ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 20 ເມສານີ້, ໂຮງຮຽນປະຖົມໃຈກາງຂອງຕາແສງລາວຊ້ຽນເມືອງຜິງລີ້ໄດ້ເປີດພາກຮຽນໃໝ່ໃນລະດູໃບໄມ້ປົ່ງແລ້ວຫຼັງຈາກໄດ້ເລື່ອນເວລາເປີດພາກຮຽນຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19. ໃນມື້ທີສອງຂອງພາກຮຽນໃໝ່, ທ່ານເລຂາທິການໃຫຍ່ ສີຈິ້ນຜິງໄດ້ໄປຢ້ຽມຢາມພວກນັກຮຽນແລະສຳຫຼວດກວດເບິ່ງສະພາບການຟື້ນຟູການຮຽນການສອນຢູ່ໂຮງຮຽນແຫ່ງດັ່ງກ່າວ. ທ່ານສີຈິ້ນຜິງກ່າວວ່າ: ຕ້ອງເພີ່ມທະວີການຂ້າເຊື້ອຢູ່ ສະຖານທີ່ສຳຄັນຂອງໂຮງຮຽນເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ ການຟື້ນຟູການຮຽນການສອນ.

ຄຳເຫັນ
0