ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຫຼື ກອງປະຊຸມສອງສະພາຂອງຈີນ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນໄວໆນີ້. ເມື່ອຫວນຄືນເປົ້າໝາຍ ແລະ ຄຳໝັ້ນສັນຍາຫຼາຍຢ່າງທີ່ໄດ້ກຳນົດໄວ້ໃນ “ບົດລາຍງານວຽກງານຂອງລັດຖະບານ” ທີ່ຜ່ານໃນກອງປະຊຸມສອງສະພາປີ 2019, ມາຮອດປີນີ້, ເປົ້າໝາຍ ແລະ ຄຳໝັ້ນສັນຍາເຫຼົ່ານັ້ນໄດ້ເຮັດສຳເລັດແລ້ວຫຼືບໍ່?
ລາຄາຢຸກຢາໄດ້ຫລຸດລົງ, ຢາຊ່ວຍຊີວິດຫຼາຍຊະນິດຖືກຈັດເຂົ້າໃນບັນຊີລາຍຊື່ຢາຂອງການປະກັນສຸຂະພາບສະບັບໃໝ່
ໃນກອງປະຊຸມສອງສະພາປີ 2019, “ບົດລາຍງານວຽກງານລັດຖະບານ” ທີ່ໄດ້ສະເໜີຕໍ່ກອງປະຊຸມມີເນື້ອໃນວ່າ: ຕ້ອງປະຕິບັດການປ້ອງກັນແລະປິ່ນປົວພະຍາດມະເຮັງ ເພື່ອບັນເທົາຄວາມທຸກທໍລະມານຂອງປະຊາຊົນ. ປ້ອງກັນແລະປິ່ນປົວພະຍາດຕິດແປດທົ່ວໄປໃຫ້ດີ, ຈັດເອົາຢາປົວພະຍາດຄວາມດັນເລືອດສູງ, ພະຍາດເບົາຫວານ ແລະ ພະຍາດອື່ນໆ ເຂົ້າໃນບັນຊີລາຍຊື່ຢາຂອງການປະກັນສຸຂະພາບ.
ໜຶ່ງປີມານີ້, ທ່ານຍັງຈື່ໄດ້ບໍ່ວ່າ, ຜູ້ແທນເຈລະຈາຂອງອົງການປະກັນສຸຂະພາບແຫ່ງຊາດຈີນໄດ້ຕໍ່ລາຄາຢາຢູ່ກັບບ່ອນ, ຫຼັງໄດ້ຕໍ່ລາຄາຢ່າງລຳບາກຫຼາຍຄັ້ງ, ເມັດຢາປິ່ນປົວພະຍາດເບົາຫວານ ໄດ້ຫລຸດຈາກເມັດລະ 7 ຫາ 8 ຢວນ ລົງເຫຼືອເມັດລະ 4,36 ຢວນ, ຫຼຸດລົງເກືອບເຄິ່ງໜຶ່ງ. ປີ 2019, ລັດຖະບານຈີນໄດ້ເປີດເຜີຍບັນຊີລາຍຊື່ຢາຂອງການປະກັນສຸຂະພາບສະບັບໃໝ່, ມີຢາ 97 ຊະນິດຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວດ້ວຍການເຈລະຈາ, ໃນນັ້ນ, ມີ 70 ຊະນິດສາມາດຂໍເງິນອຸດໜູນຄືນໄດ້, ສະເລ່ຍແລ້ວ, ລາຄາຢາໄດ້ຫຼຸດລົງກວ່າ 60%, “ຢຸກຢາລາຄາແພງ” ທີ່ປິ່ນປົວພະຍາດມະເຮັງ, ພະຍາດພົບເຫັນໜ້ອຍ ແລະ ພະຍາດຄວາມດັນເລືອດສູງເຫຼົ່ານີ້ ໄດ້ກາຍເປັນ “ຢາລາຄາທຳມະດາ” ໃນປັດຈຸບັນ.
