ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເຜົ່າເໝົານານແມ່ນໜຶ່ງໃນ 28 ຊົນເຜົ່າທີ່ມີປະຊາກອນອ່າວໜ້ອຍຂອງຈີນ, ເມືອງຮວນຈ່ຽງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີແມ່ນບ່ອນຕັ້ງພູມລຳເນົາແລະບ່ອນອາໄສຕົ້ນຕໍຂອງຊາວເຜົ່າເໝົານານ, ຍັງແມ່ນເມືອງປົກຄອງຕົນເອງເຜົ່າເໝົານານພຽງແຫ່ງດຽວຂອງຈີນ, ໃນທົ່ວເມືອງມີປະຊາກອນເຜົ່າເໝົານານຈຳນວນ 6 ໝື່ນ 4 ພັນ 500 ຄົນ, ກວມປະຊາກອນທັງໝົດຂອງເຜົ່າເໝົານານຈີນປະມານ 70%.
ພາຍຫຼັງຈີນໄດ້ປະຕິບັດນະໂຍບາຍແກ້ໄຂບັນຫາຫຍຸ້ງຍາກໃນການຫຼຸດພົ້ນອອກຈາກຄວາມທຸກຍາກມານີ້, ເມືອງຮວນຈ່ຽງໄດ້ເລືອກເອົາການລ້ຽງມ້ອນແລະໝູຫອມ ການປູກຕົ້ນຊານ້ຳມັນເປັນຂະແໜງການທີ່ມີເອກະລັກພິເສດຂອງຕົນ, ສຸມໃສ່ການແກ້ໄຂຄວາມທຸກຍາກດ້ວຍການຜະລິດ. ເຊິ່ງເຮັດໃຫ້ອັດຕາເກີດຄວາມທຸກຍາກທົ່ວເມືອງໄດ້ຫຼຸດຈາກ 19,56% ໃນທ້າຍປີ 2015 ລົງເປັນ 1,48% ໃນທ້າຍປີ 2019. ໃນເດືອນພຶດສະພາປີ 2020, ເຜົ່າເໝົານານໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດແລ້ວ.
ຄຳເຫັນ
0