກນັ້ນ, ທ່ານສີຈິ້ນຜິງກ່າວວ່າ: ຂໍກຸນແຈຂອງການພັດທະນາຊົນນະບົດ ແລະ ການພັດທະນາແບບຍືນຍົງຂຶ້ນຢູ່ກັບການສຶກສາ, ເດັກນ້ອຍຢູ່ຊົນນະບົດບໍ່ຄວນເສຍປຽບຕັ້ງແຕ່ຈຸດເລີ່ມຕົ້ນຂອງຊີວິດ.
ຫຼັງຈາກນັ້ນໜຶ່ງປີ, ທ່ານໄດ້ໄປສຳຫຼວດກວດກາບັນຫາລຶບລ້າງຄວາມທຸກຍາກອີກຄັ້ງໜຶ່ງຢູ່ຕາແສງລາວຊ້ຽນ. ກໍຄືດັ່ງທີ່ທ່ານເຄີຍກ່າວໄວ້ໃນກອງປະຊຸມປີຜ່ານມາວ່າ: “ເລື່ອງນີ້ຂ້າພະເຈົ້າຈະກຳແໜ້ນອີກແລ້ວອີກຕື່ມປານຕອກຕະປູ.”

ທ່ານສີຈິ້ນຜິງຍັງໄດ້ໄປສຳຫຼວດກວດເບິ່ງສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງ
ນອກຈາກເຂດຊຸມຊົນຈິນຜິງ, ໂຮງໝໍຕາແສງ, ໂຮງຮຽນປະຖົມໃຈກາງແລ້ວ, ທ່ານສີຈິ້ນຜິງຍັງໄດ້ໄປສຳຫຼວດກວດເບິ່ງສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງ.ສົນທະນາກັບຊາວສວນຊາຢ່າງສະໜິດສະໜົມ. ທ່ານກ່າວວ່າ: “ການສ້າງຄວາມຮັ່ງມີຈາກໃບຊາ, ພັດທະນາອຸດສາຫະກຳໃບຊາໃຫ້ຈະເລີນຮຸ່ງເຮືອງ, ສາມາດຊ່ວຍໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ແລະກ້າວໄປສູ່ຄວາມອິ່ມໜໍາສຳລານໄດ້,ສະນັ້ນ ຄວນເຮັດວຽກງານເຫຼົ່ານີ້ໃຫ້ດີ ແລະ ພັດທະນາອຸດສາຫະກຳໃບຊາໃຫ້ດີ.”

ທ່ານສີຈິ້ນຜິງຍັງໄດ້ໄປສຳຫຼວດກວດເບິ່ງສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງ
ເມືອງຜິງລີ້ແມ່ນເມືອງຊາທີ່ມີປະຫວັດສາດມາດົນນານແລ້ວ, ປະຈຸບັນມີສວນຊາ13.000 ກວ່າເຮັກຕາ. ສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງມີເນື້ອທີ່ 80 ເຮັກຕາ, ປີຜ່ານມາທາງສວນໂຕແບບໄດ້ຜະລິດຊາຂຽວ 15 ໂຕນ, ບັນລຸມູນຄ່າຜະລິດຕະພັນກະສິກຳ 4 ລ້ານຢວນ. ປະຈຸບັນ, ທາງສວນໂຕແບບໄດ້ນຳພາຄອບຄົວຜູ້ທຸກຍາກ 100 ກວ່າຄອບຄົວ ທັງໝົດ 300 ກວ່າຄົນເຮັດການຜະລິດ, ສາມາດສ້າງລາຍຮັບຕໍ່ຄົນຕໍ່ປີໄດ້ເພີ່ມຂຶ້ນ 1100 ກວ່າຢວນ.

ທ່ານສີຈິ້ນຜິງຍັງໄດ້ໄປສຳຫຼວດກວດເບິ່ງສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງ
ຢູ່ຕາແສງລາວຊ້ຽນ, ທ່ານສີຈິ້ນຜິງໄດ້ສຳຫຼວດກວດເບິ່ງເຂດຊຸມຊົນ1ແຫ່ງ, ໂຮງໝໍ 1 ແຫ່ງ, ໂຮງຮຽນປະຖົມ 1 ແຫ່ງ, ແລະສວນຊາ 1 ແຫ່ງ, ການເຄື່ອນໄຫວເຫລົ່ານີ້ຂອງເພິ່ນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຕໍ່ພາລະກິດທີ່ສຳຄັນໃນຂົງເຂດລຶບລ້າງຄວາມທຸກຍາກ ເຊິ່ງລວມທັງລຶບລ້າງຄວາມທຸກຍາກດ້ວຍການປະກອບອາຊີບ, ການລຶບລ້າງຄວາມທຸກຍາກດ້ວຍສາທາລະນະສຸກ, ການລຶບລ້າງຄວາມທຸກຍາກດ້ວຍການສຶກສາ, ແລະການລຶບລ້າງຄວາມທຸກຍາກດ້ວຍການພັດທະນາອຸດສາຫະກຳ.
ວັນທີ 6 ມີນາ ປີ 2020, ໃນກອງປະຊຸມຂະໜາດໃຫຍ່ທີ່ສຸດກ່ຽວກັບການລຶບລ້າງຄວາມທຸກຍາກນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຍົກເອົາສຳນວນໜຶ່ງຈາກຕຳລາ “ຈ່ວງຈືເນີ້ຍ ພ່ຽນເຢິນຊື້ຈ່ຽນ”, ຄື: “ຊີໂຈ້ຊືເຢຈຽນ, ຊີຈ່າງປີ້ເຢ ປີ້ຈູ້” ແປວ່າ “ພາລະກິດໃດໜຶ່ງໃນຕອນເລີ່ມຕົ້ນເບິ່ງຄືເປັນເລື່ອງນ້ອຍໆ,ແຕ່ພໍເຖິງຕອນໃກ້ຈະສຳເລັດພັດເປັນເລື່ອງທີ່ໃຫຍ່ໂຕ.” ຈາກການສຳຫຼວດກວດເບິ່ງ ຂອງທ່ານສີຈິ້ນຜິງຢູ່ແຂວງສ້ານຊີ່ໃນ 2 ມື້ທຳອິດ, ພວກເຮົາໄດ້ເຫັນເຖິງພາລະກິດລຶບລ້າງຄວາມທຸກຍາກແມ່ນມີຄວາມສຳຄັນທີ່ສຸດສຳລັບທ່ານສີຈິ້ນຜິງ.
ຄຳເຫັນ
0