ນາງຫຼິວເຟີງສິນ ຮອງຫົວໜ້າພະແນກຢາໂຮງໝໍເລກ 1 ຂອງມະຫາວິທະຍາໄລແພດສາດທີ 1 ຊ່ານຕົ່ງກ່າວວ່າ: ມາດຕະການດັ່ງກ່າວໄດ້ຫຼຸດຄ່າປິ່ນປົວຂອງຜູ້ປ່ວຍໃຫ້ໜ້ອຍລົງຢ່າງຫຼວງຫຼາຍ. ຍົກຕົວຢ່າງວ່າ, ຢາຊະນິດຕ່າງໆ ເຊັ່ນ: Atorvastatin, Irbesartan ເປັນຕົ້ນ, ລ້ວນແຕ່ໄດ້ຫຼຸດລົງຈາກຫຼາຍສິບຢວນຍັງເຫລືອບໍ່ເທົ່າໃດຢວນ.
ການປິ່ນປົວພະຍາດສະດວກກວ່າເກົ່າ
ບັນຫາລາຄາປິ່ນປົວແພງໄດ້ຮັບການແກ້ໄຂເທື່ອລະກ້າວ, ບັນຫາຄວາມຫຍຸ້ງຍາກໃນການໄປຫາໝໍ ກໍພວມໄດ້ຮັບການແກ້ໄຂເຊັ່ນກັນ. ກອງປະຊຸມສອງສະພາປີ 2019 ໄດ້ສະເໜີອອກມາວ່າ, ຈະເລັ່ງລັດວຽກງານໃຫ້ຜູ້ປ່ວຍທີ່ຖືບັດປະກັນສັງຄົມ ສາມາດໄປປິ່ນປົວພະຍາດຢູ່ໂຮງໝໍຕ່າງຖິ່ນທີ່ກຳນົດໄວ້ໃນບັນຊີລາຍຊື່ການປະກັນສັງຄົມ, ທັງສາມາດຄິດໄລ່ຄ່າປິ່ນປົວຕາມມາດຕະຖານໃນລະບົບປະກັນສັງຄົມໄດ້ໃນທັນທີ. ມາຮອດທ້າຍປີ 2019, ເຂດນະຄອນຫຼວງປັກກິ່ງ, ນະຄອນທ່ຽນສິນ ແລະ ແຂວງເຫີເປີຍ ແລະ ເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ ລ້ວນແຕ່ໄດ້ປະຕິບັດມາດຕະການດັ່ງກ່າວແລ້ວ. 4 ເຂດ, ແຂວງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ຄື ແຂວງຢຸນນານ, ແຂວງກຸ້ຍໂຈ່ວ, ແຂວງເສສວນ, ນະຄອນຈົ່ງກິ່ງ ແລະ ເຂດຕິເບດ ກໍເລີ່ມປະຕິບັດມາດຕະການດັ່ງກ່າວເຊັ່ນດຽວກັນ.
ເງິນບຳນານເພີ່ມຂຶ້ນ, ລະບົບບໍລິການເບິ່ງແຍງດູແລຜູ້ເຖົ້າໄດ້ພັດທະນາແບບເຊື່ອມໂຍງກັນ
ກອງປະຊຸມສອງສະພາປີ 2019 ສະເໜີອອກມາວ່າ, ເງິນບຳນານພື້ນຖານຂອງຜູ້ອອກກິນເບ້ຍບຳນານຂອງວິສາຫະກິດ ແລະ ຫົວໜ່ວຍວິຊາການຈະເພີ່ມຂຶ້ນປະມານ 5%. ສຸມຄວາມພະຍາຍາມພັດທະນາການບໍລິການຕາມຄຸ້ມຊຸມຊົນໃນຫຼາຍຮູບແບບ ເຊັ່ນ: ການດູແລຕອນກາງເວັນ, ການບຳລຸງຟື້ນຟູສຸຂະພາບ, ການຊ່ວຍເດີນທາງ, ການຊ່ວຍແຕ່ງອາຫານ ແລະ ອື່ນໆ. 3 ຫາ 5 ປີຂ້າງໜ້າ, ຕຽງນອນໃນໂຮງພັກຄົນຊະລາທີ່ໃຫ້ບຸລິມະສິດໂດຍທົ່ວໄປຈະເພີ່ມຂຶ້ນຫຼາຍກວ່າ 1 ລ້ານຕຽງ.
