ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສ້ານຊີ່ເປັນຫໍພິພິດທະພັນປະຫວັດສາດແບບທຳມະຊາດທັງເປັນດິນແດນທີ່ເປັນແຫຼ່ງກຳເນີດຂອງຈິດໃຈທີ່ຍິ່ງໃຫຍ່. ເດືອນກຸມພາປີ 2015, ໃນເວລາທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງສ້ານຊີ່ນັ້ນ, ທ່ານໄດ້ເຈາະຈົງເນັ້ນໜັກເຖິງ“ຈິດໃຈຢຽນອ່ານ”ໂດຍກ່າວວ່າ: ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນທຸກມື້ນີ້ຕ້ອງສືບຕໍ່ຮັບເອົາກຳລັງແຮງຂອງຈິດໃຈຢຽນອ່ານ.
ໃນການຢ້ຽມຢາມແຂວງສ້ານຊີ່ອີກຄັ້ງໜຶ່ງໃນເທື່ອນີ້, ທ່ານສີຈິ້ນຜິງໄດ້ຫວນຄືນຈິດໃຈຢຽນອ່ານໂດຍກ່າວວ່າ: “ຕ້ອງຍຶດໝັ້ນຈິດໃຈຢຽນອ່ານຢ່າງບໍ່ລົດລະເພື່ອນຳມາໝູນໃຊ້ສຶກສາອົບຮົມສະມາຊິກພັກ-ພະນັກງານທັງຫຼາຍເພື່ອເພີ່ມສະຕິບໍ່ໃຫ້ຫຼົງລືມອຸດົມການແຕ່ຫົວທີແລະຝຶກຝົນຫຼໍ່ຫຼອມແນວຄິດຈິດໃຈ, ເພື່ອຊຶມຊັບເອົາກຳລັງແຮງຂອງຄວາມເຊື່ອຖື,ຮັບຮູ້ຄວາມແຕກໂຕນກັນທາງດ້ານສະຕິພັກແລະປັບປຸງທິດທາງກ້າວເດີນໄປໜ້າໃຫ້ຖືກຕ້ອງ.”

ຄຳເຫັນ
0