何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຄຳ​ເຫັນ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ເວລາ​ສຳ​ຫຼວດກວດ​ເບິ່ງ​ຢູ່​ແຂວງ​ສ້າ​ນຊີ່

2020-04-24 20:58:42 CRI

ໃນການສຳຫຼວດກວດກາວຽກງານຂອງທ່ານ ສີຈິ້ນຜິງຢູ່ແຂວງສ້ານຊີ່ແຕ່ວັນທີ 20 ຫາວັນທີ23ເມສານີ້ , ຫລາຍແຫ່ງທີ່ທ່ານໄປສຳຫຼວດກວດກາໄດ້ກ່ຽວພັນເຖິງການລຶບ​ລ້າງຄວາມທຸກຍາກ.

图片默认标题_fororder_VIP2-2

ຢູ່ເຂດຊຸມຊົນຈິນຜິງເມືອງ​ຜິງລີ້, ທ່ານສີຈິ້ນຜິງກ່າວວ່າ: ປີນີ້ແມ່ນປີທີ່​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ຂັ້ນ​ສຸດ​ທ້າຍ​ຂອງບັ້ນ​ລຶບ​ລ້າງຄວາມທຸກຍາກ, ການທີ່ແກ້ໄຂບັນຫາການປະກອບອາຊີບໃຫ້ປະຊາຊົນຜູ້ທຸກຍາກມີຄວາມສຳຄັນຫຼາຍ. ເມື່ອບັນຫາການຍົກຍ້າຍປະຊາຊົນໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ, ​ຂໍ​ກຸນ​ແຈທີ່ສະໜັບສະໜູນໃຫ້ປະຊາຊົນ​ຜູ້​ຍົກ​ຍ້າຍ ສາມາດດຳລົງຊີວິດຕໍ່ໄປໄດ້ຄື:ການປະກອບອາຊີບ. ເມື່ອ“ປະຊາຊົນມີອາຊີບທີ່ໝັ້ນຄົງແລ້ວຈິ່ງ​ຈະສາມາດຢູ່ເຢັນເປັນສຸກ​ໄດ້.”

图片默认标题_fororder_VIP2-1

ໃນການສຳຫຼວດກວດກາຄັ້ງນີ້,ທ່ານສີຈິ້ນຜິງຍັງກ່າວວ່າ: ການຫຼຸດພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດສິ້ນ​ສຸດ, ແຕ່ ແມ່ນຈຸດເລີ່ມຕົ້ນຂອງຊີວິດໃໝ່ ແລະການບຸກບືນສູ້ຊົນຄັ້ງໃໝ່, ຕໍ່ໄປຕ້ອງພະຍາຍາມສ້າງຄວາມຈະເລີນຮຸ່ງເຮືອງຢູ່ຊົນນະບົດ. ໃນກອງປະຊຸມສຳມະນາກ່ຽວກັບການລຶບ​ລ້າງຄວາມທຸກຍາກທີ່ ຈັດຂຶ້ນໃນວັນທີ 6 ມີນາຜ່ານມາ, ທ່ານສີຈິ້ນຜິງກ່າວວ່າ: “ຕ້ອງສຸມໃສ່ ປ່ຽນແປງຄວາມ ຂັດແຍ້ງຕົ້ນຕໍ​ໃນ​ສັງ​ຄົມ, ຄວນມີແນວ​ຄວາມຄິດ​ໃນການປະຕິ​ບັດ​ວຽກງານຢ່າງຈະແຈ້ງ, ຊຸກຍູ້ໃຫ້ຍຸດທະສາດການຫຼຸດຜ່ອນຄວາມທຸກຍາກແລະ​ລະ​ບົບວຽກງານໃຫ້ຫັນປ່ຽນຮູບແບບຢ່າງໝັ້ນທ່ຽງແລະ ໃຫ້ຈັດເຂົ້າ​ໃນຍຸດທະສາດສ້າງຄວາມຈະເລີນໃຫ້ຊົນນະບົດ, ສ້າງລະ​ບົບແລະກົນໄກ​ທັງ​ໄລ​ຍະ​ສັ້ນ​ແລະ​ໄລ​ຍະ​ຍາວແລະແກ້ໄຂບັນຫາ​ໃຫ້​ເຖິງ​ກົກ​ເຖິງຮາກ.”

ຄຳ​ເຫັນ

0