ວັນທີ 17 ເມສາຜ່ານມານີ້, ກະຊວງຊັບພະຍາກອນມະນຸດແລະປະກັນສັງຄົມ ແລະ ກະຊວງການເງິນຈີນໄດ້ອອກແຈ້ງການຮ່ວມວ່າ: ເງິນບຳນານຈະເພີ່ມຂຶ້ນອີກ 5%. ພຽງແຕ່ເພີ່ມເງິນບຳນານເທົ່ານັ້ນຍັງບໍ່ພຽງພໍ ມາຮອດທ້າຍປີ 2019, ຈຳນວນຕຽງທີ່ໃຫ້ບໍລິການຜູ້ບຳນານໃນທົ່ວປະເທດມີຫຼາຍກວ່າ 7,61 ລ້ານຕຽງ, ອົງການເບິ່ງແຍງດູແລຜູ້ເຖົ້າຫຼາຍກວ່າ 34.000 ອົງການ, ໃນນັ້ນ, ກຳລັງທາງສັງຄົມມີຫຼາຍກວ່າ 50%. ໃນຂະນະດຽວກັນ, ເຄືອຂ່າຍອິນເຕີເນັດ, ເຄືອຂ່າຍອິນເຕີເນັດໃນທຸກສິ່ງຂອງ ແລະ AI ເປັນຕົ້ນ ກໍໄດ້ເຊື່ອມໂຍງເຂົ້າກັບການພັດທະນາຂະແໜງການເບິ່ງແຍງດູແລຜູ້ເຖົ້າ ເຊິ່ງໄດ້ສະໜອງການບໍລິການທີ່ມີຄຸນນະພາບສູງກວ່າເກົ່າ ແລະ ມີທາງເລືອກຫຼາຍກວ່າເກົ່າໃຫ້ແກ່ຜູ້ເຖົ້າ ແລະ ຄອບຄົວຂອງເຂົາເຈົ້າ.
ຫຼຸດຄວາມຫຍຸ້ງຍາກໃນການເຂົ້າໂຮງຮຽນອະນຸບານໃຫ້ໜ້ອຍລົງ
ກອງປະຊຸມສອງສະພາປີ 2019 ສະເໜີອອກມາວ່າ, 3 ຫາ 5 ປີຂ້າງໜ້ານີ້, ຈະຮັບປະກັນໃຫ້ເດັກນ້ອຍທຸກຄົນສາມາດເຂົ້າໂຮງຮຽນອະນຸບານໄດ້, ໃນນັ້ນ, ໂຮງຮຽນອະນຸບານແບບທົ່ວໄປຈະກວມ 80% ຂຶ້ນໄປ.
ໃນກອງປະຊຸມຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ທີ່ຈັດຂຶ້ນໃນວັນທີ 24 ສິງຫາປີ 2019, ຫົວຂໍ້ສຳຄັນຢ່າງໜຶ່ງກໍແມ່ນແບ່ງເປັນຈຸຄົ້ນຄວ້າພິຈາລະນາ “ບົດລາຍງານສະພາບການປະຕິຮູບແລະພັດທະນາພາລະກິດການສຶກສາກ່ອນໄວຮຽນ” ແລະ ຜູ້ແທນສະພາປະຊາຊົນກໍໄດ້ເວົ້າເຖິງສະພາບການທີ່ “ເຂົ້າໂຮງຮຽນອະນຸບານຍາກ ທັງລາຄາແພງ” ຢູ່ຂັ້ນຮາກຖານທີ່ຕົນໄດ້ຮູ້ໄດ້ເຫັນ.
ທ່ານຫຼີເຟີຍຢົ້ວ ສະມາຊິກຄະນະປະຈຳສະພາປະຊາຊົນແຫ່ງຊາດກ່າວວ່າ: ໜຶ່ງ, ແມ່ນໂຮງອະນຸບານທີ່ມີລັກສະນະສາທາລະນະປະໂຫຍດໃນຕົວເມືອງບໍ່ພຽງພໍ, ບັນຫາການເຂົ້າໂຮງຮຽນອະນຸບານຍາກຍັງເປັນບັນຫາຈຸດສຸມ; ສອງ, ແມ່ນໂຮງອະນຸບານຢູ່ເຂດຫ່າງໄກສອກຫຼີກສ້າງຂຶ້ນຍາກ, ມີຈຳນວນໜ້ອຍ ແລະ ບັນຫາເຂົ້າໂຮງຮຽນອະນຸບານກໍພົ້ນເດັ່ນເຊັ່ນກັນ.
