何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ຄຳ​ເຫັນ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ເວລາ​ສຳ​ຫຼວດກວດ​ເບິ່ງ​ຢູ່​ແຂວງ​ສ້າ​ນຊີ່

2020-04-24 20:58:42 CRI

ຢູ່​ກຸ່ມ​ບໍ​ລິ​ສັດ​ລົດ​ສ້ານ​ຊີ່​ຈຳ​ກັດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້ສຳຫລວດກວດ​ເບິ່ງ​ໂຮງ​ງານ​ຜະ​ລິດລົດ,ລອງຂຶ້ນ​ໄປ​ນັ່ງ​ຢູ່​ບ່ອນ​ຂັບ​ລົດ​ບັນ​ທຸກ​ໜັກ, ສຳຫຼວດ​ຄົ້ນ​ຄວ້າ​ສະ​ພາບ​ການ​ຟື້ນ​ຟູ​ການ​ຜະ​ລິດ. ທ່ານ​ຮຽກ​ຮ້ອງ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ຈົ່ງເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ກຳ​ລັງຫຼັກ​ແຫຼ່ງສຳຄັນ, ໃນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​​ຕ້ອງປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໃຫ້​ເປັນ​ປົກ​ກະ​ຕິແລະ​ມີ​ປະ​ສິດ​ທິ​ຜົນ​​ສາ​ກ່ອນ, ແລ້ວຊັກ​ຈູງ​ໃຫ້​​​ຂະ​ແໜງ​ການ​ຕ່າງ​ໆ​ໃນຕ່ອງ​ໂສ້​ອຸດ​ສ​າ​ຫະກຳ​ກໍ​ຄື​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍຟື້ນ​ຟູ​ການ​ຜະ​ລິດ​ຄືນ​ໃໝ່.

图片默认标题_fororder_VIP7

ການຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການກສະ​ໜອງ​ເປັນໜຶ່ງ​ໃນນະ​ໂຍ​ບາຍ“6ຮັບ​ປະ​ກັນ”​ທີ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ວາງ​ອອກ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້. ໃນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ເທື່ອ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ສັບຊ້ອນ​ຈັດ​ວາງ​ຕ່ອງ​ໂສ້ຂອງການ​ປະ​ດິດ​ສ້າງ​ໃໝ່​ໂດຍ​ປິ່ນ​ອ້ອມ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ສັບຊ້ອນຈັດ​ວາງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໂດຍ​ປິ່ນ​ອ້ອມ​ຕ່ອງ​ໂສ້​ປະ​ດິດ​ສ້າງ​ໃໝ່.

 

ຄຳ​ເຫັນ

0