何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຄຳ​ເຫັນ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ເວລາ​ສຳ​ຫຼວດກວດ​ເບິ່ງ​ຢູ່​ແຂວງ​ສ້າ​ນຊີ່

2020-04-24 20:58:42 CRI

ຢູ່ນະຄອນຊີ່ອ່ານ, ທ່ານສີຈິ້ນຜິງໄດ້ໄປຢ້ຽມຢາມຫໍພິພິດທະພັນການຍົກຍ້າຍມະຫາວິທະຍາໄລຄົມມະນາຄົມເປັນ​ການ​ສະ​ເພາະ. ໃນໄລຍະຕົ້ນທີ່ ສປຈີນຫາ​ກໍ່ສະຖາປະນາ​ຂຶ້ນ, ເພື່ອ​ສະ​ໜັບ​ສະ​ໜູນການສ້າງ​ສາ​ພັດ​ທະ​ນາພາກຕາເວັນຕົກ, ​ລັດ​ຖະ​ບານ​ຈີນໄດ້​ຕົກ​ລົງຍົກ​ຍ້າຍມະຫາວິທະຍາໄລຄົມມະນາຄົມຈາກນະຄອນຊຽງໄຮ້ໄປຕັ້ງ​ຢູ່ນະຄອນຊີ່ອ່ານແຂວງ​ສ້ານຊີ່. ໃນ2ປີ​ປາຍກ່ອນໜ້ານີ້, ​ຍ້ອນ​ໄດ້​ຮັບ​ຈົດ​ໝາຍ​ສະ​ບັບ​ໜຶ່ງ, ສະ​ນັ້ນ, ທ່ານສີຈິ້ນຜິງ​ຈິ່ງ​ໄດ້​ມີ​ຄຳ​ສັ່ງ​ຊີ້​ນຳ​ອັນ​ສຳ​ຄັນ ເຊິ່ງເຮັດໃຫ້ປະຊາຊົນຈຳນວນຫລວງຫລາຍຮັບຮູ້​ປະ​ຫວັດ​ການ​ຍົກຍ້າຍມະຫາວິທະຍາໄລຄົມມະນາຄົມໄດ້ຫລາຍກວ່າເກົ່າ.

图片默认标题_fororder_VIP5

​ສາ​ສະ​ດາຈານ​ອາ​ວຸ​ໂສ15ທ່ານຂອງມະຫາວິທະຍາໄລຄົມມະນາຄົມທີ່ຍ້າຍໄປນະຄອນຊີ່ອ່ານທີ່ໄດ້ຂຽນຈົດໝາຍເຖິງທ່ານສີຈິ້ນຜິງນັ້ນ, ມີທ່ານໜຶ່ງໄດ້​ອຳ​ລາ​ຈາກ​ໂລກ​ໄປ​ແລ້ວ. ໃນຕອນບ່າຍວັນທີ22ເມສາ2020, ທ່ານສີຈິ້ນຜິງໄດ້ພົບປະກັບ​ສາ​ສະ​ດາຈານ​​ອາ​ວຸ​ໂສທີ່​ຍັງ​ມີ​ຊີ​ວິດ​ຢູ່14ທ່ານ. ທ່ານສີຈິ້ນຜິງກ່າວວ່າ: ​ຕອນ​ຍົກຍ້າຍຈາກແຄມນ້ຳຮວງຜູ​ນະຄອນຊຽງ​ໄຮ້ໄປ​ຢູ່ແຄມນ້ຳເວີ້ຍເຮີ​ຂອງຊີ່​ອ່ານ, ​ພວກ​ທ່ານໄດ້ເສຍ​ສະຫຼະ​ຜົນ​ປະ​ໂຫຍດຂອງຄອບຄົວ​ນ້ອຍຂອງຕົນເພື່ອຜົນປະໂຫຍດຂອງ​​ຄອບ​ຄົວ​ໃຫຍ່ຂອງປະເທດຊາດ. ການຍົກຍ້າຍມະຫາວິທະຍາໄລຄົມມະນາຄົມມີຄວາມສຳຄັນຕໍ່ລັດ​ແລະຊົນຊາດກໍຄືແຜນຍຸດທະສາດການພັດທະນາພາກຕາເວັນຕົກ. ແກນກາງຂອງ“​ຈິດໃຈຍົກຍ້າຍ​ໄປພາກ​ຕາ​ເວັນ​ຕົກ” ​ກໍ​ແມ່ນລັດທິຮັກຊາດ, ສິ່ງສຳຄັນ​ທີ່​ສຸດແມ່ນ​ຕ້ອງປະ​ຕິ​ບັດ​ຕາມການ​ບັນ​ຊາ​ການຂອງພັກ, ​ຮ່ວມ​ທຸກ​ຮ່ວມ​ສຸກກັບ​ພັກ​ແລະ​ລັດ,ປະ​ເທດ​ຊາດແລະປະຊາຊົນ. ທ່ານຍັງ​ໃຫ້​ກຳ​ລັງ​ໃຈ​ແກ່​ສາ​ສະ​ດາຈານແລະນັກສຶກສາຂອງມະຫາວິທະຍາໄລຄົມມະນາຄົມຈົ່ງສືບທອດ“​ຈິດໃຈການຍົກຍ້າຍ​ໄປພາກ​ຕາ​ເວັນ​ຕົກ” ຕະຫຼອດໄປ​ຈາກ​ເຊັ່ນ​ຄົນສູ່ເຊັ່ນຄົນ.

ຄຳ​ເຫັນ

0