ເພື່ອຮັບມືກັບສະພາບການດັ່ງກ່າວ, “ບົດລາຍງານກ່ຽວກັບສະພາບການປະຕິຮູບແລະການພັດທະນາພາລະກິດການສຶກສາກ່ອນໄວຮຽນ” ໄດ້ວາງແຜນການແກ້ໄຂຫຼາຍຢ່າງ ໂດຍກຳນົດໃຫ້ສ້າງໂຮງຮຽນອະນຸບານຕາມຄຸ້ມຊຸມຊົນໃນຕົວເມືອງ, ໃຫ້ອຳນາດການປົກຄອງທ້ອງຖິ່ນອຳນວຍຄວາມສະດວກດ້ານຊັບພະຍາກອນໃນການສ້າງໂຮງຮຽນອະນຸບານ, ໃຫ້ໂຮງຮຽນອະນຸບານທີ່ສ້າງຂຶ້ນໃນຄຸ້ມຊຸມຊົນເປັນໂຮງຮຽນອະນຸບານຮັບໃຊ້ທົ່ວປວງຊົນ ແລະອື່ນໆ. ປີ 2019, 7 ພາກສ່ວນ ເຊັ່ນ: ກະຊວງສຶກສາທິການ, ກະຊວງເຄຫະສະຖານແລະພັດທະນາຕົວເມືອງ-ຊົນນະບົດ ເປັນຕົ້ນ ໄດ້ສ້າງຕັ້ງໜ່ວຍສຳຫຼວດປະສົມແລະເດີນທາງໄປ 10 ເຂດ, ແຂວງ ເຊັ່ນ: ແຂວງເຫີໜານ, ແຂວງຊ່ານຕົ່ງ ແລະ ເຂດມົງໂກໃນເປັນຕົ້ນ ເພື່ອສຳຫຼວດສະພາບການທີ່ກ່ຽວຂ້ອງ. ປັດຈຸບັນ, ທົ່ວປະເທດຈີນໄດ້ກວດພົບໂຮງຮຽນອະນຸບານເກືອບ 2 ໝື່ນແຫ່ງ ທີ່ບໍ່ໄດ້ວາງແຜນ, ກໍ່ສ້າງ, ມອບຮັບ ແລະ ເປີດນຳໃຊ້ຕາມນະໂຍບາຍ, ໃນນັ້ນ, ມີ 85% ໄດ້ສຳເລັດການປັບປຸງແກ້ໄຂເປັນແຕ່ລະໄລຍະແລ້ວ.
ເລັ່ງຄວາມວ່ອງໄວໃນການຫຼຸດພົ້ນອອກຈາກຄວາມທຸກຍາກ
ກອງປະຊຸມສອງສະພາໃນປີ 2019 ໄດ້ສະເໜີອອກມາວ່າ, ຈະຫຼຸດຈຳນວນປະຊາກອນຜູ້ທຸກຍາກໃນຊົນນະບົດໃຫ້ໄດ້ຫຼາຍກວ່າ 10 ລ້ານຄົນ, ຈັງຫວະເພີ່ມຂຶ້ນຂອງລາຍຮັບພົນລະເມືອງຈະໄປຄູ່ກັບຈັງຫວະການເຕີບໂຕຂອງເສດຖະກິດໂດຍພື້ນຖານ. ເປົ້າໝາຍດັ່ງກາວໄດ້ສຳເລັດລົງໃນທ້າຍປີ 2019 ແລ້ວ. ປະຊາກອນຜູ້ທຸກຍາກທົ່ວປະເທດຈີນໄດ້ຫຼຸດໜ້ອຍລົງ 11 ລ້ານກວ່າຄົນ.
ຫວ່າງກ່ອນນີ້ບໍ່ດົນ, 21 ເມືອງ ເຊັ່ນ: ເມືອງປົກຄອງຕົນເອງເຜົ່າໝາວນານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ຫຼຸດພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກ. ນີ້ກໍໝາຍຄວາມວ່າ, ເຜົ່າໝາວນານໃນປະເທດຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານແລ້ວ.
ໜຶ່ງປີຜ່ານມາ, ວົງການຕ່າງໆໃນສັງຄົມໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ.
ໜຶ່ງປີຜ່ານມາ, ພະນັກງານລຶບລ້າງຄວາມທຸກຍາກໄດ້ພາກັນໄປປະຈຳການຢູ່ບ້ານທຸກຍາກທ້ອງຖິ່ນຕ່າງໆ, ການລຶບລ້າງຄວາມທຸກຍາກດ້ວຍອຸດສາຫະກຳ, ການລຶບລ້າງຄວາມທຸກຍາກດ້ວຍສາທາລະນະສຸກ, ການລຶບລ້າງຄວາມທຸກຍາກດ້ວຍການສຶກສາ, ການລຶບລ້າງຄວາມທຸກຍາກດ້ວຍການຜະລິດໄຟຟ້າແສງຕາເວັນ ແລະອື່ນໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງແທ້ຈິງ.
ໂດຍສະເພາະແມ່ນເລີ່ມແຕ່ຕົ້ນປີມານີ້, ທ້ອງຖິ່ນຕ່າງໆທັງຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ທັງພະຍາຍາມເພື່ອລຶບລ້າງຄວາມທຸກຍາກ, ໄດ້ຊ່ວຍເຫຼືອແຮງງານຊົນນະບົດໄປຫາວຽກເຮັດງານທຳແບບຈັບຄູ່, ສ້າງໂຮງງານເພື່ອລຶບລ້າງຄວາມທຸກຍາກ, ຊ່ວຍໂຄສະນາຂາຍສິນຄ້າໃຫ້ເຂດທຸກຍາກດ້ວຍການຖ່າຍທອດສົດ ແລະອື່ນໆ, ມາດຕະການເຫຼົ່ານີ້ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ. ມາຮອດວັນທີ 30 ເມສາຜ່ານມາ, ແຮງງານຊົນນະບົດທີ່ໄປຫາວຽກເຮັດງານທຳຢູ່ຕ່າງຖິ່ນ, ການກໍ່ສ້າງໂຄງການລຶບລ້າງຄວາມທຸກຍາກ, ວິສາຫະກິດນຳໜ້າຂະແໜງການຊ່ວຍລຶບລ້າງຄວາມທຸກຍາກ ແລະ ໂຮງງານລຶບລ້າງຄວາມທຸກຍາກ ທີ່ຟື້ນຟູການຜະລິດແລະເຮັດວຽກແມ່ນຢູ່ໃນລະດັບໃກ້ກັບລະດັບຂອງປີຜ່ານມາແລ້ວ. ຕົວເລກຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ, ມາຮອດວັນທີ 17 ພຶດສະພານີ້, ເມືອງທຸກຍາກ 832 ເມືອງໃນທົ່ວປະເທດ, ມີ 780 ເມືອງໃນ 22 ແຂວງຂອງຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ.
ທ່ານຫຼິວຢົງຟູ້ ຫົວໜ້າຫ້ອງການຄະນະນຳພາລຶບລ້າງຄວາມທຸກຍາກແລະການພັດທະນາແຫ່ງລັດຈີນກ່າວວ່າ: ພວກເຮົາພວມຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ວຽກງານລຶບລ້າງຄວາມທຸກຍາກ, ສະນັ້ນຈຶ່ງຈະບໍ່ມີຫຍັງທີ່ສາມາດປ່ຽນແປງສະພາບການລຶບລ້າງຄວາມທຸກຍາກຂອງຈີນໄດ້, ເປົ້າໝາຍແລະໜ້າທີ່ການລຶບລ້າງຄວາມທຸກຍາກຂອງຈີນຈະບໍ່ມີການປ່ຽນແປງ, ວັນເວລາທີ່ຍາດເອົາໄຊຊະນະໃນບັ້ນລຶບລ້າງຄວາມທຸກຍາກຂອງຈີນ ກໍຈະບໍ່ມີການປ່ຽນແປງເຊັ່ນກັນ.
ຄຳເຫັນ
0